ຊ່ວຍເຫຼືອປະຊາຊົນເຂດຊາຍແດນ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 50 ປີ (2/12/1975 – 2/12/2025), ໃນຊຸມວັນຜ່ານມາ, ຄະນະປະຕິບັດງານຂອງຫ້ອງການຊາວ ໜຸ່ມກອງບັນຊາການຕຳຫຼວດນະຄອນເຫວ້ ໄດ້ສົມທົບກັບກອງບັນຊາການຕໍາຫຼວດຕາແສງ ອາເລື້້ອຍ 1 ແລະຫົວໜ່ວຍຕ່າງໆ ຈັດຕັ້ງລາຍການ “ອາສາສະໝັກລະດູໜາວ - ຊາຍແດນປະເທດຊາດຂອງຂ້ອຍ ປີ 2025” ດ້ວຍກິດຈະກໍາເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.

ນັບແຕ່ຕອນເຊົ້າໆ, ຂະບວນລົດຂົນສົ່ງຂອງຂວັນນັບຫຼາຍຮ້ອຍພູດ ລວມມີເຄື່ອງໃຊ້ທີ່ຈໍາເປັນ, ອຸປະກອນການຮຽນ... ໄດ້ເດີນທາງດ້ວຍຫຼາຍສິບກິໂລແມັດ, ຜ່ານພູສູງຊັນຫຼາຍຕອນ ເພື່ອໄປຮອດບັນດາຕາແສງຊາຍແດນ ອາເລື້້ອຍ. ພາຍຫຼັງມອບທຶນການສຶກສາ “ຊ່ວຍນ້ອງ ໄປໂຮງຮຽນ” ຈໍານວນ 15 ທຶນ ແລະມອບເຄື່ອງຊ່ວຍເຫຼືອຈໍານວນ 40 ພູດ ໃຫ້ແກ່ຄອບຄົວທີ່ປະສົບຄວາມຫຍຸ້ງຍາກ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ເຂດຊາຍແດນຕາແສງອາເລື້້ອຍ 1 (ນະຄອນເຫວ້) ແລ້ວ, ຫ້ອງການຊາວໜຸ່ມຕຳຫຼວດນະຄອນເຫວ້ ໄດ້ລົງຢ້ຽມຢາມ ແລະມອບຂອງຂວັນໃຫ້ກໍາລັງປະຕິບັດໜ້າທີ່ປ້ອງກັນຊາຍແດນ, ປ້ອງກັນຄວາມສະຫງົບບ້ານ ໂກຕາຍ - ອາແດງ (ເມືອງສະໝ້ວຍ, ແຂວງສາລະວັນ, ລາວ) ແລະມອບຂອງຂວັນ ຈໍານວນ 20 ພູດໃຫ້ປະຊາຊົນໃນບ້ານ.

leftcenterrightdel
ກອງບັນຊາການຕໍາຫຼວດນະຄອນເຫວ້ ແລະບັນດາກົມກອງ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນບ້ານ ໂກຕາຍ, ແຂວງສາລະວັນ. ພາບ: cand.com.vn

ທ່ານພັນຕີ ເຈິ່ນແອງຕ໊ຽນ, ຫົວໜ້າຫ້ອງການຊາວໜຸ່ມກອງບັນຊາການຕຳຫຼວດນະຄອນເຫວ້ ໃຫ້ຮູ້ວ່າ ເຖິງວ່າ ການເດີນທາງໄກ ແລະທຸລະກັນດານ ກໍ່ຕາມ, ແຕ່ພະນັກງານ, ນັກຮົບໃນຄະນະ ກໍ່ບໍ່ຫວາດຫວັ່ນຕໍ່ຄວາມອິດເມື່ອຍ, ລຳບາກເພື່ອນຳເອົາຂອງຂວັນທີ່ມີຄວາມໝາຍນີ້ໄປໃຫ້ປະຊາຊົນບັນດາຕາແສງຊາຍແດນ ຫວຽດນາມ - ລາວ ເພື່ອຊ່ວຍປະຊາຊົນແກ້ໄຂຄວາມຫຍຸ້ງຍາກ ຍ້ອນໄພນ້ຳຖ້ວມ.

ພິເສດໃນໂອກາດນີ້, ທາງກົມກອງ ຍັງໄດ້ຈັດຕັ້ງການມອບໂຄງການ “ແສງສະຫວ່າງເຂດຊາຍແດນ” ຢູ່ບ້ານກາກູ 2, ຕາແສງ ອາເລື້້ອຍ 1 ດ້ວຍມູນຄ່າທັງໝົດ 40 ກວ່າລ້ານດົ່ງ ແລະມອບຂອງຂວັນ, ອຸປະກອນການຮຽນ ໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ ຂຶ້ນກັບໂຄງການ “ບຳລຸງສ້າງເຂດຊາຍແດນ” ຈັດຕັ້ງປະຕິບັດ ໂດຍ ກອງບັນຊາການຕຳຫຼວດຕາແສງ ອາເລື໊ອຍ 1.

ການເຄື່ອນໄຫວນີ້ຍັງມີຄວາມໝາຍອັນເລິກເຊິ່ງ, ເພີ່ມພູນຄູນສ້າງສາຍພົວພັນອັນສະໜິດແໜ້ນຢູ່ເຂດຊາຍແດນຂອງປະເທດຊາດ, ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບ ຫວຽດນາມ - ລາວ.

