ເພີ່ມທະວີການປົກປັກຮັກສາຄວາມໝັ້ນຄົງຢູ່ເສັ້ນຊາຍແດນຫວຽດນາມ-ລາວ
ກປ.ອອນໄລ - ຕອນເຊົ້າຂອງວັນທີ 10 ທັນວາ, ຄ້າຍທະຫານຊາຍແດນ ດ່ານສາກົນເບີ່ອີ, ກອງບັນຊາການທະຫານຊາຍແດນແຂວງກວາງຫງ້າຍ ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 541, ກອງບັນຊາການທະຫານແຂວງອັດຕະປື, ສປປ ລາວ, ໄດ້ດຳເນີນການລາດຕະເວນສອງຝ່າຍຕາມສັນຍາ ແລະລະບຽບການກ່ຽວກັບການຄຸ້ມຄອງຊາຍແດນລະຫວ່າງຫວຽດນາມ ແລະ ລາວ ຢູ່ເສັ້ນຊາຍແດນຈາກຫຼັກໝາຍ 790 ຫາຫຼັກໝາຍ 792.
ກຳລັງລາດຕະເວນສອງຝ່າຍ ໄດ້ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ; ກວດກາສະພາບປະຈຸບັນຂອງເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນ ແລະຄວບຄຸມສະຖານະການຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ປະຕິບັດພິທີເຄົາລົບຫຼັກໝາຍຊາຍແດນ ແລະເຫັນດີເປັນເອກະພາບກ່ຽວກັບບາງມາດຕະການ, ຂັ້ນຕອນສົມທົບກັນແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໃໝ່ຢູ່ຊາຍແດນຕາມເອກະສານນິຕິກໍາທີ່ໄດ້ລົງນາມລະຫວ່າງສອງປະເທດ.
    |
 |
|
ການລາດຕະເວນສອງຝ່າຍຕາມສັນຍາ ແລະລະບຽບການຄຸ້ມຄອງຊາຍແດນລະຫວ່າງຫວຽດນາມ - ລາວ ໃນເສັ້ນຊາຍແດນຈາກຫຼັກໝາຍ 790 ຫາຫຼັກໝາຍ 792. ພາບ: quangngaitv.vn |
ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ລົງນາມບົດບັນທຶກຮັບຮູ້ໝາກຜົນຂອງວຽກງານສົມທົບກັນ ແລະເຫັນດີເປັນເອກະພາບກ່ຽວກັບເນື້ອໃນທີ່ສຳຄັນຫຼາຍຢ່າງ. ໃນນັ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນ; ສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆທີ່ເຄື່ອນໄຫວຢູ່ເຂດຊາຍແດນລະຫວ່າງສອງປະເທດ. ສືບຕໍ່ຍູ້ແຮງການໂຄສະນາໃຫ້ແກ່ປະຊາຊົນທັງສອງຟາກຊາຍແດນປະຕິບັດບັນດາສັນຍາ, ຂໍ້ຕົກລົງ ແລະລະບຽບການຄຸ້ມຄອງຊາຍແດນທີ່ໄດ້ລົງນາມຢ່າງເຂັ້ມງວດ; ພ້ອມທັງກຳນົດເສັ້ນຊາຍແດນໃຫ້ແກ່ການສົມທົບກັນລາດຕະເວນສອງຝ່າຍຄັ້ງຕໍ່ໄປ.
ເນື່ອງໃນໂອກາດນີ້, ຄ້າຍທະຫານຊາຍແດນ ດ່ານສາກົນເບີ່ອີ ໄດ້ມອບຂອງຂວັນທີ່ມີຄ່າຫຼາຍກວ່າ 5 ລ້ານດົ່ງໃຫ້ແກ່ກຳລັງລາດຕະເວນຂອງປະເທດເພື່ອນ.
ໂດຍ: ຈາງຫງວຽນ