leftcenterrightdel
ທ່ານນາງ ບ້ຽນທິກີ ຫົວໜ້າສະໂມສອນ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອກ່າວຄຳເຫັນໄຂເຫດການ, ທ່ານນາງ ບ້ຽນທິກີ ຫົວໜ້າສະໂມສອນ ເນັ້ນໜັກວ່າ ການສ້າງຕັ້ງສະໂມສອນມໍລະດົກເສື້ອຍາວຫວຽດນາມ ຢູ່ລາວ ແມ່ນເພື່ອແນໃສ່ອະນຸລັກຮັກສາ ແລະແຜ່​ຂະ​ຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດຫວຽດນາມ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ; ຜູກພັນວົງຄະນະຍາດ ແລະໂຄສະນາພາບພົດປະເທດຫວຽດນາມ ສຸພາບລຽບລ້ອຍ, ມະນຸດສະທຳ, ພ້ອມທັງປະກອບສ່ວນເພີ່ມທະວີການພົບປະແລກປ່ຽນດ້ານວັດທະນະທຳລະຫວ່າງປະຊາຊົນສອງປະເທດ.

ກ່າວຄຳເຫັນຊົມເຊີຍ, ທ່ານນາງ ນາລີ ສີສຸລິດ, ພັນລະຍາທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຖືວ່າ ນີ້ແມ່ນການເຄື່ອນໄຫວທີ່ແທດຈິງປະກອບສ່ວນອະນຸລັກຮັກສາ ແລະໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ, ພ້ອມທັງເພີ່ມທະວີຄວາມເຂົ້າໃຈ ແລະການພົບປະແລກປ່ຽນວັດທະນະທຳລະຫວ່າງປະຊາຊົນສອງປະເທດ. ທ່ານນາງ ນາລີ ສີສຸລິດ ເຊື່ອໝັ້ນວ່າ ແມ່ຍິງສອງປະເທດ ຈະສືບຕໍ່ສວມບົດບາດສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ທີ່ພິທີໄດ້ດຳເນີນລາຍການສະແດງສິລະປະ ແລະເດີນແບບຊຸດເສື້ອຍາວຫວຽດນາມ ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກສະໂມສອນ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​