ເຂົ້າຮ່ວມກອງປະຊຸມມີທ່ານພົນໂທ ຫງວຽນວັນລອງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ, ທ່ານພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນໂທ ຫງວຽນວັນລອງ ໃຫ້ຮູ້ວ່າ: ກອງປະຊຸມແມ່ນໂອກາດ ເພື່ອໃຫ້ກຳລັງຕຳຫຼວດສອງປະເທດເວົ້າລວມ, ຕຳຫຼວດຕ້ານ ແລະສະກັດກັ້ນຢາເສບຕິດເວົ້າສະເພາະ ພ້ອມກັນຕີລາຄາປະສິດທິຜົນຂອງວຽກງານສົມທົບກັນຕ້ານ, ສະກັດກັ້ນອາດຊະຍາກຳໃນໄລຍະມໍ່ໆມານີ້ ແລະເຫັນດີເປັນເອກະສັນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ.

leftcenterrightdel
ກະຊວງຕຳຫຼວດຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບລາວ ເພີ່ມທະວີການຮ່ວມມື. ພາບ: ສໍານັກຂ່າວສານຫວຽດນາມ

ບົດລາຍງານທີ່ກອງປະຊຸມຊີ້ແຈ້ງວ່າ ບົນພື້ນຖານບັນດາຂໍ້ຕົກລົງການຮ່ວມມືລະຫວ່າງສອງປະເທດ, ກຳລັງຕຳຫຼວດໃນບັນດາກົມກອງ, ທ້ອງຖິ່ນຂອງຫວຽດນາມ ແລະ ລາວ ໄດ້ເປັນເຈົ້າການສ້າງແຜນການ, ຜັນຂະຫຍາຍປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຢ່າງຂ້ຽວຂາດ, ບັນລຸໄດ້ໝາກຜົນສຳຄັນ.

ສອງກະຊວງໄດ້ແລກປ່ຽນຂໍ້ມູນກ່ຽວກັບສະພາບອາດຊະຍາກຳ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ອາດຊະຍາກຳຢາເສບຕິດ; ຕີລາຄາສະພາບການ ແລະໝາກຜົນແຫ່ງການຜັນຂະຫຍາຍປະຕິບັດບັນດາສັນຍາ, ຂໍ້ຕົກລົງ, ແຜນການຮ່ວມມືລະຫວ່າງສອງປະເທດ; ວຽກງານສົມທົບກັນໃນການຕ້ານ ແລະສະກັດກັ້ນອາດຊະຍາກຳທີ່ກ່ຽວຂ້ອງເຖິງການຄ້າມະນຸດ, ອາດຊະຍາກຳກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ອາດຊະຍາກຳຢາເສບຕິດຢູ່ເສັ້ນຊາຍແດນຫວຽດນາມ - ລາວ.

ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືຕ້ານ ແລະສະກັດກັ້ນອາດຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ; ບົດບັນທຶກຊ່ວຍຈໍາວ່າດ້ວຍການຕ້ານ ແລະສະກັດກັ້ນຢາເສບຕິດລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບລາວ; ປຶກສາຫາລືກ່ຽວກັບທິດທາງ ແລະມາດຕະການແກ້ໄຂເພື່ອຍົກສູງປະສິດທິຜົນການຮ່ວມມືໃນການຕ້ານ ແລະສະກັດກັ້ນອາດຊະຍາກຳ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ອາດຊະຍາກຳຢາເສບຕິດໃນໄລຍະຈະມາເຖິງ.

ໂດຍ: ທູຈາງ