ທີ່ສຳນັກງານຄະນະພັກແຂວງ ແລະຄະນະກໍາມະການອໍານາດການປົກຄອງແຂວງເຊກອງ, ຄະນະປະຕິບັດງານອວຍພອນບຸນປີໃໝ່ ແລະພົບປະກັບບັນດາສະຫາຍອະດີດການນຳແຂວງ ຜ່ານໄລຍະຕ່າງໆ. ການນຳນະຄອນດ່ານັ້ງ ໄດ້ສົ່ງຄໍາອວຍພອນຈົ່ງມີສຸຂະພາບເຂັ້ມແຂງ, ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງການນໍາແຂວງເຊກອງ ລຸ້ນຕ່າງໆໃນການເພີ່ມພູນຄູນສ້າງ, ຮັກສາ ແລະພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງທ້ອງຖິ່ນເວົ້າສະເພາະ ແລະລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ.

leftcenterrightdel
ທ່ານ ເລຫງອກກວາງ ເລຂາພັກນະຄອນດ່ານັ້ງ ມອບຂອງຂວັນ, ອວຍພອນປີໃໝ່ບັນດາສະຫາຍອະດີດການນໍາແຂວງເຊກອງ. ພາບ: baodanang.vn

ໃນວັນດຽວກັນ, ຄະນະໄດ້ໄປຢ້ຽມຢາມ ແລະອວຍພອນປີໃໝ່ສະມາຄົມຊາວຫວຽດນາມ ອາໄສຢູ່ ແຂວງເຊກອງ ແລະສູນພາສາຫວຽດນາມ ໃນບໍລິເວນແຂວງ. ທີ່ການເຮັດວຽກ, ການນຳນະຄອນດ່ານັ້ງ ໄດ້ລະດົມກໍາລັງໃຈພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ແຂວງເຊກອງ ສືບຕໍ່ສາມັກຄີ, ປະຕິບັດຕາມກົດໝາຍຂອງປະເທດປະຈໍາຖິ່ນ, ຮັກສາສີສັນວັດທະນະທຳຂອງຊາດ, ມຸ່ງຫາບ້ານເກີດເມືອງນອນ.

ຕໍ່ກັບສູນພາສາຫວຽດນາມ, ຄະນະປະຕິບັດງານ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຖັນແຖວຄູອາຈານໃນການຮັກສາການເຄື່ອນໄຫວສິດສອນ, ປະກອບສ່ວນແຜ່ຂະຫຍາຍພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ. ນະຄອນດ່ານັ້ງ ຈະສືບຕໍ່ເອົາໃຈໃສ່ ແລະໜູນຊ່ວຍເພື່ອຍົກສູງຄຸນນະພາບການບໍາລຸງສ້າງໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ເລຫງອກກວາງ ເລຂາພັກນະຄອນດ່ານັ້ງ ພ້ອມດ້ວຍຄະນະປະຕິບັດງານ ຢ້ຽມຢາມ, ມອບເງິນທີ່ມີມູນຄ່າ 200 ລ້ານດ່ົງໃຫ້ແກ່ສະມາຄົມຊາວຫວຽດນາມ ອາໄສຢູ່ ແຂວງເຊກອງ. ພາບ: baodanang.vn

ການເຄື່ອນໄຫວຢ້ຽມຢາມ ແລະອວຍພອນປີໃໝ່ຢູ່ແຂວງເຊກອງ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງນະຄອນດ່ານັ້ງ ຕໍ່ການນໍາລຸ້ນຕ່າງໆຂອງແຂວງເຊກອງ ທີ່ມີການປະກອບສ່ວນທີ່ດີເດັ່ນ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ພ້ອມກັນນັ້ນ, ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ປັບປຸງພື້ນຖານອັນໜັກແໜ້ນໃຫ້ສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງທ້ອງຖິ່ນ.

ໂດຍ: ທູຈາງ