ເພີ່ມທະວີການຮ່ວມມືລະຫວ່າງກໍາມາທິການຍຸຕິທໍາຂອງສະພາແຫ່ງຊາດ ຫວຽດນາມ ແລະລາວ
ກປ.ອອນໄລ - ຕອນເຊົ້າວັນທີ 27 ມີນາ, ສະຫາຍນາງ ເລທິງາ ປະທານກໍາມາທິການຍຸຕິທໍາ ຂອງສະພາແຫ່ງຊາດຫວຽດນາມ ໄດ້ມີການເຮັດວຽກກັບສະຫາຍ ຄຳແພງ ວິລະພັນ ປະທານກໍາມາທິການຍຸຕິທຳ ຂອງສະພາແຫ່ງຊາດລາວ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: daibieunhandan.vn |
ທີ່ການເຮັດວຽກ, ຕາມຄໍາສະເໜີຂອງຝ່າຍຄະນະຜູ້ແທນກໍາມາທິການຍຸຕິທໍາຂອງສະພາແຫ່ງຊາດລາວ, ສະຫາຍນາງ ເລທິງາ ໄດ້ແບ່ງປັນຂໍ້ມູນຂ່າວສານກ່ຽວກັບໂຄງປະກອບ, ການຈັດຕັ້ງ ແລະພາລະບົດບາດ, ໜ້າທີ່ຂອງກໍາມາທິການຍຸຕິທໍາ. ກ່ຽວກັບສິດອໍານາດຕິດຕາມກວດກາຂອງກໍາມາທິການ, ສະຫາຍນາງ ເລທິງາ ໄດ້ແລກປ່ຽນກ່ຽວກັບຮູບການຕິດຕາມກວດກາ ແລະບົດຮຽນໃນການປະຕິບັດການຕິດຕາມກວດກາຜ່ານການເຄື່ອນໄຫວຕິດຕາມກວດກາຫົວເລື່ອງສະເພາະ, ຜ່ານການແກ້ໄຂຄໍາຮ້ອງທຸກການເຄື່ອນໄຫວຂອງບັນດາອົງການຍຸຕິທໍາ ແລະຜ່ານການຕິດຕາມກວດກາການແກ້ໄຂບັນດາຄະດີລະອຽດ ເຊິ່ງໄດ້ຮັບຄວາມເອົາໃຈໃສ່ຈາກຫາງສຽງ... ສະຫາຍນາງ ເລທິງາ ຢັ້ງຢືນວ່າ, ການຕິດຕາມກວດກາຂອງກໍາມາທິການບໍ່ສົ່ງຜົນສະທ້ອນເຖິງການເຄື່ອນໄຫວຖືກຕ້ອງຂອງບັນດາອົງການຍຸຕິທໍາ.
    |
 |
ສະຫາຍນາງ ເລທິງາ, ປະທານກໍາມາທິການຍຸຕິທໍາ ຂອງສະພາແຫ່ງຊາດຫວຽດນາມ ເຮັດວຽກກັບສະຫາຍ ຄຳແພງ ວິລະພັນ ປະທານກໍາມາທິການຍຸຕິທຳ ຂອງສະພາແຫ່ງຊາດລາວ. ພາບ: daibieunhandan.vn |
ສ່ວນຝ່າຍຄະນະຜູ້ແທນກໍາມາທິການຍຸຕິທໍາ ຂອງສະພາແຫ່ງຊາດລາວ ເຊື່ອໝັ້ນວ່າ ການຢ້ຽມຢາມ ແລະເຮັດວຽກຂອງຄະນະຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງກໍາມາທິການຍຸຕິທໍາ ເວົ້າສະເພາະ, ລະຫວ່າງສອງສະພາແຫ່ງຊາດ, ສອງລັດຖະບານ, ສອງພັກ ແລະປະຊາຊົນສອງປະເທດ ເວົ້າລວມໃຫ້ຫຼາຍກວ່າອີກ.
ໂດຍ: ທູຈາງ