ທ່ານພົນເອກ ຫງວຽນຈ້ອງເຫງ້ຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນໄຂກອງປະຊຸມໃຫຍ່.
ກອງປະຊຸມໃຫຍ່ທີ່ມີຄວາມໝາຍສໍາຄັນພິເສດ
ກອງປະຊຸມໃຫຍ່ ຄັ້ງທີ XI ຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ກອງທັບ (2025-2030) ແມ່ນເຫດການການເມືອງ, ສະແດງເຈດຈຳນົງ, ຄວາມມຸ່ງຫວັງ, ຄວາມຮັບຜິດຊອບ ແລະຄວາມກະຕືລືລົ້ນຂອງພະນັກງານ, ສະມາຊິກຊາວໜຸ່ມ ແລະຊາວໜຸ່ມຫຼາຍໝື່ນຄົນໃນທົ່ວກອງທັບ ຕໍ່ກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ຄວາມປາດຖະໜາຢາກຫັນເປົ້າໝາຍກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກໍາລັງຫຼວງ, ຢອດຢ້ຽມ, ທັນສະໄໝ, ສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ ໃຫ້ປະກົດຜົນເປັນຈິງ. ຜົນສຳເລັດຂອງກອງປະຊຸມໃຫຍ່ເປັນປະຖົມປັດໄຈ ແລະແຫຼ່ງກຳລັງໃຈອັນໃຫຍ່ຫຼວງ ເພື່ອໃຫ້ພະນັກງານ, ສະມາຊິກຊາວໜຸ່ມ ແລະຊາວໜຸ່ມທົ່ວກອງທັບ ປະຕິບັດເປົ້າໝາຍ ແລະໜ້າທີ່ທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກກອງທັບ ໄດ້ວາງອອກຢ່າງມີໄຊ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ອາຍຸການ 2026-2031.
    |
 |
|
ການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງ ພ້ອມດ້ວຍຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: ຕວນຮຸຍ |
ຫົວຂໍ້ຂອງກອງປະຊຸມໃຫຍ່, ກໍ່ແມ່ນຫົວຂໍ້ຂອງບົດລາຍງານການເມືອງ: "ຊາວໜຸ່ມກອງທັບກ້າຫານ, ນໍາໜ້າ, ບຸກທະລຸ, ພັດທະນາ, ສົມກັບນາມມະຍົດທະຫານລຸງໂຮ່, ກ້າວເຂົ້າສູ່ສັງກາດໃໝ່ຢ່າງໝັ້ນໃຈ"; ຄຳຂວັນຂອງກອງປະຊຸມໃຫຍ່ແມ່ນ: "ຊາວໜຸ່ມກອງທັບ ກ້າຫານ, ນໍາໜ້າ, ບຸກທະລຸ, ພັດທະນາ".
ກ່າວຄໍາເຫັນໄຂກອງປະຊຸມໃຫຍ່, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ: ກອງປະຊຸມໃຫຍ່ຄັ້ງທີ XI ຂອງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ກອງທັບ ໄດ້ຈັດຂຶ້ນໃນຊ່ວງເວລາທີ່ທົ່ວພັກ, ທົ່ວປະຊາຊົນ ແລະທົ່ວກອງທັບເຮົາ ພວມສູ້ຊົນປະຕິບັດເປົ້າໝາຍ ແລະໜ້າທີ່ຂອງປີ 2025 ຢ່າງມີໄຊ, ດ້ວຍຈິດໃຈແຂ່ງຂັນຢ່າງຟົດຟື້ນມຸ່ງເຖິງຂໍ່ານັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ສະເຫຼີມສະຫຼອງວັນຄົບຮອບ 80 ປີຂອງການເລືອກຕັ້ງທົ່ວໄປຄັ້ງທຳອິດ ເພື່ອເລືອກຕັ້ງສະພາແຫ່ງຊາດຫວຽດນາມ (6-1-1946 / 6-1-2026). ປະເທດເຮົາ ກຳລັງເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍບັນດາເປົ້າໝາຍຍຸດທະສາດໃຫຍ່, ມຸ່ງຫວັງກໍ່ສ້າງຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ ໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະການນໍາກະຊວງປ້ອງກັນປະເທດ ໂອ້ລົມກັບຕາງໜ້າຊາວໜຸ່ມກອງທັບ ເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: ຕວນຮຸຍ |
