ໃນບັນຍາກາດທີ່ອົບອຸ່ນ, ຕາງໜ້າການນຳແຂວງ, ທ່ານ ຫງວຽນຮວ່າຍແອງ, ກຳມະການສູນກາງພັກ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງແທງຮວ໋າ ໄດ້ສົ່ງຄຳອວຍພອນມາຍັງນັກສຶກສາລາວ ທີ່ພວມຮໍ່າຮຽນ ທີ່ບັນດາມະຫາວິທະຍາໄລ ແລະວິທະຍາໄລໃນບໍລິເວນແຂວງແທງຮວ໋າ ເນື່ອງໃນໂອກາດປີໃໝ່.

leftcenterrightdel
ການນໍາແຂວງແທງຮວ໋າ ມອບຂອງຂວັນໃຫ້ນັກສຶກສາລາວ ທີ່ພວມຮໍ່າຮຽນທີ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນແຂວງ ເນື່ອງໃນໂອກາດບຸນປີໃໝ່ 2026 ຂອງລາວ. ພາບ: baothanhhoa.vn

ໃນໄລຍະຈະມາເຖິງ, ເພື່ອຍົົກສູງຄຸນນະພາບການຮ່ວມມືດ້ານການສຶກສາ ແລະບໍາລຸງສ້າງ, ແຂວງແທງຮວ໋າ ຈະສືບຕໍ່ໃຫ້ບຸລິມະສິດແຫຼ່ງກໍາລັງ, ພ້ອມທັງຊີ້ນຳໃຫ້ບັນດາອົງການທີ່ກ່ຽວຂ້ອງ ກວດກາຄືນ, ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງ ເພື່ອຍື່ນສະເໜີຕໍ່ອົງການທີ່ມີສິດອຳນາດ ເພື່ອເພີ່ມທຶນການສຶກສາ ແລະເງິນໜູນຊ່ວຍການດຳລົງຊີວິດໃຫ້ແກ່ບັນດານັກສຶກສາລາວ, ເຊິ່ງຈະນຳໃຊ້ແຕ່ສົກຮຽນໃໝ່ 2026-2027, ເພື່ອໃຫ້ບັນດານັກສຶກສາມີເງື່ອນໄຂຮໍ່າຮຽນດີຂຶ້ນ.

ທ່ານປະທານຄະນະກຳມະການປະຊາຊົນແຂວງ ຫວັງວ່າ ນັກສຶກສາລາວ ຈະສືບຕໍ່ມານະພະຍາຍາມຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ປະຕິບັດຕາມລະບຽບການຂອງໂຮງຮຽນ ແລະກົດໝາຍຫວຽດນາມ; ປະຕິບັດສຳເລັດລາຍການຮໍ່າຮຽນໃຫ້ເປັນຢ່າງດີ ເພື່ອຈະສາມາດກັບຄືນສ້າງສາບ້ານເກີດເມືອງນອນ, ປະເທດລາວ ໃຫ້ນັບມື້ນັບພັດທະນາ, ຮັ່ງມີສວຍງາມ. ພ້ອມທັງ, ຍາມໃດກໍ່ຮັກສາສີສັນວັດທະນະທຳຂອງຊາດ, ຕັ້ງໜ້າພົບປະແລກປ່ຽນ, ຮໍ່າຮຽນ, ກາຍເປັນຂົວຕໍ່ມິດຕະພາບ, "ທູດວັດທະນະທຳ" ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງສອງຊາດຫວຽດນາມ-ລາວ, ລະຫວ່າງແຂວງແທງຮວ໋າ ກັບບັນດາທ້ອງຖິ່ນຂອງລາວ.

ໂດຍ: ຈາງຫງວຽນ