leftcenterrightdel
ນັກຮຽນມອບຊໍ່ດອກໄມ້ໃຫ້ລັດຖະມົນຕີສອງທ່ານ. ພາບ: qdnd.vn

ລັດຖະມົນຕີສອງທ່ານ ແລະຜູ້ແທນສອງປະເທດກ້າວເຂົ້າສູ່ໂຮງຮຽນ ພ້ອມກັນຮັບຊົມລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ໂດຍນັກຮຽນໂຮງຮຽນມັດທະຍົມຕອນປາຍ ເຈິ່ນຝູ ແລະໂຮງຮຽນມັດທະຍົມ Dongxing (ນະຄອນ Dongxing, ເຂດປົກຄອງຕົນເອງຊົນເຜົ່າຈວາງກວາງຊີ, ແຂວງກວາງຊີ, ຈີນ) ສະແດງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Dong Jun ຮັບຊົມລາຍການສະແດງສິລະປະ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເຫດການ. ພາບ: qdnd.vn

ບັນດາລາຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນວັດທະນະທໍາຊົນຊາດ ແລະຈິດໃຈພົບປະແລກປ່ຽນມິດຕະພາບ, ມີສານທີ່ມີຄວາມໝາຍກ່ຽວກັບຄວາມສະໜິດຕິດພັນ, ການແບ່ງປັນ, ເຄົາລົບນັບຖືເຊິ່ງກັນ ແລະກັນລະຫວ່າງສອງຊາດ.

ກ່າວຄຳເຫັນທີ່ເຫດການ, ທ່ານ ມາຍຮ່ວາງເລິມ, ຮອງອະທິການບໍດີຮັບຜິດຊອບໂຮງຮຽນມັດທະຍົມຕອນປາຍເຈິ່ນຝູ ຢືນຢັນວ່າ: ການຢ້ຽມຢາມຂອງລັດຖະມົນຕີສອງທ່ານ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງຕໍ່ກັບຄູອາຈານ ແລະນັກຮຽນຂອງໂຮງຮຽນ.

leftcenterrightdel
ລັດຖະມົນຕີສອງທ່ານ ມອບຂອງຂວັນທີ່ມີຄວາມໝາຍໃຫ້ແກ່ຄູອາຈານ ແລະນັກຮຽນຂອງໂຮງຮຽນ. ພາບ: qdnd.vn

ຕາມທ່ານ ມາຍຮ່ວາງເລິມ ແລ້ວ, ໃນຊຸມປີຜ່ານມາ, ຄຸນນະພາບການສຶກສາຂອງໂຮງຮຽນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ນັກຮຽນບັນລຸໄດ້ຜົນງານຫຼາຍຢ່າງໃນການແຂ່ງຂັນນັກຮຽນເກັ່ງ, ການແຂ່ງຂັນກ່ຽວກັບວິທະຍາສາດ-ເຕັກໂນໂລຢີ, ກິລາ ແລະພາສາຕ່າງປະເທດ. ອັດຕາຮຽນຈົບແຕ່ລະປີບັນລຸ 99-100%.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Dong Jun ພ້ອມດ້ວຍຄູອາຈານ ແລະນັກຮຽນຂອງສອງໂຮງຮຽນ. ພາບ: qdnd.vn

ໄປຄຽງຄູ່ກັບໜ້າທີ່ການຮຽນ-ການສອນ, ທາງໂຮງຮຽນຍາມໃດກໍ່ເອົາໃຈໃສ່ເຖິງການບໍາລຸງສ້າງອຸດົມການ, ສຶກສາອົບຮົມກ່ຽວກັບມູນເຊື້ອ, ເພີ່ມທະວີການໂຄສະນາກ່ຽວກັບນໍ້າໃຈມິດຕະພາບ, ການຮ່ວມມື, ຄຸນຄ່າເມື່ອໄດ້ດຳລົງຊີວິດ ແລະຮ່ຳຮຽນໃນສະພາບແວດລ້ອມສັນຕິພາບ; ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດຫວຽດນາມ - ຈີນ.

leftcenterrightdel
ລັດຖະມົນຕີສອງທ່ານ ພ້ອມດ້ວຍຜູ້ແທນຢ້ຽມຊົມຫ້ອງຄອມພິວເຕີ ແລະໂອ້ລົມກັບນັກຮຽນ. ພາບ: qdnd.vn

ຕາງໜ້າໂຮງຮຽນ, ທ່ານ ມາຍຮ່ວາງເລິມ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການເອົາໃຈໃສ່ພິເສດຂອງລັດຖະມົນຕີສອງທ່ານ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ; ຢືນຢັນວ່າ ໂຮງຮຽນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ແລະຍົກສູງຄຸນນະພາບການສອນ; ສຶກສາອົບຮົມນັກສຶກສາໃຫ້ກາຍເປັນພົນລະເມືອງທີ່ມີຄວາມຮ້, ມີຄວາມຮັບຜິດຊອບ, ເປັນທູດທີ່ຕັ້ງໜ້າປະກອບສ່ວນຮັກສາ ແລະພັດທະນານໍ້າໃຈມິດຕະພາບລະຫວ່າງຫວຽດນາມ - ຈີນ.

leftcenterrightdel
ລັດຖະມົນຕີສອງທ່ານ ພ້ອມດ້ວຍຄູອາຈານ ແລະນັກຮຽນຂອງໂຮງຮຽນ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ເນື່ອງໃນໂອກາດຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍ ເຈິ່ນຝູ, ລັດຖະມົນຕີສອງທ່ານ ໄດ້ມອບຂອງຂວັນທີ່ມີຄວາມໝາຍໃຫ້ແກ່ຄູອາຈານ ແລະນັກຮຽນຂອງໂຮງຮຽນ. ລັດຖະມົນຕີສອງທ່ານ ພ້ອມດ້ວຍຜູ້ແທນໄດ້ໄປຢ້ຽມຊົມຫ້ອງຮຽນຫາກໍ່ໄດ້ປະກອບຄອມພິວເຕີໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບ.

ໂດຍ: ທູຈາງ