ດັ່ງນັ້ນ, ກອງປະຊຸມໃຫຍ່ ຄັ້ງທີ XI ຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ກອງທັບ ຈຶ່ງມີຄວາມໝາຍສຳຄັນເປັນພິເສດເພື່ອສືບຕໍ່ຊາບຊຶມ ແລະຜັນຂະຫຍາຍປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ, ແຜນນະໂຍບາຍ, ກົດໝາຍຂອງລັດກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ, ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກກອງທັບ. ຜ່ານນັ້ນກໍານົດທິດ, ລະດົມກໍາລັງໃຈໃຫ້ຊາວໜຸ່ມທົ່ວກອງທັບ “ຈົ່ງຮັກພັກດີ, ມີຄຸນທາດ, ປ່ຽນແປງໃໝ່, ປະດິດສ້າງ, ປະຈັນບານ, ກ້າຫານ, ແລະສົມກັບນາມມະຍົດທະຫານລຸງໂຮ່ ໃນໄລຍະໃໝ່”. ປະກອບສ່ວນສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ ໃຫ້ໝັ້ນຄົງເຂັ້ມແຂງ.
ຂະບວນການຊາວໜຸ່ມໃນກອງທັບໄດ້ພັດທະນາຢ່າງຮອບດ້ານ ແລະບັນລຸໄດ້ຜົນງານທີ່ສຳຄັນຫຼາຍຢ່າງ
ພາຍຫຼັງຄຳເຫັນໄຂກອງປະຊຸມໃຫຍ່, ຕາງໜ້າຂອງຄະນະປະທານໄດ້ລາຍງານໝາກຜົນຂອງກອງປະຊຸມໃຫຍ່ວາລະທີໜຶ່ງໄດ້ດໍາເນີນໃນຕອນບ່າຍວັນທີ 9 ທັນວາ ແລະລາຍງານບົດລາຍງານການເມືອງ (ໂດຍຫຍໍ້) ຂອງກົມໃຫຍ່ການເມືອງທີ່ກອງປະຊຸມໃຫຍ່. ໃນນັ້ນ ຊີ້ແຈ້ງວ່າ 3 ປີຜ່ານມາ, ການເຄື່ອນໄຫວວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມກອງທັບ ພັດທະນາຢ່າງຮອບດ້ານ, ມີລວງເລິກ, ບັນລຸໝາກຜົນສໍາຄັນຫຼາຍຢ່າງ, ປະຕິບັດໂຄງການກະທໍາກອງປະຊຸມໃຫຍ່ຜູ້ແທນຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ກອງທັບ ຄັ້ງທີ X ວາງອອກເປັນຢ່າງດີ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະການນໍາກະຊວງປ້ອງກັນປະເທດ ຢ້ຽມຊົມຂໍ້ລິເລີ່ມ, ການດັດແປງເຕັກນິກຂອງໄວໜຸ່ມກອງທັບທີ່ວາງສະແດງຮັບໃຊ້ກອງປະຊຸມໃຫຍ່. ພາບ: ຕວນຮຸຍ |
ພິເສດ, ໃນໄລຍະ 2022-2025, ກົມໃຫຍ່ການເມືອງ ປຸກລະດົມຂະບວນການ “ຊາວໜຸ່ມກອງທັບຝຶກຝົນຫຼໍ່ຫຼອມຄຸນສົມບັດ, ຫຼໍ່ຫຼອມຄວາມອາດສາມາດ, ປະຈັນບານ, ປະດິດສ້າງ, ສົມກັບນາມມະຍົດທະຫານລຸງໂຮ່ ໃນໄລຍະໃໝ່” ແລະໄດ້ຮັບການເອົາໃຈໃສ່ຊີ້ນໍາ, ນໍາພາຢ່າງໃກ້ຊິດຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ, ການແນະນໍາຂອງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ຄະນະພັກ, ຄະນະບັນຊາທຸກຂັ້ນໃນກອງທັບ... ສະຫຼຸບຂະບວນການໄລຍະ 2022-2025; ຫົວໜ້າກົມໃຫຍ່ການເມືອງ ໄດ້ມອບທຸງແຂ່ງຂັນໃຫ້ 53 ໝູ່ຄະນະ, ມອບໃບຍ້ອງຍໍໃຫ້ 101 ໝູ່ຄະນະ, 217 ບຸກຄົນ; ນອກຈາກນັ້ນ, ມີຫຼາຍພັນໝູ່ຄະນະ, ບຸກຄົນໄດ້ຮັບໃບຍ້ອງຍໍຈາກຂັ້ນຮາກຖານເຖິງກົມກອງສັງກັດຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ.
