ພວກຂ້າເຈົ້າຂໍສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດເຊິ່ງພັກ, ລັດ ແລະປະຊາຊົນບັນດາເຜົ່າລາວອ້າຍນ້ອງຍາດມາໄດ້ໃນພາລະກິດແຫ່ງການປົກປັກຮັກສາ, ສ້າງສາປະເທດຊາດໃນຕະຫຼອດ 46 ປີຜ່ານມາ, ໂດຍສະເພາະແມ່ນໄລຍະ 35 ປີທີ່ດໍາເນີນກິດຈະການປ່ຽນແປງໃໝ່, ຮັກສາຄວາມໝັ້ນຄົງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາການພັດທະນາເສດຖະກິດ-ສັງຄົມໃນສະພາບການຫຍຸ້ງຍາກຍ້ອນພະຍາດ, ປົວແປງການດຳລົງຊີວິດຂອງປະຊາຊົນໃນທຸກດ້ານໃຫ້ນັບມື້ນັບດີຂຶ້ນຢ່າງບໍ່ຢຸດຢັ້ງ, ນັບມື້ນັບຍົກສູງຖານະບົດບາດ ແລະທີ່ຕັ້ງຂອງປະເທດແຫ່ງ ສປປ ລາວ ໃນເວທີສາກົນ.

leftcenterrightdel
ທຸງຊາດລາວ. ພາບ: Vietnamplus.vn.

ພວກຂ້າພະເຈົ້າເຊື່ອໝັ້ນຢ່າງແນ່ວແນ່ວ່າ, ພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດ ລາວ ໂດຍທ່ານ ທອງລຸນ ສີສຸລິດ ນໍາໜ້າ,  ປະຊາຊົນລາວ ອ້າຍນ້ອງຈະສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່, ໃຫຍ່ຫຼວງກວ່າອີກ, ເອົາຊະນະພະຍາດໂຄວິດ-19 ໂດຍໄວ, ຟື້ນຟູ ແລະສືບຕໍ່ພັດທະນາເສດຖະກິດ-ສັງຄົມ ຢ່າງວ່ອງໄວ, ປະຕິບັດບັນດາເປົ້າໝາຍເຊິ່ງມະຕິກອງປະຊຸມ ຄັ້ງທີ XI ຂອງພັກ ແລະແຜນການພັດທະນາເສດຖະກິດ-ສັງຄົມປະເທດໄລຍະ 5 ປີ ຄັ້ງທີ IX ວາງອອກຢ່າງມີໄຊໂດຍໄວ, ສ້າງສາປະເທດລາວ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນໃຫ້ປະສົບຜົນສໍາເລັດ”.

ໂດຍ: ເກື່ອງດັ້ງ