- ຂໍສະແດງຄວາມນັບຖື ຮັກແພງ ພີ່ນ້ອງຮ່ວມຊາດ!

- ບັນດາສະຫາຍ, ເພື່ອນມິດ ທີ່ຮັກແພງ ທັງຫຼາຍ!

ມື້ນີ້, ວັນທີ 2 ທັນວາ 2021 ທີ່ພວກເຮົາກຳລັງສະເຫຼີມສະຫຼອງ ຄົບຮອບ 46 ປີ ຢູ່ນີ້, ພວກເຮົາ ຈົ່ງພ້ອມກັນຫວນຄືນ ພິທີທີ່ເປັນເຫດການປະຫວັດສາດ ຂອງມື້ນີ້. ກ່ອນໜ້ານີ້ 46 ປີ ຄືວັນທີ 2 ທັນວາ 1975, ເປັນມື້ທີ່ປະຊາຊົນລາວທັງຊາດ ໄດ້ປະກາດຕໍ່ໂລກຢ່າງກ້ອງກັງວານວ່າ : “ ນັບແຕ່ມື້ນີ້ເປັນຕົ້ນໄປປະຊາຊົນລາວທຸກໆເຜົ່າ, ທຸກຊັ້ນວັນນະ ແລະເພດໄວໄດ້ມີປະເທດທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດຈະໄດ້ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸພູມທີ່ແສນຮັກ ແລະຫວງແຫນ ຂອງຕົນ... ” ສຽງປະກາດອັນສະຫງ່າລາສີ ແລະສົມກຽດນັ້ນ, ເຮັດໃຫ້ຊາດລາວ ເປັນຊາດໜຶ່ງ ທີ່ມີກຽດສັກສີເທົ່າທຽມກັບຊາດອື່ນໆໃນອາຊີ ແລະໃນໂລກ.

ພວກເຮົາພ້ອມກັນສະຫຼອງວັນຊາດທີ 2 ທັນວາ ທຸກໆປີ ແມ່ນການສະຫຼອງວັນມະຫາໄຊອັນເຕັມໄປດ້ວຍຄວາມພາກພູມໃຈຂອງຄົນໃນຊາດຊຶ່ງໄດ້ມາຈາກການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານຂອງບັນພະບູລຸດເຮົາ, ໄດ້ມາຈາກເລືອດ, ຢາດເຫຶື່ອ ແລະນ້ຳຕາຂອງນັກຮົບຜູ້ກ້າຫານ, ຈາກປະຊາຊົນລາວຜູ້ຮັກຊາດບັນດາເຜົ່າທີ່ໄດ້ຕໍ່ສູ້ດ້ວຍນຳໃຈເສຍສະຫຼະຈຶ່ງໄດ້ນຳເອົາວັນນີ້ມາໃຫ້ຊາດ, ມາໃຫ້ປະຊາຊົນເຮົາ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: pasaxon.org.la.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ !

ເຖິງວ່າປີນີ້, ພວກເຮົາບໍ່ມີເງື່ອນໄຂສະຫຼອງວັນຊາດ ທີ 2 ທັນວາ ດ້ວຍການໂຮມຊຸມນຸມມິດຕິ່ງໃຫຍ່ໂຕ, ຍ້ອນພະຍາດໂຄວິດ-19 ລະບາດຮ້າຍແຮງກໍຕາມ, ແຕ່ຂ້າພະເຈົ້າມີຄວາມພາກພູມໃຈ ແລະຖືເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະສູນກາງແນວລາວສ້າງຊາດຮ່ວມກັບປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ສະເຫຼີມສະຫຼອງ ໃນຮູບແບບໃໝ່, ໂດຍໄດ້ກ່າວສູນທອນພົດເພື່ອເປັນການສະດຸດີວັນສຳຄັນຂອງຊາດເຮົາ, ໂດຍຜ່ານສື່ມວນຊົນມານະທີ່ນີ້ ເພື່ອເປັນການຂໍ່ານັບຊົມເຊີຍ ແລະອວຍພອນໄຊ ວັນຊາດທີ 2 ທັນວາ ຄົບຮອບ 46 ປີ ມານະໂອກາດນີ້ ແລະ ຂ້າພະເຈົ້າ ຂໍໃຫ້ຜູ້ຟັງ, ຜູ້ຊົມໃນທົ່ວປະເທດຈົ່ງຮັບເອົາພອນໄຊອັນປະເສີດ ແລະຄວາມປາຖະໜາດີຂອງຂ້າພະເຈົ້າໄປຍັງການນຳທຸກຂັ້ນ, ພະນັກງານ, ທະຫານ, ຕຳຫຼວດຕະຫຼອດເຖິງປະຊາຊົນທຸກໆຄົນຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະມີຄວາມຈະເລີນກ້າວໜ້າໃນໜ້າທີ່ວຽກງານຂອງທຸກໆຄົນດ້ວຍເຖີ້ນ.

ພີ່ນ້ອງຮ່ວມຊາດທີ່ເຄົາລົບຮັກ,

ເພື່ອນມິດສະຫາຍທີ່ນັບຖືທັງຫຼາຍ,

ການສະເຫຼີມສະຫຼອງວັນບຸນໃຫຍ່ ຂອງຊາດເຮົາທຸກໆຄັ້ງ, ພວກເຮົາ ຍາມໃດກໍຈົດຈຳລໍ້າລຶກ ເຖິງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຜູ້ນຳ ທີ່ເຄົາ ລົບຮັກຂອງພັກ, ຂອງຊາດເຮົາ ຈົດຈຳບຸນຄຸນອັນໃຫຍ່ຫຼວງລ້ຳຄ່າ ຂອງບັນດາຜູ້ນຳຂອງພັກ, ຂອງລັດເຮົາຮຸ່ນກໍ່ຕັ້ງ ແລະ ຮຸ່ນຕໍ່ໆມາ ທີ່ໄດ້ອຸທິດຊີວິດ, ສະຕິປັນຍາ, ເຫື່ອແຮງຂອງຕົນ ດ້ວຍຄວາມເສຍສະຫຼະ ເພື່ອປະເທດຊາດ, ເພື່ອການປະຕິວັດ ໄດ້ນຳເອົາເອກະລາດແຫ່ງຊາດ ມາໃຫ້ພວກເຮົາໄດ້ດຳລົງຄົງຢູ່ ຈົນເທົ່າທຸກວັນນີ້. ຈົດຈຳລໍ້າລຶກ ເຖິງນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຕົນ, ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນເຮົາ ໃນເວລາທີ່ຜ່ານມາ. ພວກເຮົາ ທີ່ມີຊີວິດຢູ່ໃນແຜ່ນດິນແຫ່ງນີ້ ຈົ່ງພ້ອມກັນອາໄລຮັກເຖິງພວກເພິ່ນ ແລະ ຈົດຈຳວິລະກຳອັນລໍ້າເລີດຂອງພວກເພິ່ນ ໄວ້ໃນສ່ວນເລິກ ຂອງຫົວໃຈ ຂອງພວກເຮົາຕະຫຼອດໄປ.

ບັນດາທ່ານເພື່ອນມິດທີ່ຮັກແພງທັງຫຼາຍ !

