leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ຫວ໊ຽດຮ່າ.
leftcenterrightdel
ທ່ານພັນເອກ ຄໍາເພັດ ສຸລິຍະວົງ ກ່າວຄໍາເຫັນທີ່ການພົບປະ. ພາບ: ຫວ໊ຽດຮ່າ.

ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີກໍາລັງຄຸ້ມຄອງ, ປ້ອງກັນຊາຍແດນ, ດ່ານຊາຍແດນ; ປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຕໍ່ສູ້ຕ້ານອາດຊະຍາກໍາປະເພດຕ່າງໆ; ສະກັດກັ້ນການເຄື່ອນໄຫວເຂົ້າ-ອອກເມືອງຜິດກົດໝາຍ; ການຄ້າຂາຍເຖື່ອນ, ສໍ້ໂກງການຄ້າ ແລະການປະພຶດທີ່ລະເມີດອະທິປະໄຕຊາຍແດນສອງຝ່າຍ, ສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນວຽກງານກໍາແໜ້ນ, ແລກປ່ຽນຂໍ້ມູນກ່ຽວກັບສະພາບການຢູ່ເຂດຊາຍແດນ ແລະສະພາບການພະຍາດໂຄວິດ-19.

leftcenterrightdel
ທ່ານພັນເອກພິເສດ ເລວັນເຟືອງ ມອບຂອງຂວັນໃຫ້ຜູ້ແທນກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ. ພາບ: ຫວ໊ຽດຮ່າ.

ພ້ອມທັງສຶກສາອົບຮົມ, ຊາບຊຶມໃຫ້ພະນັກງານ, ນັກຮົບ ແລະໂຄສະນາໃຫ້ແກ່ປະຊາຊົນຢູ່ສອງຟາກຊາຍແດນ ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ, ຄວາມສໍາຄັນ ແລະໜ້າທີ່ປ້ອງກັນຄວາມສະຫງົບ, ຮັກສາຄວາມປອດໄພໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 1; ເສີມຂະຫຍາຍກໍາລັງແຮງສັງລວມຂອງທົ່ວລະບົບການເມືອງ, ທົ່ວປວງຊົນໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນໄວ້ໃຫ້ໝັ້ນແກ່ນ, ຮັກສາຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ ສົມທົບກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ; ບໍ່ປະໃຫ້ພະຍາດໂຄວິດ-19 ແຜ່ລາມເຂົ້າກົມກອງ ແລະຊຸມຊົນ... ປະກອບສ່ວນຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 1.

ໂດຍ: ກວຽດເຕິມ