ໃນໄລຍະການຢ້ຽມຢາມປະເທດຍີ່ປຸ່ນ, ຄະນະ ແລະຜູ້ບັນຊາການກຳປັ່ນ 015-ເຈິ່ນຮືງດ້າວ ໄດ້ເຂົ້າຢ້ຽມຂໍ່ານັບອໍານາດການປົກຄອນນະຄອນ Kure; ນາຍທະຫານ ແລະລູກເຮືອທະຫານເຮືອສອງປະເທດໄດ້ໄປຢ້ຽມຊົມກຳປັ່ນ 015-ເຈິ່ນຮືງດ້າວ ແລະກຳປັ່ນ JS Tenryu ຂອງຍີ່ປຸ່ນ, ແຂ່ງຂັນກິລາມິດຕະພາບອີກດ້ວຍ. ຄະນະຫວຽດນາມ ໄດ້ໄປຢ້ຽມຊົມທິວທັດທໍາມະຊາດ ແລະເຂດປູຊະນີຍະສະຖານປະຫວັດສາດຫຼາຍແຫ່ງຢູ່ Hiroshima.  ນອກຈາກນັ້ນ, ກ່ອນທີ່ຈະເລີ່ມຕົ້ນການຢ້ຽມຢາມຢ່າງເປັນທາງການຢູ່ ສ.ເກົາຫຼີ, ກຳປັ່ນ 015-ເຈິ່ນຮືງດ້າວ ແລະກຳປັ່ນຍີ່ປຸ່ນ JS Yamagiri ໄດ້ດຳເນີນການຝຶກຊ້ອມຮ່ວມກ່ຽວກັບການຈັດວາງຮູບແຖວ ແລະການຕິດຕໍ່ສື່ສານບົນທະເລ.

ແບ່ງປັນກັບນັກຂ່າວ, ທ່ານພົນຕີ Tamotsu Matsumoto, ຜູ້ບັນຊາການເຂດ Kure, ກຳລັງປ້ອງກັນຝັ່ງທະເລຍີ່ປຸ່ນ ຖືວ່າ, ກຳປັ່ນ 015-ເຈິ່ນຮືງດ້າວ ໄດ້ເດີນທາງທີ່ຍາວໄກໃນສະພາບດິນຟ້າອາກາດບໍ່ດີ ເພື່ອໄປຮອດຍີ່ປຸ່ນ ໄດ້ສະແດງໃຫ້ເຫັນຈິດໃຈ ແລະຄວາມສາມາດຂອງທະຫານເຮືອປະຊາຊົນຫວຽດນາມ. ທ່ານ ຍັງເນັ້ນໜັກວ່າ ການພົບປະແລກປ່ຽນຢູ່ຖານທັບທະຫານເຮືອ Kure ໃນຂອບເຂດການຢ້ຽມຢາມໄດ້ຊ່ວຍເພີ່ມທະວີຄວາມເຂົ້າໃຈລະຫວ່າງນາຍທະຫານ ແລະລູກເຮືອຂອງສອງຝ່າຍ ແລະຊຸກຍູ້ການຮ່ວມມືລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ແລະກຳລັງປ້ອງກັນຝັ່ງທະເລຍີ່ປຸ່ນ.

leftcenterrightdel
ຜູ້ຕາງໜ້າຖານທັບທະຫານເຮືອ Kure (ຍີ່ປຸ່ນ) ອຳລາຄະນະປະຕິບັດງານ. ພາບ: ແມ້ງຮຸ່ງ
leftcenterrightdel
ນາຍທະຫານ ແລະລູກເຮືອຢູ່ຖານທັບທະຫານເຮືອ Kure (ຍີ່ປຸ່ນ) ເຂົ້າຮ່ວມພິທີອຳລາກຳປັ່ນ 015-ເຈິ່ນຮືງດ້າວ. ພາບ: ແມ້ງຮຸ່ງ
leftcenterrightdel
ພັນເອກພິເສດ ຫງວຽນວິງນາມ, ຮອງຜູ້ບັນຊາການທະຫານເຮືອເຂດ 4, ຫົວໜ້າຄະນະ ໄດ້ກ່າວສະແດງຄໍາຂອບໃຈມາຍັງບັນດານາຍທະຫານ ແລະລູກເຮືອຍີ່ປຸ່ນ. ພາບ: ແມ້ງຮຸ່ງ
leftcenterrightdel
ນາຍທະຫານ ແລະລູກເຮືອຂອງກຳປັ່ນ 015-ເຈິ່ນຮືງດ້າວ ອໍາລາທ່າເຮືອ ເມື່ອກໍາປັ່ນເລີ່ມອອກຈາກນະຄອນ Kure, ປະເທດຍີ່ປຸ່ນ. ພາບ: ແມ້ງຮຸ່ງ

ໂດຍ: ໄຊນີດາ