ເພື່ອທົບທວນຄືນປະຫວັດສາດ ເປັນທີ່ຮັບຮູ້ກັນ ຢູ່ສະເໝີແລ້ວວ່າ: ຊາດລາວເຮົາ ຊຶ່ງເປັນຊາດໜຶ່ງ ທີ່ມີອະລິຍະທຳອັນຮຸ່ງເຮືອງ ແລະ ຄົນລາວໄດ້ດໍາລົງຄົງຕົວ ຢູ່ບົນດິນແດນອັນແສນສັກກາລະບູຊາ ແລະ ຫວງແຫນແຫ່ງນີ້ ມາຕັ້ງແຕ່ບູຮານນະການ ຢ່າງຍາວນານສືບຕໍ່ມາເປັນຫຼາຍພັນປີ ແລະ ໄດ້ຜ່ານຫຼາຍຍຸກປະຫວັດສາດ ອັນລະອິດລະອ້ຽວ ນັບແຕ່ເຈົ້າຟ້າງຸ່ມມະຫາລາດ ໄດ້ທ້ອນໂຮມແຜ່ນດິນລາວ ທີ່ກະແຈກກະຈາຍ ເປັນອານາຈັກລາວລ້ານຊ້າງ ທີ່ຂຶ້ນຊື່ລືນາມ ເມື່ອປີ ຄສ. 1353 ເປັນຕົ້ນມາ, ຊາດລາວ ໄດ້ຜ່ານໄລຍະແຫ່ງຄວາມເປັນເອກະພາບພາຍໃນຊາດ, ມີທັງຄວາມຈະເລີນຮຸ່ງເຮືອງ; ແຕ່ກໍມີໄລຍະແຫ່ງຄວາມເສົ້າໝອງ, ແຜນດິນໄດ້ຖືກຕັດແບ່ງ ທັງມີຄວາມແບ່ງແຍກ ແຕກແຫງ ເປັນເຫດໃຫ້ຖືກຊາດອື່ນສວຍໃຊ້ ເປັນໂອກາດເຂົ້າມາຮຸກຮານ, ຄອບຄອງເອົາເປັນເມືອງຂຶ້ນ, ເມືອງສ່ວຍ ຕະຫຼອດມາ ເປັນເວລາຍາວນານ ແຕ່ບໍ່ວ່າຍຸກໃດສະໄໝໃດ ກໍລ້ວນໄດ້ເກີດມີວິລະບູລຸດ ທີ່ປີຊາສາມາດ ແລະ ໄດ້ສ້າງຄຸນງາມຄວາມດີອັນໃຫຍ່ຫຼວງ ໃຫ້ແກ່ຊາດລາວ ຊຶ່ງໄດ້ຈາລຶກໄວ້ໃນໜ້າປະຫວັດສາດຂອງຕົນ. ບັນພະບູລຸດລາວ ໄດ້ພ້ອມກັບປະຊາຊົນລາວບັນດາເຜົ່າ ສ້າງສາພັດທະນາບ້ານເມືອງ ແລະ ປົກປັກຮັກສາຜືນແຜ່ນດິນແຫ່ງນີ້ ດ້ວຍການຕໍ່ສູ້ຢ່າງອົງອາດກ້າແກ່ນ ຕ້ານສັດຕູຜູ້ຮຸກຮານ ໃນແຕ່ລະໄລຍະປະຫວັດສາດ ເພື່ອຮັກສາໄວ້ ຊຶ່ງຄວາມເປັນຊາດລາວ ເພື່ອສ້າງຄວາມຍືນຍົງ ໃຫ້ປະເທດຊາດ...

ຂະບວນການຕໍ່ສູ້ ເພື່ອຄວາມເປັນເອກະລາດ ມີອິດສະຫຼະພາບ ຂອງຊາດລາວ ທີ່ຈາລຶກໄວ້ ໄດ້ແກ່: ເຈົ້າໄຊເສດຖາ, ເຈົ້າອານຸວົງ... ໃນສະໄໝບູຮານ, ຕໍ່ມາກໍມີນັກຕໍ່ສູ້ ທີ່ອົງອາດກ້າຫານ ຄື: ອົງແກ້ວ, ອົງກົມມະດຳ, ເຈົ້າຟ້າປັດໃຈ ແລະ ອື່ນໆ ທີ່ຍອມຕາຍ ແຕ່ບໍ່ຍອມ ເປັນຂ້ອຍຂ້າ, ຕໍ່ສູ້ບໍ່ຍອມຈຳນົນຕໍ່ສັດຕູໃດໆ.

ນັບແຕ່ປີ 1930 ເປັນຕົ້ນມາ, ພາຍໃຕ້ແສງສະຫວ່າງ ຈາກທວນໄຟປະຕິວັດ ຂອງລັດທິມາກ-ເລນິນ, ພາຍໃຕ້ການນໍາພາ ຂອງຄະນະພັກແຄວ້ນລາວ ຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ຕໍ່ມາໄດ້ສ້າງເປັນພັກປະຊາຊົນລາວຄື: ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ, ປະຊາຊົນລາວບັນດາເຜົ່າ ໄດ້ດຳເນີນການຕໍ່ສູ້ ຢ່າງຍືດເຍື້ອຍາວນານ ດ້ວຍການເສຍສະຫຼະອັນໃຫຍ່ຫຼວງຂອງພະນັກງານ, ນັກຮົບປະຕິວັດ ແລະ ປະຊາຊົນລາວຜູ້ຮັກເຊື້ອແພງຊາດ ຈົນໄດ້ຮັບໄຊຊະນະຢ່າງສົມບູນ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975 ຊຶ່ງໄດ້ໄຂສັງກາດໃໝ່ ແລະ ຂຽນປະຫວັດສາດໜ້າໃໝ່ ຂອງຊາດລາວຍຸກໃໝ່ ຢ່າງເອກອ້າງທະນົງໃຈ.

ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ, ພາລະກິດປະຕິວັດພາຍໃຕ້ການນຳພາຂອງພັກ ກ້າວສູ່ໄລຍະໃໝ່ ຊຶ່ງເລີ່ມຕົ້ນຈາກການຮໍາບາດແຜສົງຄາມ, ຟື້ນຟູການຜະລິດ, ຂະຫຍາຍວັດທະນະທໍາ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນເຮົາ ໃຫ້ເປັນປົກກະຕິ, ແລ້ວດຳເນີນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ. ເຖິງຈະຢືນຕໍ່ໜ້າຄວາມຫຍຸ້ງຍາກ ແລະ ການທົດສອບອັນຂ້ຽວຂາດ, ສັບສົນນາໆປະການ ຊຶ່ງເກີດຈາກການເຄື່ອນໄຫວມ້າງເພ ຢ່າງຮອບດ້ານ ແລະ ລຽນຕິດຂອງອິດທິກຳລັງເປັນປໍລະປັກ; ຄວາມດ້ອຍພັດທະນາຫຼ້າຫຼັງ ດ້ານເສດຖະກິດ-ສັງຄົມ ຂອງລະບອບເກົ່າ ແລະ ຜົນຮ້າຍຈາກສົງຄາມທໍາລາຍຢ່າງໜັກໜ່ວງເປັນຫຼາຍສິບປີ, ແຕ່ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ ກໍໄດ້ເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈທັບມ້າງກົນອຸບາຍ ທໍາລາຍມ້າງເພ ແລະ ການປິດລ້ອມໂຈມຕີ ຂອງອິດທິກໍາລັງປໍລະປັກ, ທັງເປັນເຈົ້າການເຂົ້າຮ່ວມ ຂະບວນການສ້າງສາພັດທະນາປະເທດຊາດ ຕາມແນວທາງຂອງພັກ ຈົນສາມາດປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ໄດ້ ແລະ ພັດທະນາສ້າງສາກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ ຈົນມາຮອດເທົ່າທຸກວັນນີ້.

ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫຼາຍ!

ພວກເຮົາ ເຫັນແຈ້ງນໍາກັນແລ້ວວ່າ: ວັນທີ 2 ທັນວາ 1975 ໄດ້ຂຽນໜ້າປະຫວັດສາດຍຸກໃໝ່ ຂອງຊາດລາວ, ແມ່ນໝາກຜົນແຫ່ງກໍາລັງແຮງສັງລວມຂອງຊາດ, ສົມທົບກັບກໍາລັງແຮງ ຂອງຍຸກສະ ໄໝ ຜ່ານຂະບວນວິວັດແຫ່ງການຕໍ່ສູ້ ອັນພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ ໃນແຕ່ລະໄລຍະປະຫວັດສາດ ກໍຄືໃນໄລຍະເຮັດການປະຕິວັດຊາດ-ປະຊາທິປະໄຕ ແລະ ໄດ້ຊຸບຫຼໍ່ ກາຍເປັນມູນເຊື້ອອັນສັກກາລະບູຊາ ຂອງຊາດລາວວິລະຊົນ ຊຶ່ງມູນເຊື້ອດັ່ງກ່າວໄດ້ຖືກຢຶດໝັ້ນ ແລະ ເສີມຂະຫຍາຍເຂົ້າສູ່ຊີວິດຕົວຈິງ ຂອງສັງຄົມລາວ ຕະຫຼອດໄລຍະແຫ່ງການປະຕິບັດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງພວກເຮົາ ໃນ 46 ປີຜ່ານມາ, ນັ້ນແມ່ນ :

- ປະຊາຊົນເຮົາ ໄດ້ເສີມຂະຫຍາຍນໍ້າໃຈຮັກຊາດ, ຫວງແຫນຄວາມເປັນເອກະລາດ ບໍ່ຍອມຈໍານົນ;

- ປະຊາຊົນເຮົາຍາມໃດ ກໍປົກປັກຮັກສາຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ ຢູ່ອ້ອມຂ້າງພັກ, ຢູ່ພາຍໃຕ້ຄັນທຸງແນວໂຮມເອກະພາບແຫ່ງຊາດ, ສ້າງເປັນເຫງົ້າພະລັງແຮງ ເພື່ອຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ;

- ປະຊາຊົນລາວບັນດາເຜົ່າຍາມໃດ ກໍມີຄວາມເສຍສະຫຼະອັນສູງສົ່ງ ເພື່ອປະເທດຊາດ ເພື່ອຜົນປະໂຫຍດລວມ ຂອງຊາດລາວ, ຊຶ່ງຍາມໃດກໍເປັນເຈົ້າການປະກອບສ່ວນດ້ານສະຕິປັນຍາ, ກໍາລັງເຫື່ອແຮງ, ຊັບສິນເງິນຄໍາ, ແມ້ນກະທັ້ງເສຍສະຫຼະຊີວິດ-ເລືອດເນື້ອ ຂອງຕົນ ເພື່ອຄວາມຢູ່ລອດຂອງຊາດ;

- ມູນເຊື້ອແຫ່ງ ຄວາມອົດທົນ, ບາກບັ່ນດຸໝັ່ນຂະຫຍັນພຽນ ຂອງຄົນລາວເຮົາ ຍັງສືບຕໍ່ຮັກສາໄວ້ໄດ້ ເປັນຢ່າງດີ, ນີ້ຄືກຳລັງແຮງ ແຫ່ງການຕໍ່ສູ້ເອົາຊະນະກັບຄວາມຫຍຸ້ງຍາກນາໆປະການທີ່ເກີດຂຶ້ນ ເພື່ອຜ່ານຜ່າ ແລະ ກໍຜ່ານຜ່າມາໄດ້ ເປັນແຕ່ລະໄລຍະ ຂອງເຫດການທີ່ຫຼໍ່ແຫຼມ;

- ປະເທດເຮົາ ມີພັກປະຕິວັດນໍາພາ ດ້ວຍແນວທາງອັນຖືກຕ້ອງ, ເປັນຕົວແທນອັນບໍລິສຸດຜຸດຜ່ອງ, ຈົງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ຖືຜົນປະໂຫຍດສ່ວນລວມຂອງປະເທດຊາດ, ຂອງປະຊາຊົນ ເປັນຈຸດໝາຍ ແລະ ເປັນເປົ້າໝາຍຂອງການນໍາພາ;

- ພວກເຮົາ ໄດ້ມີການກໍ່ສ້າງ, ບູລະນະ ອົງການອໍານາດລັດ ຢ່າງເປັນປະຈຳ ແລະ ເປັນລະບົບ ໃຫ້ສົມບູນເທື່ອລະກ້າວ ປົກຄອງດ້ວຍກົດໝາຍໃຫ້ເປັນລັດ ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ;

- ຍ້ອນແນວທາງການຕ່າງປະເທດ ຖືກຕ້ອງ ແລະ ສະເໝີຕົ້ນສະເໝີປາຍ ແລະ ຄ່ອງຕົວ, ພວກເຮົາ ຈຶ່ງໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຢ່າງກວ້າງຂວາງ.

