ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຈະດຳເນີນໄປແຕ່ວັນທີ 18-19 ມີນາ
ກປ.ອອນໄລ - ຕອນເຊົ້າວັນທີ 10 ມີນາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການພົບປະສື່ມວນຊົນແນະນຳງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ຕາມແຜນການຈະດຳເນີນໄປແຕ່ວັນທີ 18-19 ມີນາ, ຢູ່ແຂວງກວາງນິງ (ຫວຽດນາມ) ແລະເຂດປົກຄອງຕົນເອງຊົນເຜົ່າຈວາງກວາງຊີ (ຈີນ).
ງານພົບປະແລກປ່ຽນແມ່ນກິດຈະກຳປະກອບສ່ວນຫັນຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງສອງພັກ, ສອງລັດກ່ຽວກັບການສືບຕໍ່ຊຸກຍູ້ການພົວກັນຮ່ວມມືດ້ານປ້ອງກັນຊາດ ໃຫ້ນັບມື້ນັບແທດຈິງກວ່າໃຫ້ປະກົດຜົນເປັນຈິງ; ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີ, ຊຸກຍູ້ການຮ່ວມມືລະຫວ່າງກຳລັງປົກປັກຮັກສາຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນສອງປະເທດ ກໍ່ຄືການພົວພັນລະຫວ່າງກອງທັບສອງປະເທດ ຫວຽດນາມ-ຈີນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນທາງທະເລ ແລະທາງບົກສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ. ຜ່ານການຈັດຕັ້ງຫຼາຍຄັ້ງໄດ້ສະແດງໃຫ້ເຫັນວ່າ, ງານພົບປະແລກປ່ຽນຍາມໃດກໍ່ມີການພັດທະນາທັງລວງກວ້າງ ແລະລວງເລິກ. ມາຮອດປະຈຸບັນ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ-ຈີນ ໄດ້ກາຍເປັນວັນບຸນຂອງທະຫານ, ປະຊາຊົນ, ອຳນາດການປົກຄອງ ແລະກຳລັງປົກປັກຮັກສາຊາຍແດນຢູ່ເຂດຊາຍແດນສອງປະເທດ.
    |
 |
|
ທ່ານພັນເອກພິເສດ ເຈິ່ນວັນເລີ້ຍ, ຫົວໜ້າຫ້ອງການອາຊີ, ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ) ແລກປ່ຽນກັບນັກຂ່າວທີ່ກອງປະຊຸມ. ພາບ: qdnd.vn |
ໃນຂອບເຂດງານພົບປະແລກປ່ຽນຄັ້ງທີ 10, ຢູ່ຫວຽດນາມ ຈະດໍາເນີນພິທີຕ້ອນຮັບ ແລະສົ່ງຄະນະຜູ້ແທນກະຊວງປ້ອງກັນປະເທດຈີນ ຢູ່ດ່ານສາກົນມ໊ອງກ໊າຍ (ແຂວງກວາງນິງ); ປູກຕົ້ນໄມ້ມິດຕະພາບ; ຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍເຈິ່ນຟູ; ຢ້ຽມຢາມຄ້າຍທະຫານຊາຍແດນຈ່າໂກ໋; ການພົບປະສອງຝ່າຍລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ...
ຢູ່ຈີນ, ຄາດວ່າຈະດໍາເນີນພິທີຕ້ອນຮັບ ແລະສົ່ງຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ຢູ່ດ່ານສາກົນ Dongxing; ຢ້ຽມຢາມກອງຮ້ອຍປ້ອງກັນຊາຍແດນ, ປູກຕົ້ນໄມ້ມິດຕະພາບຢູ່ກອງຮ້ອຍປ້ອງກັນຊາຍແດນ; ຢ້ຽມຢາມປູຊະນີຍະສະຖານເສັ້ນທາງໂຮ່ຈີມິນທາງທະເລ; ຢ້ຽມຢາມວິສາຫະກິດຢູ່ທ້ອງຖິ່ນ; ວາງພວງມາລາຢູ່ອະນຸສາວະລີນັກຮົບປະຕິວັດປະຊາຊົນ ຈີນ-ຫວຽດນາມ...
ການເຄື່ອນໄຫວລາດຕະເວນປະສົມ ແລະຝຶກແອບປະສົມຢູ່ເຂດທະເລອ່າວພາກເໜືອລະຫວ່າງທະຫານເຮືອສອງປະເທດຈະແມ່ນຈຸດພົ້ນເດັ່ນຂອງງານພົບປະແລກປ່ຽນໃນປີນີ້. ຫວຽດນາມ ຈະສົ່ງກອງເຮືອກຳປັ່ນ 015 - ເຈິ່ນຮືງດ້າວ ແລະກໍາປັ່ນ 012 - ຫຼີຖາຍໂຕ, ຂຶ້ນກັບກອງພົນນ້ອຍ 162, ທະຫານເຮືອເຂດ 4 ເຂົ້າຮ່ວມບັນດາການເຄື່ອນໄຫວລວມກັບທະຫານເຮືອຈີນ...
ໂດຍ: ເຈິ່ນຮວ່ຽນ