leftcenterrightdel
ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນໂຮ່ຈີມິນ ມອບຂອງຂວັນໃຫ້ທ່ານ ຄຳແພງ ວິລະພັນ ປະທານກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ລາວ. ພາບ: ສໍານັກຂ່າວສານຫວຽດນາມ. 

ໃນຕອນບ່າຍຂອງວັນທີ 28 ມີນາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ຄຳແພງ ວິລະພັນ, ປະທານກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ລາວ, ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນໂຮ່ຈີມິນ, ຢັ້ງຢືນວ່າ: ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ສ່ວນທ່ານ ຄຳແພງ ວິລະພັນ ປະທານກໍາມາທິການຍຸຕິທຳຂອງສະພາແຫ່ງຊາດ ລາວ ມີຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການຮ່ວມມື, ຊ່ວຍເຫຼືອຈາກນະຄອນໂຮ່ຈີມິນ, ໂດຍສະເພາະແມ່ນໃນຂົງເຂດກ່ຽວຂ້ອງເຖິງການສ້າງກົດໝາຍ, ຕິດຕາມກວດກາຍຸຕິທຳ; ແລະຢັ້ງຢືນວ່າ ລາວ ຍາມໃດກໍພ້ອມແລ້ວທີ່ຈະເຮັດຈົນສຸດຄວາມສາມາດ, ພ້ອມກັບຫວຽດນາມ ເພື່ອປັບປຸງ, ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ - ຫວຽດນາມ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາງ ຫງວຽນທິເລະ, ປະທານສະພາປະຊາຊົນນະຄອນໂຮ່ຈີມິນ ແລະ ທ່ານ ຄຳແພງ ວິລະພັນ ໄດ້ພົບປະສອງຝ່າຍ, ແລກປ່ຽນບົດຮຽນປະສົບການໃນວຽກງານຕິດຕາມກວດກາໃນຂົງເຂດຍຸຕິທຳ ແລະຄົ້ນຄວ້າແກ້ໄຂຄຳຮ້ອງທຸກຂອງພົນລະເມືອງ.

ໂດຍ: ກວຽດເຕິມ