ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະຄະນະປະຕິບັດງານໄດ້ໄປກວດກາວຽກງານກະກຽມຢູ່ສະຖານທີ່ຄາດວ່າຈະຈັດຕັ້ງການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 1 ແລະການເຄື່ອນໄຫວທາງການທູດກັບລາວ, ຄື: ຄ້າຍທະຫານຊາຍແດນດ່ານສາກົນລາວບ໋າວ, ດ່ານສາກົນລາວບ໋າວ, ໂຮງຮຽນປະຖົມເລກທີ 2 ລາວບ໋າວ...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກວດກາວຽກງານກະກຽມທີ່ໂຮງຮຽນປະຖົມເລກທີ 2 ລາວບ໋າວ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ຊົມເຊີຍ ແລະຕີລາຄາສູງອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດທີ່ໄດ້ຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 1 ແລະການເຄື່ອນໄຫວທາງການທູດກັບ ລາວ; ພ້ອມທັງຂອບໃຈຕ່ໍ່ການສົມທົບລະຫວ່າງພະແນກ, ຄະນະ, ຂະແໜງການ ແລະທ້ອງຖິ່ນຕ່າງໆຂອງແຂວງກວາງຈິ໊. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນແມ່ນການເຄື່ອນໄຫວການທູດປ້ອງກັນຊາດທີ່ສໍາຄັນ, ປະກອບສ່ວນສ້າງນໍ້າໃຈມິດຕະພາບ, ຄວາມສາມັກຄີກໍ່ຄືສ້າງເສັ້ນຊາຍແດນລະຫວ່າງຫວຽດນາມ ກັບປະເທດບ້ານໃກ້ເຮືອນຄຽງໃຫ້ມີເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກວດກາວຽກງານກະກຽມທີ່ດ່ານສາກົນລາວບ໋າວ. ພາບ: qdnd.vn

ນີ້ກໍ່ແມ່ນຄັ້ງທໍາອິດທີ່ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ-ລາວ ໄດ້ຈັດຕັ້ງ. ບົນຈິດໃຈນັ້ນ, ສະເໜີອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດອີງໃສ່ໜ້າທີ່ໄດ້ຮັບ, ສືບຕໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ປະສານ, ສົມທົບກັນຢ່າງແໜ້ນແຟ້ນນໍາກັນກໍ່ຄືກັບພະແນກ, ຂະແໜງການ ແລະທ້ອງຖິ່ນຕ່າງໆຂອງແຂວງກວາງຈີ໊ ເພື່ອແນໃສ່ປະກອບສ່ວນຮັບປະກັນໃຫ້ການຈັດຕັ້ງການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 1 ແລະການເຄື່ອນໄຫວທາງການທູດກັບລາວ ປະສົບຜົນສຳເລັດ. ທ່ານຮອງລັດຖະມົນຕີ ເນັ້ນໜັກເປັນພິເສດວ່າ ອົງການ, ກົມກອງທີ່ກ່ຽວຂ້ອງເອົາໃຈໃສ່ຍົກລະດັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຄືໃນສະພາບປະຈຸບັນ.

ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 1 ແລະການເຄື່ອນໄຫວທາງການທູດກັບລາວ ຄາດວ່າຈະຈັດຕັ້ງໃນເດືອນທັນວາ ຈະມາເຖິງ.

ໂດຍ: ກວຽດເຕີມ