ຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຕ້ອນຮັບຮອງປະທານກຸ່ມບໍລິສັດພົງຊັບທະວີ
ກປ.ອອນໄລ - ຕອນເຊົ້າວັນທີ 12 ທັນວາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ກຸນລະພັນ ວົງນາທີ ຮອງປະທານກຸ່ມບໍລິສັດພົງຊັບທະວີ.
    |
 |
|
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ກຸນລະພັນ ວົງນາທີ ຮອງປະທານກຸ່ມບໍລິສັດພົງຊັບທະວີ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຊົມເຊີຍທ່ານຮອງປະທານ ກຸນລະພັນ ວົງນາທີ ມາຢ້ຽມຢາມຫວຽດນາມ, ສະແດງໃຫ້ເຫັນຈິດໃຈຮ່ວມມື ແລະນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ກໍ່ຄືລະຫວ່າງບັນດາວິສາຫະກິດສອງຝ່າຍ, ເປັນຕົ້ນແມ່ນໃນຂົງເຂດພະລັງງານເຊິ່ງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳຂັ້ນສູງສອງພັກ, ສອງລັດ.
ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ຮັບຮູ້ ແລະຕີລາຄາສູງກຸ່ມບໍລິສັດພົງຊັບທະວີແມ່ນໜຶ່ງໃນບັນດານັກລົງທຶນຂອງລາວ ທີ່ນຳໜ້າໃນການສົ່ງອອກໄຟຟ້າໄປຍັງຫວຽດນາມ ກໍ່ຄືຄໍາໝັ້ນສັນຍາຂອງກຸ່ມບໍລິສັດສືບຕໍ່ເພີ່ມທະວີການສົ່ງອອກໄຟຟ້າໄປຍັງຫວຽດນາມ; ພ້ອມທັງສະເໜີກຸ່ມບໍລິສັດສືບຕໍ່ຄົ້ນຄວ້າ, ເປີດກວ້າງການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ກາກບອນ, ພື້ນຖານໂຄງລ່າງດ້ານພະລັງງານ; ເຂົ້າຮ່ວມບັນດາໂຄງການເຊື່ອມຕໍ່ເຄືອຂ່າຍໄຟຟ້າອາຊຽນ ASEAN (ASEAN Power Grid), ຂໍ້ລິເລີ່ມຮ່ວມມືພາກພື້ນ, ໃນນັ້ນມີການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ.
    |
 |
|
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ກຸນລະພັນ ວົງນາທີ ຮອງປະທານກຸ່ມບໍລິສັດພົງຊັບທະວີ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ເຊື່ອໝັ້ນວ່າ ດ້ວຍກໍານົດທີ່ຈະແຈ້ງກ່ຽວກັບການເຊື່ອມຕໍ່ສອງພື້ນຖານເສດຖະກິດຂອງການນຳຂັ້ນສູງສອງປະເທດ, ດ້ວຍພື້ນຖານການຮ່ວມມືອັນໝັ້ນຄົງ ແລະຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ແລະຄວາມຕັດສິນໃຈຂອງທັງສອງຝ່າຍ, ການຮ່ວມມືລະຫວ່າງກຸ່ມບໍລິສັດກັບຫວຽດນາມ ຈະປະສົບຜົນສໍາເລັດ, ປະກອບສ່ວນນໍາການພົວພັນຮ່ວມມືດ້ານພະລັງງານ ຫວຽດນາມ-ລາວ ຈະສືບຕໍ່ພັດທະນາຢ່າງແຂງແຮງ, ນຳຜົນປະໂຫຍດແທດຈິງມາໃຫ້ປະຊາຊົນສອງປະເທດ.
ສ່ວນທ່ານຮອງປະທານ ກຸນລະພັນ ວົງນາທີ ຢືນຢັນວ່າ ກຸ່ມບໍລິສັດພົງຊັບທະວີໃຫ້ຄຳໝັ້ນສັນຍາຈະຜັນຂະຫຍາຍບັນດາໂຄງການຮ່ວມມືພະລັງງານຖືກຕ້ອງຕາມກົດໝາຍຂອງສອງປະເທດ; ຕັດສິນໃຈຫັນແຜນການສົ່ງອອກໄຟຟ້າປະມານ 6.000 MW ໄປຍັງຫວຽດນາມ ໃຫ້ປະກົດຜົນເປັນຈິງໃນຊຸມປີຈະມາເຖິງ.
ໂດຍ: ຄໍາແພງ