ຕາມທ່ານສາດສະດາຈານ Anmol Mukhia ແລ້ວ, ສະພາແຫ່ງຊາດ ຊຸດທີ XV (2021 - 2026) ໄດ້ຕີລາຄາສູງຍ້ອນມີວິທີການເຂົ້າເຖິງຢ່າງເປັນເຈົ້າການ, ປ່ຽນແປງໃໝ່ ແລະກໍານົດທິດພັດທະນາ, ແທນທີ່ີມີແຕ່ການສຸມໃສ່ການຄຸ້ມຄອງ. ໃນອາຍຸການຜ່ານມາ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາ ກົດໝາຍ 51 ສະບັບ ແລະມະຕິ 39 ສະບັບ  ເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບພາຍຫຼັງພະຍາດໂຄວິດ-19, ເປັນຂີດໝາຍການປະຕິຮູບລະບົບເອກະສານກົດໝາຍປະມານ 30%.  ໃນມະຕິສະບັບຕ່າງໆນັ້ນມີ 8 ສະບັບແມ່ນມີລັກສະນະມາດຕະເກນ, ສຸມໃສ່ຂົງເຂດການເຕີບໂຕເສດຖະກິດ, ການສຶກສາ, ສາທາລະນະສຸກ ແລະຫັນປ່ຽນດີຈີຕອນເພື່ອໜູນຊ່ວຍພັດທະນາ.

leftcenterrightdel
ພາບປະກອບຈາກ: ສໍານັກງານຂ່າວສານຫວຽດນາມ

ທ່ານສາດສະດາຈານ Anmol Mukhia ຖືວ່າໝາກຜົນນິຕິບັດຍັດດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນການຫັນຂົງເຂດນະໂຍບາຍສຳຄັນຍິ່ງຂອງຫວຽດນາມ ເປັນລະບອບລະບຽບການ, ນັບແຕ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍຸຕິທຳ, ພົນລະເຮືອນ, ພັດທະນາເສດຖະກິດ, ຈົນເຖິງບັນດາບັນຫາທີ່ກ່ຽວຂ້ອງເຖິງສິດມະນຸດຄືການສຶກສາ, ສາທາລະນະສຸກ, ການແກ້ໄຂໃບຮ້ອງທຸກ ແລະກ່າວໂທດ...

ສະພາແຫ່ງຊາດຫວຽດນາມ ກໍ່ໄດ້ຍູ້ແຮງການຫັນປ່ຽນດີຈີຕອນ ແລະຫັນເປັນທັນສະໄໝ, ສ້າງສະພາແຫ່ງຊາດໃຫ້ທັນສະໄໝ ແລະເຫັນເປັນດີຈີຕອນເທື່ອລະກ້າວ. ກົດໝາຍສະບັບຕ່າງໆທີ່ໄດ້ຮັບຮອງເອົານັ້ນ ໄດ້ເຕື້ອງເຖິງຂົງເຂດທີ່ຫາກໍ່ພົ້ນເດັ່ນຂຶ້ນ, ຄື: ປັນຍາປະດິດ (AI), ເຕັກໂນໂລຢີສູງ, ຫັນເປັນດີຈີຕອນ ແລະສ້າງສູນການເງິນສາກົນ (IFC) ໂດຍຜ່ານມະຕິເລກທີ 222, ໄດ້ສ້າງພື້ນຖານນິຕິກໍາເພື່ອໃຫ້ຫວຽດນາມ ນໍາທັນທ່າອ່ຽງທ່ົວໂລກ, ເພີ່ມທະວີກຳລັງຄວາມສາມາດແກ່ງແຍ້ງສາກົນ ແລະຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ.

ເມື່ອເຕື້ອງເຖິງການຕັດສິນໃຈຈັດຕັ້ງການປ່ອນບັດເລືອກຕັ້ງໄວກ່ອນກວ່າກຳນົດເວລາ 2 ເດືອນ, ທ່ານສາດສະດາຈານ Anmol Mukhia ໃຫ້ຮູ້ວ່າ ການຕັດສິນໃຈນີ້ເບິ່ງຄືວ່າແມ່ນ “ກະແສຟອງການປະຕິຮູບຄັ້ງທີ 2” ແນໃສ່ຮັບປະກັນກົງຈັກການນໍາພາທີ່ຫາກໍ່ໄດ້ບູລະນະຢ່າງທັນທີເພື່ອຜັນຂະຫຍາຍບັນດາເປົ້າໝາຍພັດທະນາທີ່ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງ, ມຸ່ງໄປເຖິງການນໍາປະເທດກາຍເປັນພື້ນຖານເສດຖະກິດພັດທະນາໃນປີ 2045. ນັກວິເຄາະຫຼາຍທ່ານຖືວ່ານີ້ແມ່ນບາດກ້າວທີ່ຫານກ້າເພື່ອປັບປຸງກົງຈັກການນໍາຂັ້ນສູງ ແລະສອດຄ່ອງກັບເປົ້າໝາຍຕ່າງໆເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ວາງອອກ.