ປັດໄຈສຳຄັນຍິ່ງອັນໜຶ່ງ ແມ່ນພັກເຮົາໄດ້ສະດຸ້ງໄວ, ກ້າຫານ, ໄດ້ວາງແນວທາງປ່ຽນແປງ ໃໝ່ຮອບດ້ານ ມີຫຼັກການ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ເປັນສະຖາປະນິກຫຼັກ ຂອງນະໂຍບາຍນີ້ ນັບແຕ່ປີ 1986 ເປັນຕົ້ນມາ, ການພັດທະນາ ຂອງ ສປປ ລາວ ໄດ້ມີຜົນສໍາເລັດອັນສໍາຄັນ ແລະ ເປັນບາດລ້ຽວປະຫວັດສາດ ທີ່ນໍາເອົາຄວາມຈະເລີນກ້າວໜ້າ ມາສູ່ສັງຄົມລາວ. ຜົນງານອັນສໍາຄັນ ແລະ ເປັນພື້ນຖານກວ່າໝູ່, ແມ່ນຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະຊາຊົນເຮົາ ມີສະຖຽນລະພາບອັນໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ; ສ້າງສະພາບແວດລ້ອມທີ່ສະຫງົບສັນຕິ ແລະ ສ້າງເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການດຳລົງຊີວິດ, ການທໍາມາຫາກິນ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ, ເຮັດໃຫ້ເສດຖະກິດ-ສັງຄົມ ໄດ້ມີການຂະຫຍາຍຕົວ ໃນຈັງຫວະທີ່ໄວ, ຕໍ່ເນື່ອງ ແລະ ໝັ້ນທ່ຽງ; ອັດຕາການເຕີບໂຕ ຂອງເສດຖະກິດ ສະເລ່ຍເພີ່ມຂຶ້ນໃນແຕ່ລະໄລຍະ (GDP) ຕໍ່ຫົວຄົນໄດ້ເພີ່ມຂຶ້ນ ຈາກ 114 ໂດລາ ໃນປີ 1985 ມາເປັນ 2.664 ໂດລາ ໃນປີ 2020. ບັນຫາສໍາຄັນ ແມ່ນພວກເຮົາ ສາມາດບຸກທະລຸ ໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ໃນປີ 2019 ຄອບຄົວທຸກຍາກ ຍັງເຫຼືອ 62.384 ຄອບຄົວ ເທົ່າກັບ 5,16% ຂອງຄອບຄົວ ໃນທົ່ວປະເທດ; ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນຢ່າງຕັ້ງໜ້າ ໄປຕາມທິດພັດທະນາກະສິກໍາ ເປັນສິນຄ້າ ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ການບໍລິການ; ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ໃນຂະແໜງການທີ່ປະເທດເຮົາ ມີທ່າແຮງໄດ້ປຽບເປັນຕົ້ນ: ແມ່ນການພັດທະນາພະລັງງານໄຟຟ້ານໍ້າຕົກ ໄດ້ມີການຂະຫຍາຍຕົວຢ່າງກະໂດດຂັ້ນ, ປັດຈຸບັນ ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 80 ກວ່າແຫ່ງ; ການພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ໄດ້ມີບາດກ້າວຂະຫຍາຍຕົວຢ່າງບໍ່ເຄີຍມີມາກ່ອນ, ບໍ່ວ່າຢູ່ໃນຕົວເມືອງ ກໍຄືຊົນນະບົດ. ສປປ ລາວ ເຮົາ ໄດ້ຮັບຜົນສໍາເລັດເປັນສ່ວນໃຫຍ່ ແລະ ມີການຫັນປ່ຽນຢ່າງຈະແຈ້ງ ໃນການປະຕິບັດເປົ້າໝາຍສະຫະສະວັດດ້ານການພັດທະນາ (MDGs) ແລະ ສືບຕໍ່ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຮອດປີ 2030 ຢ່າງຕັ້ງໜ້າ. ໃນວັນທີ 24 ພະຈິກ 2021 ຜ່ານມານີ້, ກອງປະຊຸມສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິຕົກລົງໃຫ້ ສປປ ລາວ ສາມາດ ເປັນປະເທດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້, ຍ້ອນຮັບຮູ້ວ່າປະຕິບັດໄດ້ຄົບເງື່ອນໄຂ, ແຕ່ພວກເຮົາ ຍັງຕ້ອງໄດ້ສືບຕໍ່ປະຕິບັດໄລຍະຂ້າມຜ່ານຕື່ມອີກ 5 ປີ ໃນຕໍ່ໜ້າ. ໄດ້ສໍາເລັດການກໍ່ສ້າງ ແລະ ເປີດການນໍາໃຊ້ເສັ້ນທາງດ່ວນ ໄລຍະທີ 1 ວຽງຈັນ-ວັງວຽງ ໃນປີ 2020, ໂຄງການສ້າງທາງລົດໄຟ ທີ່ເຊື່ອມຕໍ່ ສປ ຈີນ ແລະ ສປປ ລາວ ທັງນອນໃນແຜນເຊື່ອມຈອດກັບປະເທດໃກ້ຄຽງ ໃນພາກພື້ນອາຊີອາຄະເນ ກໍໄດ້ຮັບຜົນສໍາເລັດ ແລະ ຈະເປີດນໍາໃຊ້ ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ຊຶ່ງຖືເປັນຄວາມເອກອ້າງ ແລະ ເປັນບາດກ້າວກະໂດດ ໃນການນໍາໃຊ້ພື້ນຖານວັດຖຸ-ເຕັກນິກ ທີ່ທັນສະໄໝ ແລະ ໄດ້ສ້າງພື້ນຖານໃຫ້ແກ່ການຄົມມະນາຄົມຂົນສົ່ງ ຂອງປະເທດເຮົາໄດ້ສະດວກຍິ່ງຂຶ້ນ “ເປັນຂອງຂັວນ” ທີ່ມີຄວາມໝາຍສໍາຄັນປະຫວັດສາດ ໃນການປະຕິບັດຍຸດທະສາດ “ຫັນຈາກປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມຈອດ” ໂດຍສະເພາະແມ່ນ ການເຊື່ອມຈອດ ລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງຕາມແລວເສດຖະກິດເໜືອ- ໃຕ້, ຕາເວັນອອກ-ຕາເວັນຕົກ ຊຶ່ງເປັນທ່າແຮງດ້ານການບໍລິການທາງຜ່ານຢູ່ປະເທດເຮົາ... ເປັນການສ້າງເງື່ອນໄຂ ໃຫ້ປະເທດເຮົາກ້າວສູ່ບາດກ້າວສຳຄັນຂອງການກ້າວຂຶ້ນເປັນປະເທດກຳລັງພັດທະນາ ໄດ້ບາດກ້າວເບື້ອງຕົ້ນ.

ດ້ານວັດທະນາທໍາ-ສັງຄົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍຖືເອົາການພັດທະນາຊັບພະຍາກອນມະນຸດ ເປັນເປັນບຸລິມະສິດສໍາຄັນ, ຫຼາຍທ້ອງຖິ່ນ ໄດ້ປະກາດຈົບຊັ້ນມັດທະຍົມຕອນຕົ້ນ, ຖັນແຖວປັນຍາຊົນ, ນັກ ຮຽນຮູ້, ບັນດາຊ່ຽວຊານດ້ານຕ່າງໆ ກໍຄືແຮງງານ ທີ່ໄດ້ຮັບການຝຶກສີມື ນັບມື້ນັບຫຼາຍຂຶ້ນ, ຕາໜ່າງສາທາລະນະສຸກ ກໍໄດ້ຮັບການປັບປຸງ ແລະ ຂະຫຍາຍອອກ ໄປສູ່ເຂດຫ່າງໄກສອກຫຼີກ, ເຮັດໃຫ້ຄຸນນະພາບຊີວິດ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນ; ຄຸນຄ່າດ້ານວັດທະນາທໍາ, ຮີດຄອງປະເພນີ ທີ່ເປັນມູນເຊື້ອດີງາມຂອງຊາດລາວ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍ ໃຫ້ອຸດົມຮັ່ງມີ ໄປພ້ອມກັບການຈໍາກັດ ແລະ ລຶບລ້າງວັດທະນາທໍາ ທີ່ເຊື່ອມຊາມ-ຊອດກະຈາ, ການເຊື່ອຖືງົມງວາຍ ໄດ້ຫຼຸດລົງເປັນກ້າວໆ; ບົດບາດຍິງຊາຍ ໄດ້ຮັບການຍົກສູງຂຶ້ນ ຢ່າງເຫັນໄດ້ຊັດເຈນ... ການພົວພັນລະຫວ່າງປະເທດ ແລະ ການທູດ ໄດ້ຮັບການເປີດກວ້າງ ແລະ ສາມາດຍົກບົດບາດ, ອິດທິພົນ ຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນ ໃນເວທີສາກົນ ຢ່າງບໍ່ຢຸດຢັ້ງ... ທັງໝົດເຫຼົ່ານັ້ນ, ເປັນການສ່ອງແສງໃຫ້ເຫັນລັກສະນະດີເດັ່ນ ຂອງລະບອບໃໝ່ ກໍຄື ສັງຄົມລາວເຮົາ ຕະຫຼອດ 46 ປີ ຜ່ານມາ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!

