ທີ່ກອງປະຊຸມປຶກສາຫາລື, ສອງຝ່າຍຢັ້ງຢືນວ່າ ເຖິງວ່າໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນປີຜ່ານມາຍັງສືບຕໍ່ໄດ້ຮັບການຮັກສາ, ຊຸກຍູ້, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອົດສະຕາລີ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານພັນເອກພິເສດ ຫວູແທັ່ງວັນ ເປັນປະທານກອງປະຊຸມປຶກສາຫາລືຢູ່ສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານພັນເອກພິເສດ ຫວູແທັ່ງວັນ ຕີລາຄາສູງຄໍາໝັ້ນສັນຍາຂອງອົດສະຕາລີ ໃນການຮ່ວມມືຮັກສາສັນຕິພາບ ສປຊ, ພິເສດແມ່ນໜູນຊ່ວຍນໍາສົ່ງໂຮງໝໍສະໜາມ ຂັ້ນ 2 ຂອງຫວຽດນາມ ໄປຍັງຊູດັງໃຕ້ ແລະມອບວັດຖຸອຸຸປະກອນຈຳນວນໜຶ່ງເພື່ອຊ່ວຍຍົກສູງກຳລັງຄວາມສາມາດໃຫ້ກົມຮັກສາສັນຕິພາບຫວຽດນາມ. 

leftcenterrightdel
ບັນຍາກາດທີ່ກອງປະຊຸມປຶກສາຫາລື. ພາບ: qdnd.vn

ທ່ານພັນເອກພິເສດ ຫວູແທັ່ງວັນ ຂອບໃຈກະຊວງປ້ອງກັນປະເທດອົດສະຕາລີ ທີ່ໄດ້ສະເໜີມອບວັດຖຸອຸປະກອນການແພດໃຫ້ກະຊວງປ້ອງກັນປະເທດຫວຽດນາມ; ປາດຖະໜາຢາກສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດອົດສະຕາລີ ໃນຂົງເຂດນີ້, ພິເສດແມ່ນຊ່ວຍກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບແຫຼ່ງວັກຊິນປ້ອງກັນໂຄວິດ-19.

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍລ້ວນແຕ່ເປັນສະມາຊິກທີ່ຕັ້ງໜ້າຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+) ແລະປຶກສາຫາລືຢ່າງເປັນປະຈໍາ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ.

leftcenterrightdel
ສອງຝ່າຍໄດ້ເຊັນບົດບັນທຶກເຮັດວຽກຮັບຮູ້ຜົນກອງປະຊຸມປຶກສາຫາລືຄັ້ງນີ້. ພາບ: qdnd.vn

ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາ, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ, ສຸມໃສ່ບາງຂົງເຂດ, ລວມມີ: ແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ເສີມຂະຫຍາຍກົນໄກປຶກສາຫາລື, ເຈລະຈາຢ່າງມີປະສິດທິຜົນ; ການຮ່ວມມືບໍາລຸງສ້າງ; ຮັກສາສັນຕິພາບ ສປຊ...

ສອງຝ່າຍໄດ້ອັບເດດການສ້າງແຜນການຮ່ວມມື 3 ປີໄລຍະ 2022-2024 ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດອົດສະຕາລີ, ພ້ອມທັງເຊັນບົດບັນທຶກເຮັດວຽກຮັບຮູ້ຜົນກອງປະຊຸມປຶກສາຫາລືການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອົດສະຕາລີ ຄັ້ງທີ 15.

ໂດຍ: ເກື່ອງດັ້ງ