ຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນຄັກດີ້ງ ຕ້ອນຮັບປະທານກໍາມາທິການຍຸຕິທຳຂອງສະພາແຫ່ງຊາດລາວ
ກປ.ອອນໄລ - ຕອນເຊົ້າວັນທີ 27 ມີນາ, ທີ່ຫໍສະພາແຫ່ງຊາດ, ສະຫາຍ ຫງວຽນຄັກດີ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບສະຫາຍ ຄຳແພງ ວິລະພັນ ປະທານກໍາມາທິການຍຸຕິທຳ ຂອງສະພາແຫ່ງຊາດລາວ ພ້ອມດ້ວຍຄະນະຜູ້ແທນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
    |
 |
ສະຫາຍ ຫງວຽນຄັກດີ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບສະຫາຍ ຄຳແພງ ວິລະພັນ ປະທານກໍາມາທິການຍຸຕິທຳ ຂອງສະພາແຫ່ງຊາດລາວ. ພາບ: daibieunhandan.vn |
ທີ່ການຕ້ອນຮັບ, ສະຫາຍ ຫງວຽນຄັກດີ້ງ ຊີ້ແຈ້ງວ່າ: ສາຍພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດລາວ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ໃນນັ້ນມີການພົວພັນຮ່ວມມື, ພົບປະ, ແລກປ່ຽນບົດຮຽນໃນວຽກງານນິຕິບັນຍັດ, ຕິດຕາມກວດກາລະຫວ່າງບັນດາອົງການວິຊາສະເພາະ ແມ່ນປັດໄຈສໍາຄັນໃນການພົວພັນອັນດີງາມລະຫວ່າງສອງສະພາແຫ່ງຊາດ ແລະໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກການນໍາສະພາແຫ່ງຊາດສອງປະເທດ.
ສະຫາຍ ຫງວຽນຄັກດີ້ງ ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດສູງສຸດໃຫ້ການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບ ລາວ.
    |
 |
ສະຫາຍ ຫງວຽນຄັກດີ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ແລະສະຫາຍ ຄຳແພງ ວິລະພັນ ປະທານກໍາມາທິການຍຸຕິທຳ ຂອງສະພາແຫ່ງຊາດລາວ ພ້ອມດ້ວຍບັນດາຜູ້ແທນ. ພາບ: daibieunhandan.vn |
ສ່ວນສະຫາຍ ຄຳແພງ ວິລະພັນ ສະແດງຄວາມຂອບອົກຂອບໃຈສະຫາຍຮອງປະທານສະພາແຫ່ງຊາດ ຫງວຽນຄັກດີ້ງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ; ພ້ອມທັງຊີ້ແຈ້ງວ່າ ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອແນໃສ່ຮໍ່າຮຽນ, ແລກປ່ຽນບົດຮຽນກັບບັນດາອົງການຂອງສະພາແຫ່ງຊາດຫວຽດນາມ ກ່ຽວກັບການເຄື່ອນໄຫວຕິດຕາມກວດກາແກ້ໄຂຄໍາຮ້ອງທຸກ... ພ້ອມກັນນັ້ນ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.
ໂດຍ: ທູຈາງ