ຜ່ານພຶດຕິກໍາຕົວຈິງ ຕະຫຼອດໄລຍະ 46 ປີ ຂອງລະບອບປະຊາທິປະໄຕ ປະຊາຊົນ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງ ວ່າ: ຊາດລາວເຮົາ ບໍ່ພຽງແຕ່ຈາກເປັນປະເທດນ້ອຍ, ຫຼ້າຫຼັງ, ຊໍ້າຍັງຖືກເສດເຫຼືອ ຂອງແນວຄິດສັກດີນາ-ຂຸນເສິກ ແລະ ລ່າເມືອງຂຶ້ນ ກົດໜີບ, ປະເທດຊາດໄດ້ຖືກທໍາລາຍມ້າງເພ ຈາກສົງຄາມຢ່າງໜັກໜ່ວງ ແລະ ການບີບຮັດຢ່າງອັດຕະຂັດທີ່ສຸດ ຂອງສະພາບແວດລ້ອມ ທັງພາຍໃນ ແລະ ພາຍນອກ, ແຕ່ຍ້ອນມູນເຊື້ອອັນພິລະອາດຫານ ມູນເຊື້ອວິລະຊົນ ຂອງຊາດລາວ, ຄວາມດຸໝັ່ນພາກພຽນ, ການປະດິດສ້າງ, ຄວາມສະດຸ້ງໄວ ຂອງທົ່ວພັກເຮົາ ທີ່ຊີ້ນຳ-ນຳພາ ລັດ ແລະ ປັບປຸງການບໍລິຫານປະເທດ ໃນແຕ່ລະໄລຍະໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ຈຸດພິເສດຂອງປະເທດເຮົາ, ເຕົ້າໂຮມທຸກກຳລັງແຮງ ແລະ ສະຕິປັນຍາ ຂອງປະຊາຊົນທັງປະເທດ ໃຫ້ເປັນຈິດໜຶ່ງໃຈດຽວ ຈຶ່ງໄດ້ເຮັດໃຫ້ ສປປ ລາວ ສາມາດດໍາລົງຄົງຕົວ, ນັບມື້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນ ຢ່າງບໍ່ຢຸດຢັ້ງ ມາເຖິງປັດຈຸບັນນີ້.

ຮຽນ ບັນດາທ່ານ, ບັນດາສະຫາຍ, ພີ່ນ້ອງຊາວລາວ ທົ່ວປະເທດ ທີ່ນັບຖືຮັກແພງ !

ພວກເຮົາໄດ້ຮັບຮູ້, ເຂົ້າໃຈອະດີດ, ກຳແໜ້ນມູນເຊື້ອໃນອະດີດ ແລະ ສາມາດຮັບຮູ້ປັດຈຸບັນ ໄດ້ເປັນຢ່າງດີແລ້ວ. ດັ່ງນັ້ນ, ໃນໂອກາດນີ້ ຂ້າພະເຈົ້າຢາກຂໍສະເໜີ ບາງຄວາມເຫັນ ທີ່ເປັນທັດສະນະ ເພື່ອເປັນທິດຈະສືບຕໍ່ເສີມຂະຫຍາຍ ແລະ ແກ້ໄຂ ບົນເສັ້ນທາງກ້າວໄປໜ້າ ຂອງປະເທດເຮົາ ເພື່ອໃຫ້ປວງຊົນລາວທຸກຄົນຮ່ວມກັນຄິດ, ຮ່ວມກັນແກ້ ແລະ ຮ່ວມກັນສ້າງ ດັ່ງນີ້ :

ໜຶ່ງ: ຖ້າພວກເຮົາ ໄດ້ທົບທວນຄືນປະຫວັດສາດ ອັນຍາວນານຂອງຊາດເຮົາ, ທົບທວນຄືນວິລະກຳຂອງບັນດາວິລະບູລຸດ ທີ່ມີຄວາມອົງອາດ, ກ້າຫານຕໍ່ສູ້ ເພື່ອຄວາມເປັນຊາດລາວ, ເພື່ອຄົນລາວ ໃຫ້ໄດ້ມີຊາດ, ມີປະເທດ, ຕ້ານກັບການກົດຂີ່ຂົ່ມເຫັງ, ຕ້ານກັບການຮຸກຮານ, ກືນກິນລາວ ໃນເວລານັ້ນ, ພວກເຮົາຄົນຮຸ່ນນີ້ ຕ້ອງເພີ່ມທະວີຄວາມຮັກເຊື້ອແພງຊາດ ໃຫ້ນັບມື້ນັບສູງຂຶ້ນ, ຮຽນເອົາແບບຢ່າງອັນດີເລີດ, ຮູ້ບຸນຄຸນ, ຄຸນງາມຄວາມດີ ຂອງບັນພະບູລຸດເຮົາ ໃນແຕ່ລະຍຸກ, ແຕ່ລະສະໄໝ ໄວ້ເປັນຄະຕິເຕືອນໃຈ ເພື່ອພວກເຮົາໄດ້ສ້າງຄວາມດີ ຂອງພວກເຮົາໄວ້ໃຫ້ລູກຫຼານ ສືບທອດມູນເຊື້ອອັນນັ້ນໄວ້ ບໍ່ໃຫ້ໜ້າປະຫວັດສາດເຫຼົ່ານັ້ນ, ບໍ່ພຽງແຕ່ຖືກຫຼົງລືມໄປ, ແຕ່ຍັງເປັນກຳລັງແຮງ, ກຳລັງໃຈ ແຫ່ງການສ້າງຊາດເຮົາ ໃຫ້ເປັນຊາດ ທີ່ໄດ້ຮັບການພັດທະນາກ້າວໜ້າ ເປັນຊາດທີ່ມີກຽດສັກສີ ຕໍ່ໄປໜ້າຢ່າງບໍ່ຢຸດຢັ້ງ;

ສອງ: ພວກເຮົາ ໄດ້ທົບທວນຄືນເບິ່ງຢ່າງມີການສະຫຼຸບ ທີ່ຊັດເຈນແລ້ວວ່າ : ການຕໍ່ສູ້ ປະຕິວັດປົດປ່ອຍຊາດນັ້ນ, ຖ້າບໍ່ມີພັກປະຕິວັດນຳພາ ແມ່ນບໍ່ສາມາດເຮັດໃຫ້ການປະຕິວັດເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ຮັບໄຊຊະນະສົມບູນໄດ້, ໃນທີ່ສຸດຂະບວນການ ທີ່ມີຄວາມຮັກຊາດຢ່າງດຽວເທົ່ານັ້ນ ກໍຈະຖືກປາບປາມ, ດັບສູນ ໃນທີ່ສຸດ... ແຕ່ພາຍຫຼັງມີພັກປະຕິວັດ, ພັກຂອງລັດທິ ມາກຊິດ-ເລນິນນິດ ນຳພາ ຈຶ່ງສາມາດວາງແນວທາງ ທີ່ຖືກຕ້ອງ, ສາມາດເຕົ້າໂຮມກ້ອນກຳລັງ ຂອງຊາດ, ສາມັກຄີ ເປັນຈິດໜຶ່ງໃຈດຽວ ພ້ອມກັນຕໍ່ສູ້ຢ່າງທໍລະຫົດ, ອົດທົນ ຈຶ່ງສາມາດໄດ້ຮັບໄຊຊະນະສຸດທ້າຍນັ້ນ...ພວກເຮົາຜູ້ທີ່ໄດ້ມີຊີວິດຢູ່, ທີ່ກຳລັງສ້າງສາພັດທະນາປະເທດເຮົາ ແລະ ໄດ້ມີເງື່ອນໄຂດຳລົງຊີວິດ ຢ່າງສະຫງົບສັນຕິ ຢູ່ທຸກມື້ນີ້ ຈະຄິດເຖິງອະນາຄົດ ໃຫ້ຕິດພັນກັບເສັ້ນທາງເດີນຂອງຕົນແຕ່ລະຄົນ ແລະ ເສັ້ນທາງເດີນ ຂອງປະເທດ ຂອງພວກເຮົາ.

