ໃນບັນຍາກາດທີ່ອົບອຸ່ນ, ສະຫາຍ ສີເຮັ່ງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ ໄດ້ສົ່ງຄຳອວຍພອນໄປຍັງການນຳແຂວງຮ່າຕິ້ງ ກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031. ພ້ອມທັງຫວັງວ່າ ສອງແຂວງຈະສືບຕໍ່ຮັດແໜ້ນນໍ້າໃຈສາມັກຄີມິດຕະພາບ, ຄວາມສະໜິດຕິດພັນ, ຍູ້ແຮງການຮ່ວມມືຮອບດ້ານໃນໄລຍະຈະມາເຖິງ.

leftcenterrightdel
ສະຫາຍ ເຢືອງເຕິດຖັງ ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງຮ່າຕິ້ງ ຕ້ອນຮັບຄະນະປະຕິບັດງານແຂວງສາລະວັນ. ພາບ: baohatinh.vn

ຕາງໜ້າການນໍາແຂວງຮ່າຕິ້ງ, ສະຫາຍ ເຢືອງເຕິດຖັງ ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງຮ່າຕິ້ງ ໄດ້ສະແດງຄວາມຂອບໃຈຕໍ່ອາລົມຈິດ ແລະຄວາມເອົາໃຈໃສ່ເປັນພິເສດຂອງຄະນະປະຕິບັດງານແຂວງສາລະວັນ ໄດ້ສະຫງວນໃຫ້ແຂວງຮ່າຕິ້ງ.

ສະຫາຍ ເຢືອງເຕິດຖັງ ປາດຖະໜາຢາກສອງແຂວງສືບຕໍ່ແລກປ່ຽນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ; ແລກປ່ຽນປະສົບການກ່ຽວກັບການສ້າງລະບົບການເມືອງ ແລະການຈັດຕັ້ງ, ການເຄື່ອນໄຫວຂອງສະພາປະຊາຊົນ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ; ເພີ່ມທະວີການພົບປະແລກປ່ຽນດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ...

ໂດຍ: ຈາງຫງວຽນ