ກ່າວຄໍາເຫັນຊີ້ນໍາກອງປະຊຸມໃຫຍ່, ຕາງໜ້າໃຫ້ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ຮັບຮູ້, ຕີລາຄາສູງ ແລະຍ້ອງຍໍຊົມເຊີຍຕໍ່ໝາກຜົນ ແລະການປະກອບສ່ວນອັນໃຫຍ່ຫຼວງຂອງຊາວໜຸ່ມກອງທັບໃນຊຸມປີຜ່ານມາ, ໂດຍສະເພາະໃນໄລຍະປີ 2022-2025. ພ້ອມທັງ, ຮຽກຮ້ອງໃຫ້ຄະນະພັກ ແລະຄະນະບັນຊາທຸກຂັ້ນ ນຳພາ ແລະຊີ້ນຳໄວໜຸ່ມທົ່ວກອງທັບປະຕິບັດ "2 ປະຈັນບານ, 2 ຄວາມພ້ອມ" ໃຫ້ເປັນຢ່າງດີ.
    |
 |
|
ທ່ານພົນເອກ ຟານວັນຢາງ ມອບທຸງຄໍາຂວັນຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໃຫ້ຊາວໜຸ່ມກອງທັບ. ພາບ: ຕວນຮຸຍ |
ຕາງໜ້າໃຫ້ການນຳກົມໃຫຍ່ເມືອງໃຫຍ່ ແລະກອງປະຊຸມໃຫຍ່, ທ່ານພົນໂທ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງ ກ່າວຄໍາເຫັນຮັບ, ຢືນຢັນຈະຊາບຊຶມຢ່າງເລິກເຊິ່ງ, ຫັນຄໍາເຫັນຊີ້ນໍາຂອງທ່ານພົນເອກ ຟານວັນຢາງ ເຂົ້າໃນແຜນການ, ລາຍການວຽກງານຂອງກົມໃຫຍ່ການເມືອງ, ເນື້ອໃນ, ໂຄງການກະທໍາຂອງກອງປະຊຸມໃຫຍ່ ເປັນລະອຽດ ແລະຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ, ສູ້ຊົນນໍາວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມກອງທັບນັບມື້ນັບພັດທະນາ, ປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ ຢ່າງມີໄຊ.
ກ່າວຄໍາເຫັນອັດກອງປະຊຸມໃຫຍ່, ທ່ານພົນໂທ ເລກວາງມິງ ເນັ້ນໜັກວ່າ: ກອງປະຊຸມໃຫຍ່ຜູ້ແທນຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ກອງທັບ ຄັ້ງທີ XI ປະສົບຜັນສໍາເລັດຢ່າງຈົບງາມ. ຜົນສໍາເລັດຂອງກອງປະຊຸມໃຫຍ່ໄດ້ລະດົມຢ່າງແຂງແຮງຕໍ່ໄວໜຸ່ມທົ່ວກອງທັບ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງກາລະໂອກາດໃໝ່, ປະຈັນບານ, ປະດິດສ້າງ, ສາມັກຄີ, ສູ້ຊົນນໍາວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມກອງທັບ ສືບຕໍ່ພັດທະນາໃນໄລຍະຈະມາເຖິງໃຫ້ໝັ້ນຄົງເຂັ້ມແຂງ...
ໂດຍ: ໄຊນີດາ