ກອງປະຊຸມສໍາມະນາໂດຍກະຊວງການຕ່າງປະເທດຫວຽດນາມ ແລະອົງການພັດທະນາແມ່ຍິງ ສປຊ (UNWOMEN) ສົມທົບກັນຈັດຕັ້ງໃນວັນທີ 7 ທັນວາ ຜ່ານລະບົບທາງອອນລາຍ ແລະໂດຍກົງ.

ຕາມທ່ານ ໂດ໊ຮຸ່ງຫວຽດ ແລ້ວ, ຫວຽດນາມ ຖືເປັນສໍາຄັນພິເສດໃນການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະຄວາມກ້າວໜ້າຂອງແມ່ຍິງໃນທຸກດ້ານຂອງຊີວິດສັງຄົມ; ພ້ອມທັງ, ແມ່ນປະເທດເຄີຍຜ່ານສົງຄາມ, ຫວຽດນາມ ມີສະຕິເລິກເຊິ່ງກ່ຽວກັບບົດບາດ ແລະການປະກອບສ່ວນຂອງແມ່ຍິງໃນທຸກໄລຍະຂອງວິວັດການສ້າງສາ ແລະປັບປຸງສັນຕິພາບ. ໃນອາຍຸການເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ (ປີ 2008-2009), ຫວຽດນາມ ໄດ້ສະເໜີ ແລະຊຸກຍູ້ການຮັບຮອງເອົາມະຕິເລກທີ 1889 ຂອງສະພາຄວາມໝັ້ນຄົງ ສປຊ ວ່າດ້ວຍແມ່ຍິງໃນໄລຍະຫຼັງການປະທະກັນ. ໃນຂອບເຂດອາຊຽນ, ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງກອບນະໂຍບາຍຂອງເຂດກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ, ເຂົ້າຮ່ວມກຸຸ່ມແມ່ຍິງອາຊຽນ ກ່ຽວກັບການໄກ່ເກ່ຍ.

leftcenterrightdel
ພາບປະກອບຈາກ: congdoan.vn

ເຫັນດີກັບທັດສະນະທີ່ກ່າວມາຂ້າງເທິງນັ້ນ, ທ່ານນາງ Rana Flowers ຮັກສາການຜູ້ປະສານງານຂອງ ສປຊ ປະຈໍາ ຫວຽດນາມ ຖືວ່າ ແມ່ຍິງຫວຽດນາມ ປະກອບສ່ວນເຂົ້າພາລະກໍາສັນຕິພາບຂອງ ສປຊ ຫຼາຍຢ່າງ. ມາຮອດປະຈຸບັນ, ຫວຽດນາມ ໄດ້ມີຜູ້ຕາງໜ້າ 75 ຄົນ, ໃນນັ້ນມີແມ່ຍິງເຂົ້າຮ່ວມພາລະກໍາຮັກສາສັນຕິພາບຢູ່ຫຼາຍເຂດແຄວ້ນໃນໂລກ, ລວມມີທັງ 11 ໂຮງໝໍສະໜາມຕ່າງກັນ.

ໂດຍ: ເກື່ອງດັ້ງ