ກ່າວຄຳເຫັນທີ່ພິທີ, ສະຫາຍ ເລວັນເກື່ອງ, ປະທານຄະນະກຳມະການປະຊາຊົນ ຕາແສງ ຫາຍເຊີນ ໃຫ້ຮູ້ວ່າ ໂຄງການນີ້ບໍ່ພຽງແຕ່ຮັບໃຊ້ການກວດ ແລະປິ່ນປົວພະຍາດຂອງປະຊາຊົນເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີນ້ຳໃຈສາມັກຄີລະຫວ່າງທະຫານ-ປະຊາຊົນ ຢູ່ເຂດຊາຍແດນ ອີກດ້ວຍ. ການນຳຕາແສງ ຫາຍເຊີນ ໃຫ້ຄຳໝັ້ນສັນຍາວ່າ ຈະປະສານສົມທົບກັບບັນດາອົງການ, ກົມກອງ ເພື່ອດຳເນີນການກໍ່ສ້າງຮັບປະກັນຖືກຕາມຄວາມຄືບໜ້າ, ຄຸນນະພາບ ແລະມາດຕະຖານເຕັກນິກທີ່ວາງອອກ. ພ້ອມທັງຢືນຢັນວ່າ ທ້ອງຖິ່ນຈະສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ມິດຕະພາບ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນຫວຽດນາມ - ຈີນ ແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.

ພິທີວາງສີລາລຶກສຸກສາລາມິດຕະພາບຕາແສງຫາຍເຊີນ ແມ່ນໜຶ່ງໃນບັນດາກິດຈະກຳພົ້ນເດັ່ນຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 10, ປະກອບສ່ວນຢືນຢັນຄວາມໝາຍແທດຈິງຂອງລາຍການ, ໄດ້ກາຍເປັນຈຸດພົ້ນເດັ່ນໃນການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ເຂດຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ການພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຂອງປະຊາຊົນ. ກິດຈະການກໍ່ແມ່ນສັນຍາລັກທີ່ມີຊີວິດຊີວາຂອງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ຈີນ ໃນຂົງເຂດການປ້ອງກັນຊາດ ແລະຮັກສາສຸຂະພາບປະຊາຊົນ.

ດັ່ງລຸ່ມນີ້ແມ່ນຮູບພາບທີ່ເຫດການລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ເຂົ້າຮ່ວມພິທີວາງສີລາລຶກສຸກສາລາຕາແສງ ຫາຍເຊີນ:

leftcenterrightdel
 

leftcenterrightdel
 

leftcenterrightdel
 

leftcenterrightdel
 

leftcenterrightdel
 

leftcenterrightdel
 

leftcenterrightdel
 

ໂດຍ: ແສງເດືອນ