ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານພົນໂທ ທອງລອຍ ສີລິວົງ ແລະຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນລາວ ແມ່ນເພື່ອແນໃສ່ຮັກສາການພົບປະຂັ້ນສູງ, ພ້ອມທັງແມ່ນໂອກາດເພື່ອໃຫ້ກອງທັບສອງປະເທດແລກປ່ຽນ, ເຫັນດີເປັນເອກະພາບກໍານົດທິດທາງຮ່ວມມືວຽກງານພັກ, ວຽກງານການເມືອງ ໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນໃນປີ 2024 ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22-12-1944 / 22-12-2024) ແລະ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ (20-1-1944 / 20-1-2024) .
    |
 |
ພົນເອກ ເລືອງເກື່ອງ ເປັນປະທານພິທີຕ້ອນຮັບພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເດີນທາງໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 25 ຫາວັນທີ 28 ກັນຍາ 2023. ພາບ: qdnd.vn |
ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີຄວາມສະໜິດຕິດພັນມາແຕ່ບູຮານນະການ ແລະມີມູນເຊື້ອສາມັກຄີອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ຫວຽດນາມ ແລະລາວ ໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກລໍາບາກ, ສິ່ງທົດສອບນາໆປະການ, ພ້ອມກັນສ້າງເປັນນໍ້າໃຈມິດຕະພາບ, ຄວາມສາມັກຄີພິເສດ “ເລິກກວ່າຮົ່ງຮ່າ, ແມ່ຂອງ”, “ໝັ້ນຄົງຂະໜົງແກ່ນຍິ່ງກວ່າພູເຂົາ, ຍິ່ງກວ່າແມ່ນໍ້າ”, “ແຈ້ງກວ່າເດືອນເພັງ, ຫອມຫວນກວ່າດອກໄມ້ໃດທີ່ຫອມທີ່ສຸດ”. ໃນໄລຍະໃໝ່ສ້າງສາ ແລະປົກປັກຮັກສາປະເທດຊາດ, ພາຍໃຕ້ແສງສະຫວ່າງຂອງລັດທິມາກ-ເລນິນ ແລະແນວຄິດ ໂຮ່ຈີມິນ ຢູ່ຫວຽດນາມ, ລັດທິມາກ-ເລນິນ ແລະແນວຄິດ ໄກສອນ ພົມວິຫານ ຢູ່ ລາວ, ສອງປະເທດ ສືບຕໍ່ຄຽງບ່າຄຽງໄຫຼ່ຮ່ວມມືຢ່າງໃສແຈ້ງ, ໝົດຈິດໝົດໃຈ, ຍາມໃດກໍເພື່ອກັນ, ຄຽງຂ້າງກັນ, ພ້ອມກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເປັນເຈົ້າການເຊື່ອມໂຍງ, ກ້າວຂຶ້ນສັງຄົມນິຍົມ.
ພວກເຮົາ ຮູ້ສຶກດີໃຈເມື່ອເຫັນວ່າ, ໃນຊຸມປີຜ່ານມາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ຮັບການເປີດກວ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ນໍາເອົາຜົນປະໂຫຍດອັນດີງາມມາໃຫ້ປະຊາຊົນສອງປະເທດ. ໃນສະພາບການຮ່ວມມືດ້ານປ້ອງກັນຊາດ ໄດ້ຮັບການກໍານົດວ່າແມ່ນເສົາຄໍ້າໜຶ່ງທີ່ສໍາ ຄັນຂອງການພົວພັນຫວຽດນາມ-ລາວ, ວຽກງານພັກ, ວຽກງານການເມືອງແມ່ນໜຶ່ງໃນບັນດາຂົງເຂດສໍາຄັນພິເສດໃນການຮ່ວມມືລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນ ລາວ, ເຊິ່ງໄດ້ຜັນຂະຫຍາຍຢ່າງຮອບດ້ານ, ມີລວງເລິກ, ແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະຄຸນສົມບັດ.
    |
 |
ສອງຄະນະຖ່າຍຮູບລວມ. ພາບ: qdnd.vn |
ໃນໄລຍະຜ່ານມາ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ໂຄສະນາຢ່າງມີຊີວິດຊີວາກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສໍາຄັນຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ, ໄລຍະມໍ່ໆມານີ້ແມ່ນຕ້ອງເວົ້າເຖິງການເຄື່ອນໄຫວທີ່ມີຄວາມໝາຍໃນ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962 / 5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື (18-7-1977 / 18-7-2022) ລະຫວ່າງສອງປະເທດ. ສອງຝ່າຍໄດ້ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນຕົວຈິງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານພັກ, ວຽກງານການເມືອງໃນທຸກດ້ານໃນກອງທັບຢູ່ແຕ່ລະປະເທດ; ຜັນຂະຫຍາຍວຽກງານນະໂຍບາຍຢ່າງມີປະສິດທິຜົນ; ຍູ້ໄວຄວາມຄືບໜ້າໃນການຊອກຫາ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ; ເສີມຂະຫຍາຍບັນດາຮູບແບບພົບປະແລກປ່ຽນ, ແຮກສ່ຽວຢ່າງມີປະສິດທິຜົນ, ປະກອບສ່ວນແຜ່ຂະຫຍາຍຄວາມສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ, ໂດຍສະເພາະແມ່ນຢູ່ເຂດຊາຍແດນ. ການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດ ຍາມໃດກໍໄດ້ຮັບການຖືເປັນສໍາຄັນຈາກສອງຝ່າຍ, ກໍານົດວ່າເປັນບັນຫາມີຄວາມສໍາຄັນຍຸດທະສາດອັນຍາວນານ ແລະໄດ້ກາຍເປັນສັນຍະລັກຂອງການຮ່ວມມືດ້ານປ້ອງກັນຊາດ ສອງຝ່າຍເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືດ້ານວຽກງານພັກ, ວຽກງານການເມືອງທີ່ແທດຈິງ ດ້ວຍພະຍານຫຼັກຖານອັນພົ້ນເດັ່ນນັ້ນແມ່ນເລື່ອງກອງທັບສອງປະເທດ ສົມທົບກັນກໍ່ສ້າງບັນດາກິດຈະກຳສໍາຄັນ ຄື ໂຮງຮຽນທິດສະດີການເມືອງ ແລະໂຮງຮຽນວັດທະນະທໍາຊົນເຜົ່າ ກອງທັບປະຊາຊົນລາວ.
ບັນດາໝາກຜົນດັ່ງກ່າວແມ່ນພື້ນຖານເພື່ອໃຫ້ພວກເຮົາ ເຊື່ອໝັ້ນຢ່າງແນວແນ່ວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານພົນໂທ ທອງລອຍ ສີລິວົງ ພ້ອມດ້ວຍຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນລາວ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນສາມັກຄີສະໜິດຕິດພັນລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນກອງທັບສອງ ປະເທດກວ່າອີກ.
ໂດຍ: ໄຊຊະນະ