ກໍ່ຕາມທ່ານສາດສະດາຈານ Anmol Mukhia ແລ້ວ, ການບູລະນະສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນໂດຍໄວ ແມ່ນຊ່ວຍຫຼີກລ້ຽງຊ່ອງວ່າງອຳນາດໃນໄລຍະຫັນປ່ຽນທີ່ສໍາຄັນນີ້, ຜ່ານນ້ັນ ຮັບປະກັນລັກສະນະຕໍ່ເນື່ອງ ແລະສະຖຽນລະພາບຂອງກົງຈັກການນໍາພາ.

ທ່ານສາດສະດາຈານ Anmol Mukhia ກໍ່ໍໃສ່ໃຈວ່າ ນີ້ແມ່ນການເລືອກຕ້ັງທໍາອິດໄດ້ຈັດຂຶ້ນຕາມຮູບແບບອໍານາດການປົກຄອງທ້ອງຖິ່ນ 2 ຂັ້ນທີ່ກະທັດຮັດກວ່າ, ແທນໃຫ້ໂຄງຮ່າງການຈັດຕັ້ງກ່ອນນີ້ທີ່ມີຂັ້ນເມືອງ. ກົນໄກນີ້ກໍ່ເພີ່ມທະວີລັກສະນະທີ່ເປັນຕົວແທນເມື່ອຮຽກຮ້ອງໃຫ້ສະມາຊິກໃໝ່ຕ້ອງມີກຳລັງຄວາມສາມາດຄຸ້ມຄອງຫົວໜ່ວຍບໍລິຫານທີ່ໃຫຍ່ກວ່າ, ໄດ້ຈັດຕັ້ງຄືນໃໝ່ ແລະສັບສົນກວ່າ, ຜ່ານນັ້ນຍົກສູງການບໍລິຫານທ້ອງຖິ່ນຕາມທິດຮັບໃຊ້ປະຊາຊົນຢ່າງມີປະສິດທິຜົນ...

ຕາມການຕີລາຄາຂອງທ່ານສາດສະດາຈານ Anmol Mukhia ແລ້ວ, ໃນສະພາບການໃໝ່, ບັນດາສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການຈະມາເຖິງນີ້ຈະຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ສູງກວ່າ, ທັງມີຄວາມໝັ້ນຄົງດ້ານການເມືອງ, ທັງມີຄວາມສາມາດດ້ານວິຊາສະເພາະ ແລະເຕັກນິກດີຈີຕອນ. ຫວັງວ່າ ສະມາຊິກຈະສະແດງອອກໃຫ້ເຫັນຄວາມສັດຊື່ບໍລິສຸດ ແລະມີປະສິດທິຜົນໃນການເຄື່ອນໄຫວ, ກາຍເປັນບັນດາ “ຕົວແທນທີ່ແທ້ຈິງຂອງປະຊາຊົນ”, ມີທາດແທ້ຄຸນສົມບັດສູງ ແລະຈິດໃຈ “ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບເພື່ອຜົນປະໂຫດຍລວມ”. ວິວັດການຊຸກຍູ້ “ສະພາແຫ່ງຊາດດີຈີຕອນ” ຈະຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດຕ້ອງມີທັກສະດີຈີຕອນເພື່ອຍົກສູງປະສິດທິຜົນດ້ານນິຕິບັດຍັດ, ຕິດຕາມກວດກາ ແລະການບໍລິຫານ.

ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ຄວາມຮັບຜິດຊອບຂອງສະພາແຫ່ງຊາດ ແລະສະພາປະຊາຊົນອາຍຸການຈະມາເຖິງຈະສຸມໃສ່ບາງເສົາຄ້ໍາສໍາຄັນ. ກ່ອນອື່ນໝົດແມ່ນການຫັນແຜນນະໂຍບາຍຕ່າງໆຂອງພັກເປັນລະບອບລະບຽບການ, ກໍ່ສ້າງລະບົບກົດໝາຍຢ່າງຄົບຊຸດ, ທັນສະໄໝ ແລະມີຄຸນນະພາບສູງ ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຢ່າງວ່ອງໄວ. ສະພາແຫ່ງຊາດ ແລະສະພາປະຊາຊົນກໍ່ຕ້ອງຕິດຕາມກວດກາວິວັດການພັດທະນາເສດຖະກິດ-ສັງຄົມ ແນໃສ່ຮັບປະກັນການຫັນເປົ້າໝາຍຕ່າງໆຂອງໄລຍະ 2026-2030 ໃຫ້ປະກົດຜົນເປັນຈິງ, ຄືຮັກສາການເຕີບໂຕເສດຖະກິດສູງ, ຊຸກຍູ້ການຫັນປ່ຽນສີຂຽວ, ຫຼຸດຜ່ອນການປ່ອຍອາຍພິດເພື່ອໃຫ້ຈາວກັບກາກບອນໃນປີ 2050 ແລະຫຼຸດອັດຕາຄວາມທຸກຍາກຫຼາຍສົ້ນລົງຕ່ຳ 1%.

