ຊຸດຝຶກອົບຮົມສຸມໃສ່ເນື້ອໃນຄື: ແນະນຳປະຫວັດສາດ, ທິດສະດີ ແລະເຄື່ອງມືດ້ານນິຕິກໍາຂອງໂຄງການດໍາເນີນງານ WPS; ວິເຄາະຜົນກະທົບຂອງໂຄງການທີ່ມີຕໍ່ກັບກອງທັບ ກໍຄືຕໍ່ກັບສັນຕິພາບ ແລະຄວາມໝັ້ນຄົງສາກົນ, ພາກພື້ນ ແລະພາຍໃນປະເທດ; ຄົ້ນຫາວິທີການເຂົ້າເຖິງໂຄງການໃນແຜນການກະທໍາພາກພື້ນຂອງອາຊຽນ, ວະເຄາະບົດບາດຂອງກອງທັບ ໃນການໜູນຊ່ວຍບັນດາຄໍາໝັ້ນສັນຍາກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ; ມອບສິດໃຫ້ແມ່ຍິງໃນກອງທັບ: ຕີລາຄາສາຍພົວພັນລະຫວ່າງໂຄງການ ແລະວິວັດການເຊື່ອມໂຍງຂອງແມ່ຍິງໃນກອງທັບ; ວິເຄາະແບບວິທີທີ່ກອງທັບສາມາດໜູນຊ່ວຍມອບສິດໃຫ້ແກ່ແມ່ຍິງຢູ່ຂັ້ນລະບອບລະບຽບການ, ພາຍໃນປະເທດ ແລະສາກົນ. ຄຽງຂ້າງນັ້ນ, ເນື້ອໃນຂອງຊຸດຝຶກອົບຮົມຍັງແນະນໍາທັດສະນະທາງເພດ, ວິເຄາະວິທີການສະສົມທັດສະນະທາງເພດເຂົ້າໃນພາລະບົດບາດ ແລະການເຄື່ອນໄຫວດ້ານການທະຫານ; ໝູນໃຊ້ເຄື່ອງມືວິເຄາະທາງເພດ, ຊອກຮູ້ບັນດາເຄື່ອງມືວິເຄາະທາງເພດ ເຊິ່ງກອງທັບນໍາໃຊ້ຢູ່ຂັ້ນລະບອບລະບຽບການ ແລະການເຄື່ອນໄຫວ; ຝຶກຫັດການໝູນໃຊ້ການວິເຄາະທາງເພດຜ່ານບັນດາກໍລະນີໃນລະບອບລະບຽບການ ແລະການເຄື່ອນໄຫວ.

leftcenterrightdel
ຄູອາຈານພ້ອມດ້ວຍນັກຝຶກອົບຮົມແລກປ່ຽນໃນຂອບເຂດຊຸດຝຶກອົບຮົມກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ ປີ 2026. ພາບ: ສໍານັກຂ່າວສານຫວຽດນາມ

ພັນໂທ Paul Payne, ທີ່ປຶກສາທູດປ້ອງກັນຊາດການາດາ ປະຈໍາ ຫວຽດນາມ ແບ່ງປັນວ່າ: “ເຂົ້າຮ່ວມຊຸດຝຶກອົບຮົມ, ພວກເຮົາຈົ່ງພ້ອມກັນໃຫ້ຄໍາໝັ້ນສັນຍາເພີ່ມທະວີການແລກປ່ຽນຄວາມຮູ້, ຍົກສູງບົດບາດນໍາພາຂອງແມ່ຍິງໃນວິວັດທະນາການສັນຕິພາບ ແລະເຮັດໃຫ້ການຮ່ວມມືຂ້າມຊາຍແດນ, ຂ້າມຂົງເຂດເລິກເຊິ່ງກວ່າອີກ. ນັ້ນແມ່ນວິທີການທີ່ພວກເຮົາຊຸກຍູ້ໂຄງການດໍາເນີນງານ WPS, ບໍ່ພຽງແຕ່ເປັນທັດສະນະເທົ່ານັ້ນ ຫາກຍັງເປັນການກະທໍາ, ຄູ່ຮ່ວມມື ແລະຄໍາໝັ້ນສັນຍາທີ່ໝັ້ນຍືນ”.

ໂດຍ: ທູຈາງ