ສ້າງຂົວຕໍ່ມິດຕະພາບອີກແຫ່ງໜຶ່ງ
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ ເຂົ້າຮ່ວມພິທີເປີດການນໍາໃຊ້ຄູ່ດ່ານສາກົນ ເຕີນນາມ - Meun Chey. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່າວຄຳເຫັນທີ່ພິທີເປີດການນໍາໃຊ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະ ທ່ານນາຍົກລັດຖະມົນຕີ Hun Manet ລ້ວນແຕ່ເນັ້ນໜັກວ່າ ນີ້ແມ່ນເຫດການສຳຄັນ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີ, ການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ, ເປີດປະຕູໃຫ້ແກ່ການແລກປ່ຽນການຄ້າໃໝ່ ແລະສ້າງຂົວຕໍ່ມິດຕະພາບອີກແຫ່ງໜຶ່ງລະຫວ່າງສອງຊາດ; ພ້ອມກັນນັ້ນ, ກໍຕີລາຄາສູງຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການທີ່ກ່ຽວຂ້ອງໃນການຮ່ວມມືກໍ່ສ້າງ ແລະຍົກລະດັບດ່ານຊາຍແດນ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພິທີເປີດການນໍາໃຊ້ຄູ່ດ່ານສາກົນ ເຕີນນາມ - Meun Chey. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ຟ້າມມິງຈີ້ງ ຖືວ່າ ການເປີດການນໍາໃຊ້ດ່ານສາກົນ ເຕີນນາມ - Meun Chey ຈະສ້າງກຳລັງໜູນຢ່າງແຂງແຮງເພື່ອໃຫ້ສອງປະເທດ ສຳເລັດການຂີດເສັ້ນປັກຫຼັກໝາຍຊາຍແດນສໍາລັບ 16% ຕອນຊາຍແດນທີ່ຍັງເຫຼືອ; ພ້ອມກັນນັ້ນ, ຄົ້ນຄວ້າພັດທະນາບັນດາຄູ່ດ່ານສາກົນອື່ນໆຢູ່ເສັ້ນຊາຍແດນທາງບົກ ຫວຽດນາມ-ກໍາປູເຈຍ, ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 20 ຕື້ໂດລາສະຫະລັດ ໂດຍໄວ ຄືດັ່ງທີ່ການນໍາຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ, ປະກອບສ່ວນນໍາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ຫວຽດນາມ-ກໍາປູເຈຍ ໃຫ້ນັບມື້ນັບພັດທະນາໝັ້ນຄົງເຂັ້ມແຂງ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ ຕັດແຖບຜ້າເປີດການນໍາໃຊ້ຄູ່ດ່ານສາກົນ ເຕີນນາມ - Meun Chey. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່າວຄຳເຫັນນະທີ່ນີ້, ທ່ານ Hun Manet ກໍຖືວ່າ ການເປີດການນໍາໃຊ້ຄູ່ດ່ານສາກົນແຫ່ງນີ້ເປັນການສະແດງໃຫ້ເຫັນຢ່າງຈະແຈ້ງຄວາມເຈດຕະນາດີ, ຄວາມເປັນເອກະພາບໃນວິທີເຮັດ ແລະຄວາມຕັດສິນໃຈໃນການຮ່ວມມືລະຫວ່າງກຳປູເຈຍ ກັບຫວຽດນາມ, ຮ່ວມແຮງຮ່ວມໃຈກັນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ເຂດຊາຍແດນແຫ່ງການພົວພັນການຄ້າ, ແລກປ່ຽນສິນຄ້າ, ການບໍລິການ, ເຂດຊາຍແດນແຫ່ງການພັດທະນາ, ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ. ຫວັງວ່າໃນໄລຍະຈະມາເຖິງ, ບັນດາດ່ານສາກົນອື່ນໆຈະໄດ້ຮັບການຍົກລະດັບ ຫຼືກໍ່ສ້າງໃໝ່ພ້ອມກັບພື້ນຖານໂຄງລ່າງທີ່ໄດ້ ແລະພວມກໍ່ສ້າງ, ຍົກລະດັບຈະຮັບໃຊ້, ໜູນຊ່ວຍຢ່າງຕັ້ງໜ້າໃຫ້ແກ່ການເຄື່ອນໄຫວຜະລິດ, ເຊື່ອມຕໍ່ການຮ່ວມມື, ລົງທຶນ, ການທ່ອງທ່ຽວ, ກະແສສິນຄ້າ, ຜະລິດຕະພັນກະເສດ, ການເດີນທາງໄປມາຂອງປະຊາຊົນ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ຕັດແຖບຜ້າເປີດການນໍາໃຊ້ຂົວມິດຕະພາບ ເຕີນນາມ - Meun Chey ລະຫວ່າງສອງປະເທດ.
