ສະຫາຍ ເຢືອງແທງບິ່ງ ໃຫ້ຮູ້ວ່າ ການຢ້ຽມຢາມຂອງຄະນະແມ່ນໂອກາດ ເພື່ອໃຫ້ສອງຝ່າຍແລກປ່ຽນບົດຮຽນໃນວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນແຕ່ລະປະເທດ,  ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ. ໂດຍຜ່ານການແກ້ໄຂຄຳຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງຄະນະແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ໄດ້ປະກອບສ່ວນປັບປຸງກົດໝາຍໃຫ້ສົມບູນແບບ; ຊ່ວຍບັນດາອົງການຂອງລັດ ແລະຜູ້ຮັບຜິດຊອບປະຕິບັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ຖືກຕ້ອງ; ແກ້ໄຂຫຼາຍກໍລະນີທີ່ສັບສົນ, ແກ່ຍາວໄດ້ຮັບຄວາມເອົາໃຈໃສ່, ເຫັນດີ, ສະໜັບສະໜູນຈາກມະຫາຊົນ, ຜູ້ມີສິດເລືອກຕັ້ງ ແລະປະຊາຊົນ...

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: daibieunhandan.vn

ສະຫາຍ  ຄຳແພງ ວິລະພັນ ເຊື່ອໝັ້ນວ່າ ຄະນະແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະໄດ້ຮັບຜົນສຳເລັດຫຼາຍກວ່າອີກໃນໄລຍະຈະມາເຖິງ. ທ່ານປະທານກຳມາທິການຍຸຕິທໍາສະພາແຫ່ງຊາດລາວ ໃຫ້ຮູ້ວ່າ ວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນຂອງສະພາແຫ່ງຊາດລາວ ໃນປະຈຸບັນໂດຍ ກໍາມາທິການຍຸຕິທໍາ ຄຸ້ມຄອງ, ກໍ່ມີພາລະໜ້າທີ່ຄ້າຍຄືກັນກັບຄະນະແກ້ໄຂຄຳຮ້ອງປະຊາຊົນສັງກັດຄະນະປະຈຳສະພາແຫ່ງຊາດຫວຽດນາມ.

ໂດຍ: ທະນາພອນ