ເຊີນລາ: ມອບຂອງຂວັນໃຫ້ນັກຮຽນຢູ່ໂຮງຮຽນທີ່ປະສົບກັບຄວາມຫຍຸ້ງຍາກຂອງປະເທດເພື່ອນລາວ
ກປ.ອອນໄລ - ວັນທີ 8 ທັນວາ, ຄ້າຍທະຫານຊາຍແດນຈ່ຽງເຄືອງ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ, ໄດ້ສົມທົບກັນຈັດຕັ້ງການມອບຂອງຂວັນໃຫ້ນັກຮຽນຢູ່ໂຮງຮຽນທີ່ປະສົບກັບຄວາມຫຍຸ້ງຍາກຂອງແຂວງຫົວພັນ, ສປປ ລາວ.
ຍ້ອນທີ່ຕັ້ງພູມສາດ ສະນັ້ນ ບາງໂຮງຮຽນຂຶ້ນກັບບັນດາເມືອງຂອງແຂວງຫົວພັນ, ປະເທດເພື່ອນລາວ, ທີ່ມີຊາຍແດນຕິດຈອດກັບແຂວງເຊີນລາ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ບົນຈິດໃຈຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ, ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງເຊີນລາ ໄດ້ມີຫຼາຍການເຄື່ອນໄຫວໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນ ແລະນັກຮຽນຂອງປະເທດເພື່ອນລາວ.
    |
 |
|
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ຈ່ຽງເຄືອງ ສົມທົບກັບຄະນະອາສາສະໝັກ ມອບຂອງຂວັນໃຫ້ນັກຮຽນຢູ່ໂຮງຮຽນປະຖົມ ຫ້ວຍກູ້, ເມືອງແອດ, ແຂວງຫົວພັນ, ລາວ. ພາບ: nhandan.vn |
ເນື່ອງໃນໂອກາດນີ້, ຄ້າຍທະຫານຊາຍແດນຈ່ຽງເຄືອງ ໄດ້ສົມທົບກັບຄະນະຊາວໜຸ່ມຕາແສງຈ່ຽງເຄືອງ, ຄະນະອາສາສະໝັກ ບ້ານທ໊າຍໂນ້ຍ, ຕາແສງຫວຽດອຽນ, ແຂວງຮືງອຽນ ເດີນທາງໄປຫຼາຍກວ່າ 250 ກິໂລແມັດ ເພື່ອມອບຂອງຂວັນໃຫ້ນັກຮຽນຢູ່ໂຮງຮຽນປະຖົມ ແລະໂຮງຮຽນອະນຸບານຫ້ວຍກູ້, ເມືອງແອດ, ແຂວງຫົວພັນ, ລາວ.
ທ່ານພັນເອກ ລໍ່ວັນບິ່ງ, ພະນັກງານການເມືອງຄ້າຍທະຫານຊາຍແດນ ດ່ານຊາຍແດນຈ່ຽງເຄືອງ, ໄດ້ແບ່ງປັນວ່າ: ທາງກົມກອງ ບໍ່ພຽງແຕ່ເປັນກຳລັງຫຼັກແຫຼ່ງໃນການສົມທົບກັບກຳລັງປົກປັກຮັກສາຊາຍແດນຂອງປະເທດເພື່ອນລາວ ຮັກສາຄວາມສະຫງົບສຸກຢູ່ຊາຍແດນຂອງປະເທດຊາດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນສາຍພົວພັນທີ່ສະໜິດສະໜົມ, ແໜ້ນແຟ້ນກັບປະຊາຊົນປະເທດເພື່ອນລາວ, ພ້ອມແລ້ວທີ່ຈະໜູນຊ່ວຍ, ຊ່ວຍເຫຼືອໃນຫຼາຍຂົງເຂດ ອີກດ້ວຍ.
ໃນໄລຍະຜ່ານມາ, ດ້ວຍການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ, ຄ້າຍທະຫານຊາຍແດນ ດ່ານຊາຍແດນຈ່ຽງເຄືອງ ໄດ້ຈັດຕັ້ງການແນະນໍາເພື່ອຊ່ວຍປະຊາຊົນລາວ ປູກຕົ້ນໄມ້ກິນໝາກ, ມອບເບ້ຍໄມ້, ໜູນຊ່ວຍເງິນໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ - ລູກຮັກຂອງຄ້າຍທະຫານຊາຍແດນ”...
ໂດຍ: ຈາງຫງວຽນ