ຊຸກຍູ້ການຮ່ວມມືໃນທຸກຂົງເຂດ
ຕອນເຊົ້າວັນດຽວກັນ, ໃນໂອກາດພ້ອມກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ເປັນປະທານຮ່ວມພິທີເປີດການນໍາໃຊ້ຄູ່ດ່ານສາກົນ ເຕີນນາມ - Meun Chey, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະທ່ານນາຍົກລັດຖະມົນຕີ Hun Manet ໄດ້ມີການພົບປະສອງຝ່າຍເພື່ອຕີລາຄາຜົນການຮ່ວມມືທີ່ບັນລຸໄດ້ໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ.
ນາຍົກລັດຖະມົນຕີສອງປະເທດ ໄດ້ຕີລາຄາສູງຄວາມໝາຍຂອງການເປີດການນໍາໃຊ້ຄູ່ດ່ານສາກົນ ເຕີນນາມ – Meun Chey ໃນການເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ແລະພົບປະແລກປ່ຽນປະຊາຊົນ; ຢືນຢັນຄວາມຕັດສິນໃຈສືບຕໍ່ປັບປຸງລະບົບດ່ານຊາຍແດນ, ຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມຂ້າມຊາຍແດນໃຫ້ສົມບູນແບບ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດພາກພື້ນ. ຄຽງຂ້າງນັ້ນ, ນາຍົກລັດຖະມົນຕີທັງສອງປະເທດ ພ້ອມກັນຖືວ່າສອງຝ່າຍຕ້ອງສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ສະກັດກັ້ນອາດຊະຍາກຳຂ້າມຊາຍແດນ, ການຄ້າເຖື່ອນ ແລະບັນດາການເຄື່ອນໄຫວຜິດກົດໝາຍ, ພ້ອມທັງລົງນາມ “ສັນຍາວ່າດ້ວຍການຄຸ້ມຄອງດ່ານຊາຍແດນ” ແລະ “ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ” ໂດຍໄວ ເພື່ອອໍານວຍຄວາມສະດວກໃຫ້ແກ່ການພົວພັນການຄ້າເຂດຊາຍແດນ, ຄຸ້ມຄອງດ່ານຊາຍແດນ, ຕອບສະໜອງເປົ້າໝາຍພັດທະນາຂອງສອງປະເທດໃນໄລຍະໃໝ່.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: VGP |
ນາຍົກລັດຖະມົນຕີສອງປະເທດ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາເສັ້ນຊາຍແດນສອງປະເທດ ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ; ຢືນຢັນຈະສືບຕໍ່ສົມທົບກັນແກ້ໄຂບັນຫາທີ່ເກີດຂຶ້ນໃໝ່ຢ່າງສົມເຫດສົມຜົນ ແລະທັນການ, ໃນນັ້ນມີການປົກປັກຮັກສາສິ່ງແວດລ້ອມຢູ່ເຂດຊາຍແດນແບບຍືນຍົງ; ຊຸກຍູ້ການເຈລະຈາ, ແກ້ໄຂປະມານ 16% ເສັ້ນຊາຍແດນທີ່ຍັງບໍ່ທັນສໍາເລັດການຂີດເສັ້ນປັກຫຼັກໝາຍຊາຍແດນເທື່ອ; ປະສານສົມທົບກັນຄຸ້ມຄອງຊາຍແດນທັງທາງບົກ ແລະທາງທະເລບົນຈິດໃຈເຂົ້າໃຈ, ເຄົາລົບເຊິ່ງກັນ ແລະກັນ ແລະສອດຄ່ອງກັບກົດໝາຍສາກົນ.
ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈີ້ງ ກໍ່ສະເໜີຝ່າຍ ກຳປູເຈຍ ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາສະຖານະການທາງດ້ານກົດໝາຍ ເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ ກຳປູເຈຍ ມີຊີວິດການເປັນຢູ່ເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຈະເລີນຮຸ່ງເຮືອງຂອງກຳປູເຈຍ ແລະການພົວພັນມິດຕະພາບລະຫວ່າງສອງປະເທດ.
ແລກປ່ຽນກ່ຽວກັບຄວາມເຄັ່ງຕຶງຢູ່ເຂດຊາຍແດນ ກຳປູເຈຍ-ໄທ, ທ່ານ ຟ້າມມິງຈີ້ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະຕິດຕາມສະພາບການຢ່າງແໜ້ນແຟ້ນ ແລະຈະສືບຕໍ່ປະກອບສ່ວນເຂົ້າໃນການແກ້ໄຂຄວາມເຄັ່ງຕຶງໂດຍສັນຕິວິທີ, ຮຽກຮ້ອງ ໄທ ແລະກຳປູເຈຍ ຕ້ອງລະງັບໃຈ, ດຳເນີນການເຈລະຈາ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ ແລະກັນ ແລະປະຕິບັດຕາມຂໍ້ຕົກລົງສັນຕິພາບ. ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະສະໜັບສະໜູນບັນດາຄວາມມານະພະຍາຍາມແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ; ຖືວ່າຄວາມໝັ້ນຄົງອັນຍາວນານ ແມ່ນມາດຕະການດີທີ່ສຸດໃຫ້ແກ່ທັງກຳປູເຈຍ ແລະໄທ, ເພື່ອຄວາມສາມັກຄີອາຊຽນ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ໂດຍ: ໄຊຊະນະ