ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ ຕົງ ຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ທີ່ພິທີຕ້ອນຮັບໃນຕອນເຊົ້າວັນທີ 18 ມີນາ. ພາບ: qdnd.vn
ສອງລັດຖະມົນຕີ ປຸກຕົ້ນໄມ້ມິດຕະພາບໃນບໍລິເວນດ່ານສາກົນມ໊ອງກ໊າຍ. ພາບ: qdnd.vn
ສອງລັດຖະມົນຕີ ຖ່າຍຮູບເປັນທີ່ລະນຶກ ພ້ອມກັບຄະນະຜູ້ແທນຫວຽດນາມ ແລະຈີນ. ພາບ: qdnd.vn
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ ຕົງ ຈຸ່ນ ເຂົ້າຮ່ວມພິທີວາງສີລາລຶກສຸກສາລາມິດຕະພາບ ຕາແສງຫາຍເຊີນ, ແຂວງກວາງນິງ. ພາບ: qdnd.vn
ພວກນ້ອງນັກຮຽນໂຮງຮຽນມັດທະຍົມຕອນປາຍ ເຈິ່ນຝູ, ຕາແສງມ໊ອງກ໊າຍ 2, ແຂວງກວາງນິງ ມອບຊໍ່ດອກໄມ້ໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດ. ພາບ: qdnd.vn
ສອງລັດຖະມົນຕີ ມອບຂອງຂວັນທີ່ມີຄວາມໝາຍໃຫ້ແກ່ຄູອາຈານ ແລະນັກຮຽນຂອງໂຮງຮຽນ. ພາບ: qdnd.vn
ສອງລັດຖະມົນຕີ ຖ່າຍຮູບພ້ອມກັບຄູອາຈານ ແລະນັກຮຽນໂຮງຮຽນມັດທະຍົມຕອນປາຍ ເຈິ່ນຝູ ແລະໂຮງຮຽນມັດທະຍົມ Dongxing (ນະຄອນ Dongxing, ເຂດປົກຄອງຕົນເອງ ເຜົ່າຈ້ວງ ແຂວງກວາງຊີ, ຈີນ). ພາບ: qdnd.vn
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ ຕົງ ຈຸ່ນ ເຫັນປະຈັກຕາ ນັກຮົບທະຫານຊາຍແດນປະຕິບັດກໍລະນີວິຊາສະເພາະຄົ້ນພົບ ແລະຈັບຕົວອາດຊະຍາກໍາຢາເສບຕິດ. ພາບ: qdnd.vn
ລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດ ແລະບັນດາຜູ້ແທນ ຖ່າຍຮູບລວມກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ຈ່າໂກ້. ພາບ: qdnd.vn
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ ຕົງ ຈຸ່ນ ພ້ອມດ້ວຍຄະນະຜູ້ແທນສອງປະເທດ ດໍາເນີນການພົບປະສອງຝ່າຍ. ພາບ: qdnd.vn
ທ່ານລັດຖະມົນຕີ ຟານວັນຢາງ ອຳລາທ່ານລັດຖະມົນຕີ ຕົງ ຈຸ່ນ ພາຍຫຼັງເຂົ້າຮ່ວມງານລ້ຽງ. ພາບ: qdnd.vn
ທ່ານພົນໂທ ຫງວຽນເຈື່ອງຖ໊ັງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານພິທີສົ່ງທ່ານພົນໂທ ຕົງ ຈຸ່ນ. ພາບ: qdnd.vn
ພິທີສົ່ງ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ດ່ານສາກົນມ໊ອງກ໊າຍ. ພາບ: qdnd.vn
ກປ.ອອນໄລ - ມື້ທຳອິດຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ໄດ້ປະສົບຜົນສໍາເລັດຢ່າງຈົບງາມດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ ເຊິ່ງຈັດຂຶ້ນຢູ່ແຂວງກວາງນິງ, ປະກອບສ່ວນຊຸກຍູ້ນໍ້າໃຈມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືລະຫວ່າງກອງທັບ ແລະປະຊາຊົນສອງປະເທດ.
ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳບາງຮູບພາບການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນຢູ່ຫວຽດນາມ.
ໂດຍ: ເຈິ່ນຮວ່ຽນ
Type the code from the image