leftcenterrightdel
ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນນະຄອນເຫວ້ ຢ້ຽມຢາມ, ອວຍພອນບຸນປີໃໝ່ກອງບັນຊາການທະຫານແຂວງເຊກອງ. ພາບ: qdnd.vn

ໃນຂອບເຂດການຢ້ຽມຢາມ, ບັນດາກົມກອງໄດ້ແລກປ່ຽນ ແລະແຈ້ງກ່ຽວກັບສະພາບການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນ; ຕີລາຄາໝາກຜົນສົມທົບກັນໃນໄລຍະຜ່ານມາ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາສາຍພົວພັນສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢ່າງທັນການ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ. ການເຄື່ອນໄຫວຢ້ຽມຢາມ ແລະອວຍພອນບຸນປີໃໝ່ປະກອບສ່ວນປັບປຸງ, ຮັດແໜ້ນນໍ້າໃຈສາມັກຄີແບບພິເສດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງທະຫານຊາຍແດນນະຄອນເຫວ້ ກັບກຳລັງປະກອບອາວຸດແຂວງເຊກອງ ແລະສາລະວັນ, ຜ່ານນັ້ນປະກອບສ່ວນເຮັດໃຫ້ການພົວພັນ ຫວຽດນາມ-ລາວ ເລິກເຊິ່ງກວ່າອີກ.

ໂດຍ: ເຈິ່ນຮວ່ຽນ