ສ້າງສາຍພົວພັນຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ ແລະລາວ
ກປ.ອອນໄລ - ວັນທີ 2 ເມສາ, ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ໄທ ນໍາໂດຍທ່ານ ຟ້າມວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໄທ ພ້ອມດ້ວຍພັນລະຍາ ໂຮ່ທິທູຈາງ ໄດ້ມາຢ້ຽມຢາມສະຖານທູດລາວ ແລະອວຍພອນບຸນປີໃໝ່ປະຈໍາຊາດຂອງລາວ.
ທ່ານເອກອັກຄະລັດຖະທູດ ຟ້າມວຽດຮຸ່ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ພາກພູມໃຈຕໍ່ຜົນແຫ່ງການສ້າງສາ ແລະພັດທະນາຂອງລາວ, ປາດຖະໜາຢາກໃຫ້ປະເທດລາວ ພັດທະນາຢ່າງໝັ້ນທ່ຽງ, ສັນຕິພາບ, ບັນລຸໄດ້ຜົນງານຫຼາຍຢ່າງກວ່າອີກພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.
ທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດລາວ ປະຈໍາ ໄທ ໄດ້ສະແດງຄວາມຂອບອົກຂອບໃຈທ່ານເອກອັກຄະລັດຖະທູດ ຟ້າມວຽດຮຸ່ງ ພ້ອມດ້ວຍຄະນະຜູ້ແທນທີ່ໄດ້ມາຢ້ຽມຢາມ, ອວຍພອນປີໃໝ່, ຢັ້ງຢືນເຖິງສາຍພົວພັນທີ່ສະໜິດຕິດແໜ້ນ ແລະອາລົມຈິດແບບພິເສດລະຫວ່າງສອງສະຖານທູດ ໂດຍຜ່ານການເຄື່ອນໄຫວຢ້ຽມຢາມຖາມຂ່າວ ແລະພົບປະແລກປ່ຽນເຊິ່ງກັນ ແລະກັນຢ່າງເປັນປະຈຳ.
    |
 |
|
ທ່ານ ຟ້າມວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາໄທ (ເບື້ອງຊ້າຍ) ສົ່ງຄໍາອວຍພອນປີໃໝ່ມາຍັງທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດລາວ ປະຈໍາໄທ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເອກອັກຄະລັດຖະທູດ ສີສະຫວາດ ອິນພະຈັນ ໃດແຈ້ງໃຫ້ຊາບ ກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດລາວ ຊຸດທີ X ໃນຫວ່າງມໍ່ໆມານີ້ ໄດ້ປະຕິບັດສຳເລັດການເລືອກຕັ້ງບັນດາການນໍາທີ່ຫຼັກແຫຼ່ຂອງປະເທດ, ພ້ອມທັງຊົມເຊີຍ ຫວຽດນາມ ໄດ້ຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ປະສົບຜົນສໍາເລັດ. ທ່ານ ສີສະຫວາດ ອິນພະຈັນ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດ, ລັດຖະບານຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອລາວ ໃນສະພາບການປະທະກັນຢູ່ຕາເວັນອອກກາງ ແລະ ວິກິດການດ້ານພະລັງງານ ເຊິ່ງສົ່ງຜົນສະທົບໃສ່ພື້ນຖານເສດຖະກິດຂອງຫຼາຍປະເທດ, ໃນນັ້ນມີລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງຈະມີຫຼາຍໂຄງການຮ່ວມມືລະຫວ່າງສອງປະເທດຕື່ມອີກ.
    |
 |
|
ທ່ານ ຟ້າມວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາໄທ (ເບື້ອງຊ້າຍ) ພ້ອມດ້ວຍພັນລະຍາ ມອບຂອງຂວັນໃຫ້ທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດລາວ ປະຈໍາ ໄທ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດນີ້, ເອກອັກຄະລັດຖະທູດສອງທ່ານ ໄດ້ພ້ອມກັນແລກປ່ຽນກ່ຽວກັບການເຄື່ອນໄຫວວຽກງານ ຢູ່ປະເທດໄທ, ປາດຖະໜາວ່າ ສອງສະຖານທູດຈະມີການເຄື່ອນໄຫວພົບປະແລກປ່ຽນຫຼາຍຕື່ມອີກ ແນໃສ່ຮັດແໜ້ນນໍ້າໃຈສາມັກຄີ ແລະຄວາມສະໜິດຕິດພັນມິດຕະພາບ ຄືດັ່ງສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.
ໂດຍ: ທູຈາງ