ທ່ານ Shovgi Kamal Oglu Mehdizade ເອກອັກຄະລັດຖະທູດ ສ.ອາຊັກໃບຊານ ປະຈຳຫວຽດນາມ ໄດ້ໃຫ້ຂໍ້ສັງເກດຄືດັ່ງກ່າວເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ກ່ຽວກັບຄວາມໝາຍຂອງການເລືອກຕັ້ງ ກໍຄືຄວາມຄາດຫວັງກ່ຽວກັບສະພາແຫ່ງຊາດຊຸດໃໝ່ໃນການຊຸກຍູ້ການພົວພັນສອງ ຝ່າຍ.

leftcenterrightdel
ທ່ານ Shovgi Kamal Oglu Mehdizade ເອກອັກຄະລັດຖະທູດ ສ.ອາຊັກໃບຊານ ປະຈຳຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການເລືອກຕັ້ງບໍ່ພຽງແຕ່ແມ່ນການສະແດງໃຫ້ເຫັນເຈດຈຳນົງຂອງປະຊາຊົນ ແລະປະຊາທິປະໄຕເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອປັບປຸງບັນດາພື້ນຖານລະບອບໃຫ້ແກ່ຄວາມກ້າວໜ້າດ້ານເສດຖະກິດ-ສັງຄົມຢ່າງບໍ່ຢຸດຢັ້ງຂອງຫວຽດນາມ ອີກດ້ວຍ. ທ່ານກໍ່ເຊື່ອໝັ້ນວ່າ ການເລືອກຕັ້ງໄດ້ປະກອບສ່ວນຢ່າງເລິກເຊິ່ງເຂົ້າໃນສະຖຽນລະພາບ, ຄວາມສາມັກຄີ ແລະວັດທະນາຖາວອນຂອງຫວຽດນາມ, ສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ ສືບຕໍ່ຮັກສາທ່າອ່ຽງພັດທະນາທີ່ໜ້າປະທັບໃຈ.

ແຫຼ່ງຄັດຈາກ: vovworld