ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານການຕ້ອນຮັບທ່ານພົນໂທ Dong Jun ແລະຄະນະ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານພົນໂທ Dong Jun ຢ້ຽມຢາມກອງພົນນ້ອຍຕີພິເສດທາງບົກ 113.  ພາບ: ຕ໊ວນຮຸຍ

ທີ່ການຕ້ອນຮັບ, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໄດ້ຮັບຟັງການລາຍງານ, ການແນະນຳກ່ຽວກັບການເຄື່ອນໄຫວຂອງກົມກອງ ແລະມູນເຊື້ອປະຫວັດສາດອັນສະຫງ່າລາສີ ແລະການຕໍ່ສູ້ພິລະອາດຫານຂອງທະຫານຕີພິເສດ ເຊິ່ງແມ່ນກໍາລັງເປັນກຽດໄດ້ມອບນາມມະຍົດວິລະຊົນກໍາລັງປະກອບອາວຸດ 3 ຄັ້ງ ແລະລາງວັນອັນສູງສົ່ງອື່ນໆຂອງພັກ ແລະລັດ.

ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Dong Jun ພ້ອມດ້ວຍບັນດາຜູ້ແທນໄດ້ໄປຢ້ຽມຊົມການສະແດງເຕັກນິກຕີພິເສດຕາມແຜນການ ໄດ້ສ້າງຂຶ້ນຢ່າງຮອບຄອບຢູ່ສະໜາມຝຶກຊ້ອມ. ເປີດສາກດ້ວຍການສະແດງແມ່ນການຍິງມີໜັງສື “ຂໍ່ານັບຮັບຕ້ອນທ່ານພົນໂທ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ  ສປ ຈີນ ມາຢ້ຽມຢາມກົມກອງ” ແລະທຸງໄຊຊະນະ 16 ຜືນ ຖືກຈັດວາງຢູ່ສອງຝ່າຍ. ຕໍ່ໄປແມ່ນການສະແດງເຕັກນິກຍິງປືນ, ຂ້າມຜ່ານແປວໄຟ, ຕີມວຍ, ມີດ, ກະບອງ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Dong Jun ຊົມການສະແດງຢູ່ສະໜາມຝຶກຊ້ອມ. ພາບ: ຕ໊ວນຮຸຍ

ພະນັກງານ, ນັກຮົບກອງພົນນ້ອຍຕີພິເສດທາງບົກ 113 ໄດ້ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ ແລະປະຕິບັດສໍາເລັດການສະແດງຖືກທິດນຳ “ເປັນເອກະລັກສະເພາະ-ຫົວຄິດປະດິດສ້າງ-ເໝາະສົມກັບສິລະປະຍຸດຕີພິເສດ”, ສ້າງຄວາມປະທັບໃຈອັນດີງາມໃຫ້ຄະນະຝ່າຍເພື່ອນ. ຜ່ານນັ້ນປະກອບສ່ວນຢືນຢັນການຈັດຕັ້ງບັນຊາ, ຝຶກອົບຮົມ, ຄວາມສາມາດກຽມພ້ອມສູ້ຮົບຂອງເຫຼົ່າຮົບຕີພິເສດເວົ້າລວມ ແລະກອງພົນນ້ອຍຕີພິເສດທາງບົກ 113 ເວົ້າສະເພາະ, ພ້ອມທັງຢືນຢັນພາບພົດທະຫານຕີພິເສດ ແມ່ນກຳລັງພິເສດແຫຼມຄົມຂອງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ມອບຂອງຂວັນລະດົມກໍາລັງໃຈກົມກອງ. ພາບ: ຕ໊ວນຮຸຍ

ສິ້ນສຸດການສະແດງ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Dong Jun ໄດ້ຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນລະດົມກໍາລັງໃຈພະນັກງານ, ນັກຮົບກອງພົນນ້ອຍຕີພິເສດທາງບົກ 113 ໄດ້ປະຕິບັດສຳເລັດການສະແດງ.

ໂດຍ: ເຈິ່ນຮວ່ຽນ