ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກເຖິງການພົວພັນທີ່ເປັນມູນເຊື້ອມິດຕະພາບອັນດີງາມລະຫວ່າງຫວຽດນາມ ແລະກໍາປູເຈຍ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນກໍາປູເຈຍ, ນຳໂດຍທ່ານປະທານ Hun Sen ແລະການບໍລິຫານຂອງລັດຖະບານນໍາໂດຍທ່ານນາຍົກລັດຖະມົນຕີ Hun Manet, ກໍາປູເຈຍ ຈະຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງກວ່າອີກໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານພົນເອກ Prum Din. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ການຢ້ຽມຢາມລາວ ແລະກໍາປູເຈຍ ໃນຕົ້ນເດືອນ ກຸມພາ ປີນີ້ຂອງທ່ານ  ເລຂາທິການໃຫຍ່ ໂຕເລິມ ມີຄວາມໝາຍດ້ານການເມືອງອັນເລິກເຊິ່ງ, ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມສະເໝີຕົ້ນສະເໝີປາຍ, ຖືເປັນສໍາຄັນພິເສດ ແລະໃຫ້ບຸລິມະສິດແຖວໜ້າຂອງຫວຽດນາມ ສໍາລັບການພົວພັນຫວຽດນາມ-ລາວ, ຫວຽດນາມ-ກໍາປູເຈຍ.

ຕາມທ່ານພົນເອກ ຟານວັນຢາງ ແລ້ວ, ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ກໍາປູເຈຍ ສືບຕໍ່ໄດ້ຮັບການປັບປຸງ, ເພີ່ມທະວີ, ໄດ້ການນໍາຂັ້ນສູງສອງປະເທດຮັບຮູ້ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນສອງຝ່າຍ. ທ່ານພົນເອກ ຟານວັນຢາງ ຕີລາຄາສູງໝາກຜົນຕັ້ງໜ້າຫຼາຍຢ່າງໃນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກໍາປູເຈຍ ໃນໄລຍະຜ່ານມາ, ພົ້ນເດັ່ນແມ່ນແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຮັກສາກົນໄກເຈລະຈາ, ທາບທາມ, ແລກປ່ຽນຂໍ້ມູນຂ່າວສານ, ສະພາບການຢ່າງມີປະສິດທິຜົນ; ບໍາລຸງສ້າງ, ຝຶກອົບຮົມ; ການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ພົບປະແລກປ່ຽນ, ແຮກສ່ຽວ; ການສຶກສາ, ໂຄສະນາກ່ຽວກັບການພົວພັນສອງປະເທດ; ຊອກຫາ, ເຕົ້ມໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ສົມທົບກັນ, ສະໜັບສະໜູນເຊ່ິງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານພົນເອກ Prum Din. ພາບ: qdnd.vn

ກ່ຽວກັບຈຸດສຸມການຮ່ວມມືໃນປີ 2026, ທ່ານພົນເອກ ຟານວັນຢາງ ສະເໜີສອງຝ່າຍສືບຕໍ່ສົມທົບກັນ, ຜັນຂະຫຍາຍເນື້ອໃນການຮ່ວມມືລວມມີ: ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະກົນໄກການຮ່ວມມືຢ່າງມີປະສິດທິຜົນ, ຝຶກອົບຮົມ, ບໍາລຸງສ້າງຊັບພະຍາກອນມະນຸດ; ເພີ່ມທະວີການສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ; ປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ... ທ່ານພົນເອກ ຟານວັນຢາງ ຍັງໄດ້ເຊື້ອເຊີນການນໍາຂັ້ນສູງກະຊວງປ້ອງກັນປະເທດ, ກອງທັບລາຊະອານາຈັກກໍາປູເຈຍ ແລະວິສາຫະກິດປ້ອງກັນຊາດກໍາປູເຈຍ ເຂົ້າຮ່ວມ, ວາງສະແດງຜະລິດຕະພັນທີ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2026.

ສ່ວນທ່ານພົນເອກ Prum Din ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ໃນການໂຄ່ນລົ້ມລະລອບດັບສູນເຊື້ອຊາດ Pol Pot, ຟື້ນຟູປະເທດຊາດກໍາປູເຈຍ. ພ້ອມທັງສະແດງຄວາມປາດຖະໜາຢາກໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍເນື້ອໃນການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ເຫັນດີເປັນເອກະພາບ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງກອງທັບເວົ້າສະເພາະ, ສອງປະເທດເວົ້າລວມ ທີ່ນັບມື້ນັບພັດທະນາອັນດີງາມ.

ໂດຍ: ໄຊນີດາ