ໃນຂອບເຂດການຢ້ຽມຢາມ, ສະຫາຍ ຮອງລັດຖະມົນຕີ ຫງວຽນແມ້ງເກື່ອງ ໄດ້ມີການພົບປະກັບສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ; ສະຫາຍນາງ ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ; ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ; ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ.

leftcenterrightdel
ສະຫາຍ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພົບປະກັບສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. ພາບ: qdnd.vn

ທີ່ການພົບປະຕ່າງໆ, ສະຫາຍຮອງລັດຖະມົນຕີ ຫງວຽນແມ້ງເກື່ອງ ຊົມເຊີຍບັນດາຜົນງານອັນສຳຄັນເຊິ່ງລາວ ບັນລຸໄດ້ໃນໄລຍະຜ່ານມາ, ພິເສດແມ່ນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະພາປະຊາຊົນຂັ້ນແຂວງ/ນະຄອນ ຊຸດທີ V; ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນລາວ ອ້າຍນ້ອງຈະສືບຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ແລະແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຢ່າງມີໄຊ.

leftcenterrightdel
ສະຫາຍ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພົບປະກັບສະຫາຍນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ. ພາບ: qdnd.vn

ສະຫາຍ ຮອງລັດຖະມົນຕີ ຫງວຽນແມ້ງເກື່ອງ ຢືນຢັນວ່າ ກະຊວງການຕ່າງປະເທດຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພົວພັນຕ່າງປະເທດສູນກາງ ແລະກະຊວງການຕ່າງປະເທດລາວ ເພື່ອກວດກາຄືນການຜັນຂະຫຍາຍປະຕິບັດຂໍ້ຕົກລົງຂັ້ນສູງ, ໃຫ້ຄໍາໝັ້ນສັນຍາລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການຂອງສອງປະເທດ, ໃນນັ້ນສຸມໃສ່ຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ໃນບັນດາຂົງເຂດຮ່ວມມືໃນໄລຍະຈະມາເຖິງໃຫ້ປະກົດຜົນເປັນຈິງ.

leftcenterrightdel
ສະຫາຍ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພົບປະກັບສະຫາຍ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. ພາບ: qdnd.vn

ສະຫາຍ ຮອງລັດຖະມົນຕີ ຫງວຽນແມ້ງເກື່ອງ ຢືນຢັນວ່າ ໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງວ່ອງໄວ ແລະສັບສົນ, ການເພີ່ມທະວີການສົມທົບລະຫວ່າງອົງການການຕ່າງປະເທດຂອງສອງພັກ ມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນຍົກສູງປະສິດທິຜົນວຽກງານເປັນເສນາທິການ, ຮັບປະກັນຜົນປະໂຫຍດແຫ່ງຊາດ-ຊົນຊາດຂອງແຕ່ລະປະເທດ, ພ້ອມທັງປັບປຸງສະພາບແວດລ້ອມແຫ່ງສັນຕິພາບ ແລະສະຖຽນລະພາບໃຫ້ການພັດທະນາ.

leftcenterrightdel
ສະຫາຍ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພົບປະກັບສະຫາຍ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: qdnd.vn

ທີ່ການຕ້ອນຮັບສະຫາຍ ຮອງລັດຖະມົນຕີ ຫງວຽນແມ້ງເກື່ອງ, ການນຳລາວ ຢືນຢັນວ່າ ລາວ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງທີ່ສຸດໃຫ້ການພັດທະນາການພົວພັນກັບຫວຽດນາມ; ຕີລາຄາສູງການໜູນຊ່ວຍອັນໃຫຍ່ຫຼວງ, ສຸດອົກສຸດໃຈເຊິ່ງຫວຽດນາມ ໄດ້ສະຫງວນໃຫ້ລາວ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ ແລະໝາກຜົນການຢ້ຽມຢາມຂອງການນຳຂັ້ນສູງສອງພັກ, ສອງລັດ ໃນໄລຍະຜ່ານມາຢ່າງມີປະສິດທິຜົນ; ຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ປະກອບສ່ວນນໍາການພົວພັນ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນເພີ່ມທະວີ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ,  ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ນັບມື້ນັບແທດຈິງ ແລະມີປະສິດທິຜົນ ໃນໄລຍະໃໝ່.

ໂດຍ: ເຈິ່ນຮວ່ຽນ