ຄື: ບໍ່ສະເພາະແຕ່ພວກເຮົາ ຕ້ອງປົກປັກຮັກສາລະບອບໃໝ່, ປົກປັກຮັກສາໝາກຜົນ ຂອງການປະຕິວັດ ໃຫ້ໝັ້ນຄົງເທົ່ານັ້ນ, ແຕ່ພວກເຮົາ ຕ້ອງເຮັດທຸກສິ່ງທຸກຢ່າງຮ່ວມກັນ ເພື່ອສ້າງປະເທດເຮົາ, ສ້າງລະບອບປະຊາທິປະໄຕປະຊາຊົນ ຂອງປະເທດເຮົາ ໄດ້ສືບຕໍ່ໝັ້ນຄົງ, ເຂັ້ມແຂງ ແລະ ພັດທະນາ ຈາກກ້າວນີ້ໄປສູ່ກ້າວຕໍ່ໄປ ຢ່າງບໍ່ຢຸດຢັ້ງ ເພື່ອເປົ້າໝາຍໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດ ມີຄວາມສີວິ ໄລ, ກ້າວໜ້າ ແລະ ກ້າວໄປສູ່ ເປັນປະເທດຮັ່ງມີເຂັ້ມແຂງ ສູ່ຈຸດໝາຍສັງຄົມນິຍົມ. ເປົ້າໝາຍ ທີ່ໄດ້ກ່າວມານັ້ນ, ແມ່ນສູງສົ່ງ ແຕ່ເສັ້ນທາງເດີນສຸດທີ່ລະອິດລະອ້ຽວ, ຂ້ຽວຂາດ, ເສັ້ນທາງເດີນເສັ້ນນີ້ ບໍ່ຄືກັບ “ເສັ້ນທາງ ທີ່ໂຮຍດ້ວຍດອກໄມ້” ແຕ່ຢ່າງໃດ, ເສັ້ນທາງນີ້ ຕ້ອງມີອຸປະສັກ ແລະ ທຸລະກັນດານ, ແຕ່ພວກເຮົາ ຕ້ອງສ້າງໃຫ້ມີຄວາມສາມາດຜ່ານໄປໄດ້, ຕ້ອງເດັດດ່ຽວ “ ໄປໃຫ້ສຸດ, ຂຸດໃຫ້ເຖິງ ” ເດີນໃຫ້ເຖິງຈຸດໝາຍ, ນີ້ເປັນພາລະ ທີ່ທ້າທາຍຕໍ່ຄົນຮຸ່ນໃໝ່ ຂອງພວກເຮົາ. ແຕ່ພວກເຮົາຄົນຮຸ່ນນີ້ ຈະສະໜັບສະໜູນຊີ້ສ່ອງທາງເດີນໃຫ້ ແລະ ພວກເຮົາ ທີ່ກຳລັງມີໜ້າທີ່ຢູ່ດຽວນີ້ ຕ້ອງເຊື່ອໝັ້ນໃນຄວາມສາມາດ ຂອງຄົນລຸ້ນຕໍ່ໆໄປ. ພວກເຮົາຕ້ອງກ້າຫານຝາກອະນາຄົດ ຂອງປະເທດຊາດ ໄວ້ນຳເຂົາເຈົ້າ, ພຽງແຕ່ຮຽກຮ້ອງໃຫ້ເຂົາເຈົ້າ ຕ້ອງເປັນຮຸ່ນຄົນ ທີ່ໜັກແໜ້ນ, ຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ ທີ່ແທ້ຈິງ, ໃຫ້ເຂົາສ້າງຕົນເອງ ໃຫ້ເປັນຄົນລາວ ທີ່ໜັກແໜ້ນເຂັ້ມແຂງ ຂອງຊາດ ໃຫ້ເປັນຮຸ່ນຄົນ ທີ່: “ ຄິດໃຫ້ກວ້າງ, ມອງໃຫ້ໄກ, ໄປໃຫ້ຖືກ” ເທົ່ານັ້ນ.

ສາມ: 46 ປີ ຜ່ານມາ ຖ້າພວກເຮົາຮຽນຮູ້ໄດ້ຈາກທິດສະດີ ແລະ ພຶດຕິກຳ ໃນການພັດທະນາປະເທດ ທີ່ເລິກເຊິ່ງ, ພວກເຮົາຈະເຫັນວ່າ : ເສັ້ນທາງເດີນຂອງການພັດທະນາປະເທດ ໃນໄລຍະໃໝ່ ນັບແຕ່ 2 ທັນວາ 1975 ມານີ້, ແມ່ນເສັ້ນທາງ ທີ່ເຕັມໄປດ້ວຍຄວາມລະອິດລະອ້ຽວຂ້ຽວຂາດ, ເຕັມໄປດ້ວຍຂວາກໜາມ, ແຕ່ພັກເຮົາ ໄດ້ວາງແນວ ທາງປະຕິບັດອອກແຕ່ລະໄລຍະ, ປັບປຸງປ່ຽນແປງ ເປັນແຕ່ລະໄລຍະ ໃຫ້ສອດຄ່ອງກັບສະຖານະການ ທີ່ຜັນແປ ເຊັ່ນ: ໄລຍະຮຳບາດແຜສົງຄາມ ໄດ້ປົກຄອງປະເທດ ແລະ ວາງແນວທາງອອກແນວໜຶ່ງ, ໄລຍະແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ກໍໄດ້ວາງແນວທາງນະໂຍບາຍ ແລະ ວາງແຜນພັດທະນາອອກໃຫ້ໄປຄຽງຄູ່ກັບການສ້າງ ໃຫ້ລັດເຮົາປົກຄອງດ້ວຍລັດຖະທຳມະນູນ ແລະ ກົດໝາຍ ໃຫ້ນັບມື້ນັບຄົບຊຸດ ແລະ ຮັດກຸມ... ແລະ ໄລຍະຕໍ່ມາກໍເປັນໄລຍະແຫ່ງການເປີດກວ້າງ ປະເທດອອກສູ່ໂລກ... ທັງໝົດເຫຼົ່ານີ້, ພວກເຮົາຈະເຫັນວ່າ ປະເທດເຮົາ, ຊາດເຮົາ ໄດ້ມີການປ່ຽນແປງໄປໃນທາງທີ່ດີ ແລະ ກ້າວໜ້າ ຢ່າງເຫັນໄດ້ປະຈັກຕາ...

