ພະແນກຍຸຕິທຳແຂວງເຊີນລາ ຢ້ຽມຢາມ ແລະເຮັດວຽກກັບພະແນກຍຸຕິທຳແຂວງຫຼວງພະບາງ
ກປ.ອອນໄລ - ໃນລະຫວ່າງວັນທີ 10-12 ທັນວາ, ຄະນະປະຕິບັດງານຂອງພະແນກຍຸຕິທຳແຂວງເຊີນລາ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບພະແນກຍຸຕິທຳແຂວງຫຼວງພະບາງ.
ທີ່ການເຮັດວຽກ, ການນຳພະແນກຍຸຕິທຳສອງແຂວງ ໄດ້ແຈ້ງໃຫ້ຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງ; ສຸມໃສ່ແລກປ່ຽນບົດຮຽນຕົວຈິງໃນວຽກງານຕຸລາການຂອງແຕ່ລະຝ່າຍ ແລະປຶກສາຫາລືທິດທາງການຮ່ວມມືໃນຂົງເຂດຕຸລາການໃນໄລຍະຈາມາເຖິງ.
    |
 |
|
ບົດບັນທຶກເຮັດວຽກລະຫວ່າງຄະນະພະນັກງານພະແນກຍຸຕິທຳແຂວງເຊີນລາ ແລະຄະນະພະນັກງານພະແນກຍຸຕິທຳແຂວງຫຼວງພະບາງ. ພາບ: baophapluat.vn |
ພະແນກຍຸຕິທຳສອງແຂວງເຫັນດີເປັນເອກະພາບສະເໜີກະຊວງຍຸຕິທຳຫວຽດນາມ ແລະກະຊວງຍຸຕິທຳລາວ, ອົງຄະນະພັກ, ອຳນາດການປົກຄອງສອງແຂວງຫຼວງພະບາງ ແລະເຊີນລາ ເອົາໃຈໃສ່ສ້າງເງື່ອນໄຂໃຫ້ສອງພະແນກເປີດກວ້າງການພົວພັນຮ່ວມມືໃນຂົງເຂດຕຸລາການ.
ສືບຕໍ່ສົມທົບກັນເປັນເສນາທິການໃຫ້ຂັ້ນທີ່ມີອຳນາດຕັດສິນປະຕິບັດວຽກງານສັນຊາດ, ສຳມະໂນຄົວ, ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ, ການສົມລົດບໍ່ໄດ້ຈົດທະບຽນຢູ່ເຂດຊາຍແດນ ຫວຽດນາມ-ລາວ ໃນບໍລິເວນແຂວງເຊີນລາ. ສືບຕໍ່ເພີ່ມທະວີວຽກງານໂຄສະນາສຶກສາອົບຮົມໃຫ້ແກ່ພະນັກງານ, ລັດຖະກອນ ແລະປະຊາຊົນບັນດາເຜົ່າຂອງແຕ່ລະແຂວງກ່ຽວກັບມູນເຊື້ອຄວາມສາມັກຄີ, ມິດຕະພາບ ແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ເວົ້າລວມ, ການຮ່ວມມືລະຫວ່າງແຂວງຫຼວງພະບາງ ແລະແຂວງເຊີນລາ ເວົ້າສະເພາະ; ໂຄສະນາສຶກສາອົບຮົມໃຫ້ແກ່ລັດຖະກອນຂອງພະແນກຍຸຕິທຳແຕ່ລະແຂວງກ່ຽວກັບການພົວພັນຮ່ວມມືທີ່ກ່ຽວຂ້ອງເຖິງວຽກງານຕຸລາການ.
ໂດຍ: ຄໍາແພງ