ບໍາລຸງສ້າງພາສາຫວຽດນາມ ໃຫ້ແກ່ພະນັກງານລາວ
ກປ.ອອນໄລ - ວັນທີ 2 ມີນາ, ມະຫາວິທະຍາໄລ ກວ໋າງບິ່ງ ໄດ້ຈັດພິທີເປີດຊຸດບໍາລຸງສ້າງການແປພາສາຫວຽດນາມ ໃຫ້ແກ່ພະນັກງານແຂວງສາລະວັນ, ສປປ ລາວ.
    |
 |
|
ບັນຍາກາດທີ່ພິທີເປີດ. ພາບ: ຫາຍດັງ. |
ປະຕິບັດຕາມບົດບັນທຶກກອງປະຊຸມພົບປະຂັ້ນສູງລະຫວ່າງສອງແຂວງກວ໋າງຈິ ແລະສາລະວັນ, ມະຫາວິທະຍາໄລກວ໋າງບິ່ງ ໄດ້ຮັບໜ້າທີ່ບໍາລຸງສ້າງການແປພາສາໃຫ້ແກ່ພະນັກງານລາວ, ນີ້ແມ່ນຊຸດທີສອງທີ່ມະຫາວິທະຍາໄລ ກວ໋າງບິ່ງ ຈັດຕັ້ງ. ການຈັດຕັ້ງຊຸດບໍາລຸງສ້າງ ເພື່ອແນໃສ່ຫັນເນື້ອໃນບົດບັນທຶກກອງປະຊຸມພົບປະຂັ້ນສູງລະຫວ່າງສອງແຂວງໃນຂົງເຂດການສຶກສາ-ບໍາລຸງສ້າງ ໃຫ້ເປັນລະອຽດ, ຜ່ານນັ້ນປະກອບສ່ວນພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບໃຫ້ແກ່ປະເທດລາວ.
ໂດຍກໍານົດນີ້ແມ່ນໜ້າທີ່ການເມືອງອັນສໍາຄັນ, ໃນການຈັດຕັ້ງຊຸດຮຽນ ແລະການເຄື່ອນໄຫວສິດສອນ, ມະຫາວິທະຍາໄລກວ໋າງບິ່ງ ໄດ້ເລືອກບັນດາຄູອາຈານທີ່ມີຄວາມຮູ້ຄວາມສາມາດ ແລະບົດຮຽນປະສົບການ ເພື່ອເຂົ້າຮ່ວມການແລກປ່ຽນ, ຖ່າຍທອດຄວາມຮູ້ ແລະອໍານວຍຄວາມສະດວກທີ່ສຸດກ່ຽວກັບພື້ນຖານວັດຖຸ ເພື່ອໃຫ້ພະນັກງານເຂົ້າຮ່ວມຊຸດບໍາລຸງສ້າງມີຄວາມອຸ່ນອ່ຽງໃຈຮໍ່າຮຽນ ແລະດໍາເນີນຊີວິດທີ່ໂຮງຮຽນ.
ຄາດວ່າ ຊຸດບໍາລຸງສ້າງ ຈະດໍາເນີນໃນເວລາ 3 ເດືອນ.
ໂດຍ: ໄຊຊະນະ