ພິທີສົ່ງທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະ ຖືກຈັດຂຶ້ນຢູ່ດ່ານທະຫານຊາຍແດນ ບັກລວນ 2, ແຂວງ ກວາງນິງ.

ຄາດວ່າຕາມລາຍການແລ້ວ, ຢູ່ຈີນ, ທ່ານພົນເອກ ຟານວັນຢາງ ຈະພ້ອມກັບທ່ານພົນໂທ ຕົງ ຈຸ່ນ ເຂົ້າຮ່ວມກິດຈະກຳຕ່າງໆ ຄື: ຢ້ຽມຢາມກອງຮ້ອຍທະຫານຊາຍແດນ ແລະປູກຕົ້ນໄມ້ມິດຕະພາບທີ່ກອງຮ້ອຍທະຫານຊາຍແດນ; ພິທີເດີນທາງລາດຕະເວນ, ການຝຶກແອບຮ່ວມຢູ່ເຂດອ່າວພາກເໜືອ; ຢ້ຽມຊົມສີລາຈາລຶກ ແລະຝາວາງສະແດງເນື້ອໃນທີ່ກ່ຽວຂ້ອງເຖິງຈຸດເລີ່ມຕົ້ນຂອງເສັ້ນທາງໂຮ່ຈີມິນ ຢູ່ທະເລ; ຢ້ຽມຢາມວິສາຫະກິດຢູ່ທ້ອງຖິ່ນ; ວາງພວງມາລາອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ ປະຕິວັດປະຊາຊົນຫວຽດນາມ-ຈີນ;  ພິທີສົ່ງຄະນະຜູ້ແທນຫວຽດນາມ ຢູ່ດ່ານສາກົນ Dongxing.

leftcenterrightdel
 
leftcenterrightdel
 
leftcenterrightdel
ບັນຍາກາດທີ່ພິທີສົ່ງທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ. ພາບ: qdnd.vn

ໂດຍ: ທູຈາງ