ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ເນັ້ນໜັກວ່າ ການນໍາຂັ້ນສູງທີ່ຮັບຜິດຊອບກ່ຽວກັບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຕ້ອງສ້າງແຜນການພັດທະນາສັງລວມ ແລະຍືນຍົງໃຫ້ຍ່ານແມ່ນ້ຳທັງໝົດບົນພື້ນຖານພິຈາລະນາຕາມເງື່ອນໄຂຢ່າງລະອຽດ ແລະຜົນປະໂຫຍດຂອງແຕ່ລະປະເທດສະມາຊິກ; ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງລັດຖະບານຕ່າງໆ ແລະບັນດາຝ່າຍທີ່ກ່ຽວຂ້ອງ, ລວມທັງອົງການຈັດຕັ້ງພາກພື້ນ ແລະສາກົນ, ປະຊາຄົມວິທະຍາສາດ, ວິສາຫະກິດ, ສັງຄົມພົນລະເຮືອນ.

leftcenterrightdel
ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ. ພາບ: Vietnam+

ພ້ອມກັນນັ້ນ, ນະໂຍບາຍ ແລະການກະທໍາກ່ຽວກັບການຄຸ້ມຄອງຊັບພະຍາກອນນໍ້າຕ້ອງສອດຄ່ອງກັບເປົ້າໝາຍຂອງການນໍາຂັ້ນສູງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງແມ່ນຟື້ນຟູເສດຖະກິດຂຽວພາຍຫຼັງພະຍາດໂຄວິດ-19, ພັດທະນາແບບຍືນຍົງບົນພື້ນຖານເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ແລະຄໍາໝັ້ນສັນຍາຕ່າງໆທີ່ໄດ້ຍົກອອກຢູ່ກອງປະຊຸມຄັ້ງທີ 26 ຂອງຝ່າຍຕ່າງໆທີ່ເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26).

ຫວຽດນາມ ໃຫ້ຄໍາໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດ ເພື່ອປະຕິບັດຂໍ້ຕົກລົງຂອງການນໍາສູູງສຸດຂອງປະເທດສະມາຊິກ, ຊຸກຍູ້ການຮ່ວມມືກັບຄູ່ຮ່ວມມືທັງໝົດເພື່ອໃຫ້ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກາຍເປັນແມ່ນໍ້າຂອງພື້ນຖານວັດທະນະທໍາທີ່ເຕັມໄປດ້ວຍສີສັນສະເພາະ, ເຊື່ອມຕໍ່, ຂອງນໍ້າໃຈໄມຕີຈິດມິດຕະພາບ ແລະການຮ່ວມມື, ການເຊື່ອມໂຍງ ແລະພັດທະນາ.

ໂດຍ: ເກື່ອງດັ້ງ