ແຕ່ພວກເຮົາ ກໍຍັງຕ້ອງໄດ້ຄິດຕໍ່ຄຳເວົ້າ ທີ່ເຄີຍໄດ້ຍິນ ຈາກປະຊາຊົນລາວ ທີ່ເປັນການສະແດງອອກໃນລັກສະນະສົມທຽບ ວ່າ : “ ເຮືອນຕ້ອງມີຂື່-ມີແປ ” ຫຼື ຈົ່ມວ່າ : “ ເຮືອນບໍ່ມີຂື່-ບໍ່ມີແປ ”... ຄຳເວົ້ານີ້ສະທ້ອນເຖິງການປົກຄອງ ຂອງປະເທດ, ຂອງສັງຄົມ ທີ່ສະທ້ອນໃຫ້ເຫັນວ່າ ປະຊາຊົນຢາກໃຫ້ມີການປົກຄອງທີ່ດີນັ້ນເອງ... ຕໍ່ກັບເລື່ອງນີ້ ຂ້າພະເຈົ້າ ຢາກຂໍໃຫ້ທຸກຄົນ ໄດ້ຄິດ ແລະ ສຳນຶກ ວ່າ : ພາບຂອງເຮືອນຫຼັງໜຶ່ງ ທີ່ຄົນລາວມັກປຸກຂຶ້ນ ເປັນທີ່ຢູ່ອາໄສ ນັ້ນ, ຈິງຢູ່ວ່າຕ້ອງ ມີຂື່-ມີແປ ທີ່ທົນທານແຂງແຮງ, ແຕ່ຢາກໃຫ້ເຮືອນສາມາດ ເປັນເຮືອນທີ່ແຂງແຮງທົນທານ, ເປັນທີ່ເພິ່ງ ຂອງຜູ້ຢູ່ອາໄສທີ່ໝັ້ນໃຈໄດ້, ເຮືອນຫຼັງນັ້ນ ຕ້ອງມີເສົາຫຼາຍເສົາ ແຕ່ຕ້ອງມີເສົາຫຼັກ ທີ່ແຂງແຮງທົນທານ. ມີເສົາທົນທານ, ມີຂື່-ມີແປ ທີ່ເຂັ້ມແຂງ ແລະ ຍັງຕ້ອງມີພື້ນທີ່-ຖານ ທີ່ກວ້າງຂວາງ, ແໜ້ນໜາ ຮອງຮັບ ທີ່ໄວ້ໃຈໄດ້. ຖ້າພື້ນບໍ່ທົນທານ, ບໍ່ກວ້າງຂວາງ ກໍ່ຈະເຮັດໃຫ້ເຮືອນບໍ່ຢູ່ດົນ, ທົນບໍ່ໄດ້ນານ. ອີກສຳຄັນອັນໜຶ່ງ, ຂ້າພະເຈົ້າຂໍສະເໜີວ່າ ຜູ້ຢູ່ອາໃສ ຕ້ອງໝັ່ນກວດກາ, ສ້ອມແຊມຫຼັງຄາ ບໍ່ໃຫ້ແຕກແຫງ ບໍ່ໃຫ້ຮົ່ວ ໃນຍາມຝົນຕົກລົງມາ... ເພາະຖ້າເປັນເຊັ່ນນັ້ນ, ຄົນໃນເຮືອນ ຈະຢູ່ບໍ່ເປັນສຸກ... ຂໍໃຫ້ແຕ່ລະຄົນນຳໄປວິໄຈເອົາເອງ ວ່າສ່ວນປະກອບຂອງເຮືອນຫຼັງໜຶ່ງນີ້ ມັນທຽບກັບປະເທດໜຶ່ງ, ທຽບກັບສັງຄົມໜຶ່ງ, ໂດຍສະເພາະສັງຄົມເຮົາ ໄດ້ຄືແນວໃດແດ່, ຂໍຝາກໄວ້ກັບຄົນລຸ້ນນີ້ ແລະ ລຸ້ນຕໍ່ໆໄປ ຈະເສີມສ້າງ “ ເຮືອນຫຼັງໃຫຍ່ ” ຂອງພວກເຮົາໃຫ້ໝັ້ນຄົງຖາວອນ, ໃຫ້ປອດໄພ ແລະ ໃຫ້ກ້າວໜ້າໄດ້ຄືແນວໃດ.

ສີ່: ພວກເຮົາໂຊກດີ ທີ່ປະເທດເຮົາ ມີທີ່ຕັ້ງທີ່ປອດໄພ. ບັນພະບູລຸດເຮົາ ໄດ້ປະມໍລະດົກອັນລໍ້າຄ່າ ຢ່າງຫຼວງຫຼາຍ ຊຶ່ງຄວາມສວຍສົດງົດງາມ, ຄວາມອຸດົມຮັ່ງມີ ຂອງຊັບພະຍາກອນທຳມະຊາດ ໄວ້ໃຫ້ພວກເຮົາ ປົກປັກຮັກສາ ແລະ ນຳໃຊ້ ເພື່ອຊີວິດທີ່ດີ ແລະ ການພັດທະນາທີ່ຍືນຍົງ...

ພວກເຮົາສາມາດຮຽນຮູ້ຈາກພຶດຕະກຳຕົວຈິງ ໃນຂະບວນວິວັດແຫ່ງການພັດທະນາປະເທດເຮົາ ຜ່ານ 46 ປີ ຜ່ານມາ, ຮຽນຮູ້ທັງບົດຮຽນທີ່ດີ, ຕັ້ງໜ້າ, ແຕ່ເວລາດຽວກັນ ພວກເຮົາກໍ່ຮຽນຮູ້ຈາກຄວາມຜິດພາດ ແລະ ຂໍ້ບົກຜ່ອງ ໄດ້ເປັນຢ່າງດີແລ້ວ. ຂ້າພະເຈົ້າຢາກຂໍຝາກຂໍ້ຄິດ ໄວ້ກັບຄົນຮຸ່ນນີ້ ແລະ ຄົນຮຸ່ນຕໍ່ໆໄປ ວ່າ: ຮຽນໃຫ້ຮູ້ຈາກການນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງກຸ້ມຄ່າ ນັ້ນ, ຈະເຮັດແນວໃດ ຈຶ່ງສ້າງໄດ້ທັດສະນະຄະຕິ ທີ່ດີກວ່າ ເພື່ອປ້ອງກັນການສູນເສຍອັນໃຫຍ່ຫຼວງ ຂອງຊັບພະຍາກອນ ຂອງພວກເຮົາໄປ ຢ່າງໜ້າເສຍດາຍ ທີ່ບໍ່ສາມາດເອົາຄືນມາໄດ້... ຂໍຝາກໄວ້ນຳທຸກຄົນ, ທັງຮຸ່ນປະຈຸບັນ ແລະ ຮຸ່ນຕໍ່ໄປ ວ່າ: ໃຫ້ຕັດສິນໃຈປ່ຽນແປງທັດສະນະຄະຕິ ແລະ ໃຫ້ຄິດສະເໝີ ວ່າ : “ເຮົາຈະເອົາຊີວິດເຮົາ ເປັນເດີມພັນ ເພື່ອປົກປ້ອງຊັບພະຍາກອນອັນລໍ້າຄ່າຂອງຊາດ ໄວ້ໃຫ້ໄດ້ນຳໃຊ້ຍາວນານ, ໄດ້ຜົນປະໂຫຍດ ແຕ່ບໍ່ທຳລາຍໃຫ້ເສຍຫາຍ, ພວກເຮົາຈະບໍ່ປ່ອຍໃຫ້ຄົນເອົາຊັບພະຍາກອນ ທີ່ອຸດົມຮັ່ງມີເຫຼົ່ານີ້ໄປໃຊ້ ໂດຍຂາດຄວາມຮັບຜິດຊອບ, ຂາດຈັນຍາທຳ, ຂາດຈັນຍາບັນ ເພື່ອທຳລາຍໄປ, ສູນຫາຍໄປ ຢ່າງໜ້າເສຍດາຍອີກຕໍ່ໄປໄດ້ແນວໃດ ”. ຂໍໃຫ້ນຳເອົາບັນຫານີ້ ເຂົ້າສູ່ການຄົ້ນຄວ້າສົນທະນາ ແລະ ນຳໄປສູ່ການມີມາດຕະການ ທີ່ດີກວ່າ ເພື່ອສ້າງອະນາຄົດອັນດີງາມ ໃຫ້ປະເທດຊາດຂອງພວກເຮົາ ຍືນຍົງຕໍ່ໄປ ແລະ ພັດທະນາໄປຕາມແນວທາງນະໂຍບາຍຂອງພັກ ຄື : “ພັດທະນາ ທີ່ຍືນຍົງ ແລະ ສີຂຽວ”.

