ຈາກການເກັບຕົວຢ່າງມາກວດຫາເຊື້ອ ທັງໝົດ 6.513 ຕົວຢ່າງ ພົບຜູ້ຕິດເຊື້ອໃຫມ່ທັງໝົດ 1.425 ຄົນ (ຕິດເຊື້ອພາຍໃນ ມີ 1.424 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ), ເສຍຊີວິດໃໝ່ 8 ຄົນ (ເສຍຊີວິດສະສົມ 178 ຄົນ) ປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 75.163 ຄົນ, ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 595 ຄົນ, ກໍາລັງປິ່ນປົວ 11,853 ຄົນ. ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 01 ຄົນ ຈາກແຂວງສະຫວັນນະເຂດ.

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນໃໝ່ ທັງໝົດ 1.424 ຄົນ ຈາກ 18 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້: 1) ນະຄອນຫຼວງ 576 ຄົນ ໃນ 203 ບ້ານ ແລະ 9 ເມືອງ, ເມືອງຈັນທະບູລີ ມີ 22 ບ້ານ (50 ຄົນ), ເມືອງສີໂຄດຕະບອງ ມີ 35 ບ້ານ (92 ຄົນ), ເມືອງໄຊເສດຖາ ມີ 33 ບ້ານ (113 ຄົນ), ເມືອງສີສັດຕະນາກ ມີ 23 ບ້ານ (86 ຄົນ), ເມືອງ ນາຊາຍທອງ ມີ 20 ບ້ານ (45 ຄົນ), ເມືອງໄຊທານີ ມີ 37 ບ້ານ (110 ຄົນ), ເມືອງຫາດຊາຍຟອງ ມີ 25 ບ້ານ (38 ຄົນ), ເມືອງ ສັງທອງ 02 ບ້ານ (03 ຄົນ), ເມືອງ ປາກງື່ມ ມີ 04 ບ້ານ (32 ຄົນ),

ຕ່າງແຂວງ ມີ 01 ຄົນ, ຍັງສືບຕໍ່ເອົາຂໍ້ມູນ 06 ຄົນ; 2) ໄຊຍະບູລີ ມີ 107 ຄົນ ໃນ 21 ບ້ານ ແລະ 3 ເມືອງ; 3) ບໍ່ແກ້ວ ມີ 97 ຄົນ ໃນ 25 ບ້ານ ແລະ 3 ເມືອງ; 4) ຄຳມ່ວນ ມີ 87 ຄົນ ໃນ 17 ບ້ານ ແລະ 5 ເມືອງ; 5) ຈຳປາສັກ ມີ 81 ຄົນໃນ 43 ບ້ານ ແລະ 7 ເມືອງ; 6) ສະຫວັນນະເຂດ ມີ 76 ຄົນໃນ 35 ບ້ານ ແລະ 6 ເມືອງ; 7) ຜົ້ງສາລີ ມີ 65 ຄົນ ໃນ 40 ບ້ານ ແລະ 7 ເມືອງ; 8) ອຸດົມໄຊ ມີ 60 ຄົນ ໃນ 15 ບ້ານ ແລະ 4 ເມືອງ; 9) ແຂວງວຽງຈັນ ມີ 50 ຄົນ ໃນ 27 ບ້ານ ແລະ 9 ເມືອງ; 10) ຊຽງຂວາງ ມີ 49 ຄົນໃນ 21 ບ້ານ ແລະ 4 ເມືອງ; 11) ໄຊສົມບູນ ມີ 45 ຄົນ ໃນ 6 ບ້ານ ແລະ 3 ເມືອງ; 12) ຫຼວງພະບາງ ມີ 42 ຄົນ ໃນ 22 ບ້ານ ແລະ 3 ເມືອງ; 13) ຫຼວງນ້ຳທາ ມີ 39 ຄົນ ໃນ 14 ບ້ານ ແລະ 2 ເມືອງ; 14) ອັດຕະປື 18 ຄົນໃນ 8 ບ້ານ ແລະ 3 ເມືອງ; 15) ສາລະວັນ ມີ 14 ຄົນ ໃນ 6 ບ້ານ ແລະ 3 ເມືອງ; 16) ຫົວພັນ ມີ 9 ຄົນ ໃນ 4 ບ້ານ ແລະ 3 ເມືອງ; 17) ບໍລິຄຳໄຊ ມີ 7 ຄົນ ໃນ 4 ບ້ານ ແລະ 3 ເມືອງ ແລະ 18) ເຊກອງ ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ.

ແຫຼ່ງຄັດຈາກ: laoedaily.com.la