ເມື່ອຕີລາຄາກ່ຽວກັບການຮ່ວມມືລັດຖະສະພາສາກົນ, ທ່ານສາດສະດາຈານ Anmol Mukhia ຖືວ່າ ໃນສະພາບການໂລກພວມມີການຜັນແປຢ່າງວ່ອງໄວ, ບັນດາປະເທດຕ້ອງໃຫ້ບຸລິມະສິດແກ່ການເຄື່ອນໄຫວແລກປ່ຽນຜູ້ແທນຂັ້ນສູງຢ່າງເປັນປະຈໍາ, ເພີ່ມທະວີການເຈລະຈາດ້ານນິຕິບັນຍັດກ່ຽວກັບບັນດາບັນຫາຄວາມໝັ້ນຄົງ ແລະເສດຖະກິດ. ອິນເດຍ ແລະຫວຽດນາມ ຄວນແບ່ງປັນວິໄສທັດໄລຍະຍາວກ່ຽວກັບເປົ້າໝາຍພັດທະນາ, ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ເຕັກໂນໂລຢີ ແລະຊຸກຍູ້ການເຄື່ອນໄຫວຂອງກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ອິນເດຍ, ພ້ອມທັງໝູນໃຊ້ເວທີປາໄສຫຼາຍຝ່າຍ ຄື ສະຫະພັນລັດຖະສະພາໂລກ (IPU).

ທ່ານສາດສະດາຈານ Anmol Mukhia ເນັ້ນໜັກວ່າ ການພົວພັນລັດຖະສະພາລະຫວ່າງຫວຽດນາມ ແລະອິນເດຍ ໄດ້ຕີລາຄາວ່າດີງາມທີ່ສຸດ, ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ສ້າງຕັ້ງໃນປີ 2016. ການພົວພັນສອງປະເທດໄດ້ກໍານົດທິດຍ້ອນວິໄສທັດລວມຂອງປະຫວັດສາດກ່ຽວກັບ “3P: ສັນຕິພາບ-ວັດທະນາຖາວອນ-ປະຊາຊົນ”. ການພົວພັນນີ້ໄດ້ສ້າງຂື້ນບົນພື້ນຖານປະຫວັດສາດອັນເລິກເຊິ່ງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະວິໄສທັດລວມກ່ຽວກັບຄວາມໝັ້ນຄົງຂອງພາກພື້ນ, ສອດຄ່ອງກັບນະໂຍບາຍການກະທໍາມຸ່ງໄປເຖິງທິດຕາເວັນອອກ ແລະວິໄສທັດມະຫາສະໝຸດອິນເດຍ-ປາຊີຟິກ ຂອງອິນເດຍ.

ການຮ່ວມມືລັດຖະສະພາກໍ່ຕິດພັນກັບແຜນການກະທໍາ ໄລຍະ 2024-2028, ສຸມໃສ່ໃນບັນດາຂົງເຂດເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການເຊື່ອມຕໍ່ດີຈີຕອນ. ນອກຈາກນັ້ນ, ການຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ການແລກປ່ຽນລະຫວ່າງພັກການເມືອງ, ອົງການຈັດຕັ້ງຊາວໜຸ່ມ ແລະສະຖາບັນຄົ້ນຄວ້າແຫ່ງຕ່າງໆກໍ່ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ. ສູນວັດທະນະທໍາອິນເດຍ Swami Vivekananda ຢູ່ຮ່າໂນ້ຍ, ໄດ້ສ້າງຕັ້ງຂຶ້ນໃນເດືອນກັນຍາ 2016,  ກໍ່ສວມບົດບາດຊຸກຍູ້ການພົບປະແລກປ່ຽນວັດທະນະທໍາ ແລະຕິດພັນກັບປະຊາຊົນສອງປະເທດ.

ໂດຍ: ໄຊນີດາ