ຫ້າ: ຖ້າພວກເຮົາເຫັນວັດທະນະທຳອັນດີງາມ, ລໍ້າຄ່າ ຮີດຄອງປະເພນີ ອັນໜ້າປົກປ້ອງ, ຫວງແຫນ ແລະ ສາມາດພັດທະນາ ໃຫ້ເປັນເອກະລັກຂອງຊາດ ອອກສູ່ສາກົນນັ້ນ... ພວກເຮົາຕ້ອງຮ່ວມກັນເສີມຂະຫຍາຍມັນໃຫ້ສຸດຂີດ ເພື່ອຮັກສາໄດ້ເອກກະລັກ, ແຕ່ໃຫ້ເອົາສິ່ງເຫຼົ່ານັ້ນ ມາຮັບໃຊ້ຊີວິດການເປັນຢູ່ ທີ່ດີກວ່າຂອງປະຊາຊົນເຮົາ ນຳເອົາຜົນປະໂຫຍດ ໃຫ້ຊາດ ແລະ ໃຫ້ປະຊາຊົນ, ສືບຕໍ່ເປັນຄວາມເອກອ້າງສືບຕໍ່ໄປ.

ຂ້າພະເຈົ້າ ຂໍຝາກໄວ້ເປັນຂໍ້ຄິດທີ່ວ່າ ເຖິງວ່າໂລກຈະປ່ຽນໄປ, ຄ່ານິຍົມ ຂອງຄົນຫຼາຍປະເທດປ່ຽນໄປ, ຜົນສະທ້ອນ ຂອງການປ່ຽນແປງ ຂອງໂລກນັ້ນ, ຂໍຢ່າໃຫ້ມາປ່ຽນແປງວັດທະນະທຳ ແລະ ປະເພນີອັນດີງາມ ຂອງຊາດລາວເຮົາໄດ້. ການຮັກສາຄຸນຄ່າ ຂອງຄວາມເປັນລາວທາງດ້ານປະເພນີຮີດຄອງ ເອົາໄວ້ໄດ້ ຈົນເທົ່າໃດໆນັ້ນ, ເປັນການຮັກສາຄວາມເປັນຊາດລາວ ໄວ້ຈົນເທົ່າໃດໆເໝືອນກັນ.

ຫົກ: ມູນເຊື້ອອັນດີງາມ ເປັນທີ່ໂດດເດັ່ນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຮົາ ໃນ 46 ປີ ຜ່ານມານັ້ນ, ແມ່ນນະໂຍບາຍການຕ່າງປະເທດ ທີ່ສະເໝີຕົ້ນສະເໝີປາຍ, ເປີດກວ້າງ, ຫຼາຍຮູບ, ຫຼາຍສີ, ພົວພັນຫຼາຍຝ່າຍ, ຫຼາຍລະດັບ ທີ່ສະຫຼາດພິກໄຫວ ແລະ ຄ່ອງຕົວ ຂອງພັກ ແລະ ລັດ ທີ່ໄດ້ສືບທອດມໍລະດົກມາແຕ່ສະໄໝຕໍ່ສູ້ກູ້ຊາດ.

ພວກເຮົາຄົນລຸ້ນນີ້ ແລະ ຄົນລຸ້ນຕໍ່ໄປ ບໍ່ສະເພາະແຕ່ຮັກສາມູນເຊື້ອອັນດີງາມນີ້ ໄວ້ເປັນບົດຮຽນເທົ່ານັ້ນ, ຫາກຍັງຕ້ອງເຊີດຊູຄວາມຮັບຜິດຊອບ, ພັດທະນາວຽກງານການພົວພັນຕ່າງປະເທດ ແລະ ການທູດ ໃຫ້ສືບຕໍ່ໜັກແໜ້ນ, ກວ້າງໄກ, ມີໄຫວພິບ, ຮູ້ເລິກ, ຮູ້ຕື້ນ, ຮູ້ໜາ, ຮູ້ບາງ, ຮູ້ມິດ, ຮູ້ສັດຕູ ແລະ ສືບຕໍ່ປະຕິບັດ “ ນະໂຍບາຍການທູດປ້ອງກັນເຫດ, ບຸກທະລຸ ເພື່ອພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດເຮົາ ” ການທູດທີ່ດີ ຈະຊ່ວຍວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ດີ, ການທູດທີ່ດີ ຈະຊ່ວຍການພັດທະນາເສດຖະກິດ, ການທູດທີ່ດີຈະຊ່ວຍສ້າງບົດບາດໜ້າຕາຂອງປະເທດ... ນີ້ຄື ບົດຮຽນຕົວຈິງ ຂອງ 46 ປີ ຜ່ານມາ ຫຼື ຫຼຽວຄືນໄປອະດີດ, ການທູດສ້າງເງື່ອນໄຂໃຫ້ການຕໍ່ສູ້ ທີ່ເປັນທຳ ຂອງປະຊາຊົນລາວ ໄດ້ຮັບໄຊຊະນະເປັນຂັ້ນໆມາ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກການຈັດຕັ້ງໃນລະບົບການເມືອງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ຄວາມຮັບຜິດຊອບການເມືອງ, ເປັນເຈົ້າການຫັນເອົາມູນເຊື້ອ ແລະ ນໍ້າໃຈວັນຊາດ ທີ 2 ທັນວາ, ພ້ອມກັນເສີມຂະຫຍາຍໝາກຜົນທີ່ຍາດມາໄດ້ໃນພາລະກິດປ່ຽນແປງໃໝ່, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ເປັນຮູບປະທໍາຕົວຈິງ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ ກ້າວຂຶ້ນບໍ່ຢຸດຢັ້ງ.

ຂໍອວຍພອນອັນປະເສີດ, ໃຫ້ແກ່ປວງຊົນລາວທັງຊາດ ຜູ້ທີ່ດຳລົງຊີວິດ ຢູ່ພາຍໃນ ແລະ ຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດ ທີ່ກຳລັງດຳລົງຊີວິດ ຢູ່ ສປປ ລາວ ທຸກໆທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມສຸກ, ມີຄວາມສຳເລັດ ໃນໜ້າທີ່ວຽກງານທຸກປະການ ມານະທີ່ນີ້ດ້ວຍ !

- ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ !

- ພັກປະຊາຊົນປະຕິວັດລາວ ຜູ້ຈັດຕັ້ງນຳພາທຸກໄຊຊະນະ ຂອງການປະຕິວັດລາວ ໝັ້ນຍືນ !

- ນ້ຳໃຈ ວັນຊາດ ທີ 2 ທັນວາ ໝັ້ນຍືນ !

- ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງປະຊາຊົນລາວ ຕະຫຼອດໄປ !

ແຫຼ່ງຄັດຈາກ pasaxon.org.la.