ກ່າວຄໍາເຫັນທີ່ພິທີ, ທ່ານ ບຸ່ຍແທັງເຊີນ ໄດ້ສະແດງຄວາມປິຕິຊົມຊື່ນຖືວ່າ ດ້ວຍເນື້ອໃນທີ່ອຸດົມສົມບຸນ ແລະເລິກເຊິ່ງ, ໂຄງການດໍາເນີນງານຫວຽດນາມ-ນິວຊີແລນ ໄລຍະ 2021-2024 ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນທຸກຂົງເຂດໃນໄລຍະຈະມາເຖິງກວ່າອີກ.

leftcenterrightdel
ບັນຍາກາດທີ່ການເຊັນສັນຍາທາງໄກໂຄງການດໍາເນີນງານຫວຽດນາມ-ນິວຊີແລນ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ທ່ານນາງ Nanaia Mahuta ສະແດງຄວາມປາດຖາໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນຂົງເຂດຕ່າງໆ, ຄື: ການຄ້າ-ການລົງທຶນ, ການສຶກສາ, ເສດຖະກິດດີຈີຕອນ ແລະການປ່ຽນແປງຂອງດິນຟ້າອາກາດກວ່າອີກ, ໃນນັ້ນມີເລື່ອງສອງຝ່າຍຮ່ວມມືສູ້ຊົນບັນລຸວົງເງິນການຄ້າ 2 ຕື້ໂດລາສະຫະລັດໃນປີ 2024, ທ່ານນາງ Nanaia Mahuta ສະໜັບສະໜູນທັດສະນະຂອງຫວຽດນາມ ກ່ຽວກັບພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ກວມລວມ, ເຄົາລົບກົດໝາຍສາກົນ ແລະອາຊຽນ ສວມບົດບາດເປັນໃຈກາງ.

ໂດຍ: ໄຊນີດາ