ກ່າວຄໍາເຫັນປິດພິທີ, ທ່ານ ໂດ໊ກວກຫວຽດ, ຮອງຫົວໜ້າກົມຮູບເງົາ, ຕາງໜ້າໃຫ້ຄະນະປະຕິບັດງານຈັດຕັ້ງສັບປະດາຮູບເງົາຫວຽດນາມ ຢູ່ລາວ ເນັ້ນໜັກວ່າ: ໃນສະພາບປີ 2025 ມີຫຼາຍເຫດການສຳຄັນສໍາລັບສອງປະເທດ, ສັບປະດາຮູບເງົາ ຂໍ່ານັບຊົມເຊີຍວັນສະຖາປະນາລາວ ໄດ້ກາຍເປັນຂົວຕໍ່ວັດທະນະທຳທີ່ເຕັມໄປດ້ວຍຄວາມໝາຍ.

ຜ່ານບັນດາຮູບເງົາທີ່ໄດ້ຮັບສາຍ, ຄະນະຈັດຕັ້ງປາດຖະໜາຢາກແນະນໍາໃຫ້ປະຊາຊົນລາວ ບັນດາຮູບພາບທີ່ແທ້ຈິງ ແລະມີຊີວິດຊີວາກ່ຽວກັບປະເທດ, ຊາວຫວຽດນາມ, ການຫັນປ່ຽນຢ່າງແຮງແຮງ ໃນໄລຍະເຊື່ອມໂຍງ ແລະຈິດໃຈສາມັກຄີ, ຄວາມເມດຕາ - ເຊິ່ງແມ່ນຄຸນຄ່າທີ່ສອງຊາດ ຍາມໃດກໍ່ເຫັນອົກເຫັນໃຈ ແລະເຄົາລົບນັບຖື.

ຕາມທ່ານ ໂດ໊ກວກວຽດ ແລ້ວ, ໃນເວລາ 6 ວັນ ດໍາເນີນເຫດການ, ສັບປະດາຮູບເງົາ ໄດ້ນຳສະເໜີຮູບເງົາດີເດັ່ນຈໍານວນໜຶ່ງໃຫ້ປະຊາຊົນລາວ ແລະຫວຽດນາມ, ໃນນັ້ນມີ ຮູບເງົາ 3 ເລື່ອງ ຂອງຫວຽດນາມ ທີ່ຫາກໍ່ໄດ້ຮັບສາຍ.

leftcenterrightdel
ບັນດາຜູ້ແທນ ຫວຽດນາມ-ລາວ ຖ່າຍຮູບເປັນລະນຶກທີ່ພິທີປິດສັບປະດາຮູບເງົາຫວຽດນາມ ຢູ່ນະຄອນຫຼວງວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາຮູບເງົາເຫຼົ່ານີ້ແມ່ນຄໍາອວຍພອນອັນຈິງໃຈຈາກຂະແໜງຮູບເງົາຂອງຫວຽດນາມ ທີ່ສົ່ງເຖິງປະຊາຊົນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ; ພ້ອມກັນນັ້ນ ກໍເປັນຂົວຕໍ່ຊ່ວຍໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈ, ຮັກແພງ ແລະເຄົາລົບນັບຖືສາຍພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ.

ຄະນະຈັດຕັ້ງ ໃຫ້ຮູ້ວ່າ: ບັນດາຮູບເງົາທີ່ໄດ້ຮັບການສາຍໃນສັບປະດາໄດ້ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບ ຫວຽດນາມ-ລາວ, ຊ່ວຍໃຫ້ປະຊາຊົນສອງປະເທດ ມີຄວາມສະໜິດສະໜົມ, ເຂົ້າໃຈ ແລະຄວາມຜູກພັນຮັກແພງກັນກ່ວາອີກ, ພ້ອມກັນຮັກສາມໍລະດົກອາລົມຈິດພິເສດທີ່ປະຫວັດສາດໄດ້ປະໄວ້.

ບັນດາເລື່ອງລາວ, ຮູບພາບ, ສານຜ່ານຮູບເງົາແຕ່ລະເລື່ອງບໍ່ພຽງແຕ່ມີຄຸນຄ່າທາງດ້ານສິລະປະເທົ່ານັ້ນ, ຫາກຍັງມີຄວາມເລິກທາງດ້ານວັດທະນະທຳ, ປະຫວັດສາດ, ວາດພາບນໍ້າໃຈສາມັກຄີ, ຄວາມສັດຊື່ບໍລິສຸດລະຫວ່າງສອງຊາດ ອີກດ້ວຍ.

ສັບປະດາຮູບເງົາບໍ່ພຽງແຕ່ແມ່ນເຫດການພົບປະແລກປ່ຽນຮູບເງົາເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອຢືນຢັນຄວາມຕັດສິນໃຈຂອງສອງປະເທດໃນການສືບຕໍ່ເພີ່ມພູນຄູນສ້າງ ແລະເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງ ຫວຽດນາມ - ລາວ ອີກດ້ວຍ.

ໂດຍ: ທູຈາງ