ເພີ່ມທະວີການໜູນຊ່ວຍປ້ອງກັນຄວາມສະຫງົບບັນດາແຂວງຂອງລາວ

ເນື່ອງໃນໂອກາດວັນຊາດລາວ ຄົບຮອບ 50 ປີ, ຕຳຫຼວດນະຄອນເຫວ້ ໄດ້ຈັດຕັ້ງກິດຈະກໍາເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເພື່ອຊ່ວຍເຫຼືອກໍາລັງປ້ອງກັນຄວາມສະຫງົບ ແລະປະຊາຊົນບັນດາແຂວງຂອງລາວ. ຫຼ້າສຸດ, ທ້າຍເດືອນພະຈິກ 2025 ທີ່ຜ່ານມາ, ຕຳຫຼວດນະຄອນເຫວ້ ໄດ້ມອບໂນດບຸກຈໍານວນ 4 ໜ່ວຍ ພ້ອມເງິນສົດ 100 ລ້ານດົ່ງ ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ 4 ແຂວງ ຄື: ສາລະວັນ, ເຊກອງ, ຈຳປາສັກ ແລະສະຫວັນນະເຂດ ເພື່ອໜູນຊ່ວຍບັນດາກົມກອງ ຍົກລະດັບອຸປະກອນຮັບໃຊ້ວຽກງານສືບສວນ-ສອບສວນດ້ານດີຈີຕອນ ແລະສະກັດກັ້ນອາດຊະຍາກຳເຕັກໂນໂລຊີສູງ.

ນອກຈາກນີ້, ຕຳຫຼວດນະຄອນເຫວ້ ຍັງໄດ້ຈັດຊຸດຝຶກອົບຮົມກ່ຽວກັບການສະກັດກັ້ນ ແລະຕ້ານອາດຊະຍາກຳເຕັກໂນໂລຊີສູງໃຫ້ສໍາມະນາກອນຈໍານວນ 120 ຄົນ ເຊິ່ງເປັນພະນັກງານຮັບຜິດຊອບວຽກງານວິຊາສະເພາະ ທີ່ກ່ຽວຂ້ອງເຖິງການຕໍ່ສູ້ຕ້ານອາດຊະຍາກຳເຕັກໂນໂລຊີສູງ 4 ແຂວງຂອງລາວ ລວມມີ: ສາລະວັນ, ເຊກອງ, ຈໍາປາສັກ ແລະສະຫວັນນະເຂດ.

ດັ່ງນັ້ນ, ເມື່ອບໍ່ດົນມານີ້, ຕໍາຫຼວດນະຄອນເຫວ້ ແລະກອງບັນຊາການ ປກສ ແຂວງສາລະວັນ ໄດ້ລົງນາມຂໍ້ຕົກລົງສົມທົບກັນຜັນຂະຫຍາຍປະຕິບັດໜ່ວຍງານປະຈໍາການສະກັດກັ້ນ ແລະຕ້ານຢາເສບຕິດ ປະຈໍາຢູ່ ແຂວງສາລະວັນ.

ທ່ານພັນເອກ ຫງວຽນຊວນຮວ່ານ, ຫົວໜ້າຫ້ອງສືບສວນ-ສອບສວນອາດຊະຍາກຳຢາເສບຕິດ ກອງບັນຊາການຕໍາຫຼວດນະຄອນເຫວ້ ໃຫ້ຮູ້ວ່າ ການຜັນຂະຫຍາຍໜ່ວຍປະຕິບັດງານຢູ່ແຂວງສາລະວັນ ແມ່ນມີຄວາມໝາຍສຳຄັນ, ປະກອບສ່ວນເພີ່ມທະວີການພົວພັນສົມທົບກັນລະຫວ່າງກຳລັງປ້ອງກັນຄວາມສະຫງົບສອງປະເທດຫວຽດນາມ ແລະລາວ ໃນສະພາບທີ່ອາດຊະຍາກຳຢາເສບຕິດຢູ່ເຂດຊາຍແດນ ສືບຕໍ່ມີການຜັນແປຢ່າງສັບສົນ.

ທ່ານພັນເອກພິເສດ ໂຮ່ຊວນເຟືອງ, ຮອງຫົວໜ້າກອງບັນຊາການຕຳຫຼວດນະຄອນເຫວ້ ຢືນຢັນວ່າ ຫວຽດນາມ ແລະ ລາວ ມີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ກໍາລັງປ້ອງກັນຄວາມສະຫງົບຂອງສອງປະເທດ ຍາມໃດກໍ່ຮັກສາການສົມທົບກັນຢ່າງແໜ້ນແຟ້ນໃນການຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ພິເສດແມ່ນໃນວຽກງານຕໍ່ສູ້ຕ້ານອາດຊະຍາກຳຢາເສບຕິດ ແລະອາດຊະຍາກຳເຕັກໂນໂລຢີສູງ.

ການເພີ່ມທະວີການມີໜ້າຂອງກຳລັງຕໍາຫຼວດນະຄອນເຫວ້ ຢູ່ ແຂວງສາລະວັນ ຈະປະກອບສ່ວນຍົກສູງຄຸນນະພາບການລາດຕະເວນ, ຄວບຄຸມ, ສະກັດກັ້ນ, ຕໍ່ສູ້ກັບອາດຊະຍາກຳປະເພດຕ່າງໆ ຢ່າງມີປະສິດທິຜົນກວ່າອີກ, ພິເສດແມ່ນການເຄື່ອນໄຫວຂອງອາດຊະຍາກຳຢາເສບຕິດ ຢູ່ເຂດຊາຍແດນ ຫວຽດນາມ-ລາວ. ຜ່ານນັ້ນ, ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ຊາຍແດນ, ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງຕຳຫຼວດນະຄອນເຫວ້ ແລະກອງບັນຊາການປ້ອງກັນຄວາມສະຫງົບບັນດາແຂວງຂອງລາວ ເວົ້າສະເພາະ, ປັບປຸງຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ເວົ້າລວມ.

ໂດຍ: ໄຊຊະນະ