ປະຕິບັດຕາມສັນຍາວ່າດ້ວຍການຮ່ວມມືດ້ານການສຶກສາ ແລະບໍາລຸງສ້າງລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ, ປີ 2021, ວິທະຍາຄານຕຳຫຼວດປະຊາຊົນ ໄດ້ຮັບ ແລະຈັດຕັ້ງການບໍາລຸງສ້າງໃຫ້ແກ່ນັກຮຽນຕໍາຫຼວດລາວ ຊຸດທີ D36 ຈໍານວນ 36 ຄົນ.

leftcenterrightdel
ທ່ານພົນຕີ ເຈິ່ນມີງເຮື໋ອງ ມອບໃບປະກາສະນີຍະບັດໃຫ້ແກ່ນັກຮຽນຕໍາຫຼວດລາວ.  ພາບ: hvcsnd.edu.vn

ພາຍຫຼັງ 4 ປີຄົ້ນຄວ້າ ແລະຮໍ່າຮຽນ ດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ເປັນຕົ້ນແມ່ນໃນໄລຍະການຮໍ່າຮຽນຂອງຊຸດ ເຊິ່ງໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ບັນດານັກຮຽນຕໍາຫຼວດ ໄດ້ຜ່ານຜ່າທຸກອຸປະສັກ, ສູ້ຊົນ ແລະສຳເລັດຫຼັກສູດບໍາລຸງສ້າງ, ບັນລຸໄດ້ໝາກຜົນທີ່ເປັນໜ້າຊົມເຊີຍ.

ທີ່ພິທີປິດ, ບັນດາຜູ້ແທນລ້ວນແຕ່ຢືນຢັນວ່າ ນັກຮຽນຕໍາຫຼວດລາວ ຊຸດທີ D36 ສົກຮຽນ 2021-2025 ໄດ້ສໍາເລັດເປົ້າໝາຍການບໍາລຸງສ້າງທີ່ໄດ້ວາງອອກ, ມີຄຸນສົມບັດທີ່ຈຳເປັນ, ໄດ້ສະສົມຄວາມຮູ້ ແລະທັກສະຢ່າງພຽງພໍໃນຫຼັກສູດບໍາລຸງສ້າງ, ສົມຄວນໄດ້ຮັບໃບປະກາສະນີຍະບັດປະລິນຍາຕີຈາກວິທະຍາຄານຕຳຫຼວດປະຊາຊົນ. ພ້ອມທັງຫວັງວ່າ ນັກຮຽນຕໍາຫຼວດລາວ ຊຸດທີ D36 ຈະກາຍເປັນຂົວຕໍ່ທີ່ສຳຄັນປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະພັດທະນາກວ່າອີກໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