ກອງບັນຊາການເຫຼົ່າທັບເຮືອ ຕ້ອນຮັບຜູ້ອຳນວຍການອົງການອຸທົກກະສາດສາກົນ
ກປ.ອອນໄລ - ວັນທີ 6 ມີນາ, ຢູ່ນະຄອນຫາຍຟ່ອງ, ທ່ານພົນຈັດຕະວາ ຫງວຽນວັນແບກ ຮອງຜູ້ບັນຊາການ, ຫົວໜ້າເສນາທິການເຫຼົ່າທັບເຮືອ, ຮອງປະທານຄະນະກໍາມະການອຸທົກກະສາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ Luigi Sinapi, ຜູ້ອຳນວຍການອົງການອຸທົກກະສາດສາກົນ (IHO).
ທີ່ການຕ້ອນຮັບ, ສອງຝ່າຍໄດ້ຫວນຄືນສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງຫວຽດນາມ ກັບອີຕາລີ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1973. ສອງຝ່າຍຍັງແລກປ່ຽນກ່ຽວກັບສາຍພົວພັນການຮ່ວມມືລະຫວ່າງຄະນະກໍາມະການອຸທົກກະສາດຫວຽດນາມ ກັບອົງການອຸທົກກະສາດສາກົນ.
ທ່ານພົນຈັດຕະວາ Luigi Sinapi ໄດ້ແບ່ງປັນຂໍ້ມູນ ຈະອອກສະໝັກເລືອກເຂົ້າຕໍາແໜ່ງເລຂາທິການໃຫຍ່ IHO ໃນໄລຍະຈະມາເຖິງ. ຖ້າຫາກໄດ້ຮັບການໄວ້ວາງໃຈຈາກປະເທດສະມາຊິກ, ທ່ານ Luigi Sinapi ຈະມານະພະຍາຍາມປະຕິບັດພາລະບົດບາດ, ຄວາມຮັບຜິດຊອບ ແລະໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ ເປັນຢ່າງດີ ດ້ວຍທິດນໍາການກະທໍາ, ຄື: ປ່ຽນແປງໃໝ່, ສາມັກຄີ, ການພັດທະນາຂອງ IHO. ຈຸດສຸມແມ່ນ 5 ເສົາຄ້ຳ, ຄື: ພັດທະນາແຜນທີ່ພື້ນທະເລ; ປະຕິບັດສໍາເລັດຂະບວນວິວັດມາດຕະຖານອຸທົກກະສາດທົ່ວໂລກ; ເພີ່ມທະວີການເຂົ້າຮ່ວມອຸທົກກະສາດສາກົນຂອງຫຼາຍປະເທດ; ສ້າງອຸທົກກະສາດທົ່ວໂລກ; ສຸມໃສ່ເພີ່ມທະວີການຮ່ວມມືລະຫວ່າງຄະນະກຳມະການອຸທົກກະສາດໃນພາກພື້ນ.
    |
 |
|
ທ່ານພົນຈັດຕະວາ ຫງວຽນວັນແບກ ຮອງຜູ້ບັນຊາການ, ຫົວໜ້າເສນາທິການເຫຼົ່າທັບເຮືອ, ຮອງປະທານຄະນະກໍາມະການອຸທົກກະສາດຫວຽດນາມ ມອບຂອງຂວັນທີ່ລະນິກໃຫ້ທ່ານພົນຈັດຕະວາ Luigi Sinapi, ຜູ້ອຳນວຍການອົງການອຸທົກກະສາດສາກົນ (IHO). ພາບ: qdnd.vn |
ໃນຖະນະປະຕິບັດງານ, ທ່ານພົນຈັດຕະວາ Luigi Sinapi ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຄະນະກຳມະການອຸທົກກະສາດຫວຽດນາມ ໃນໄລຍະຈະມາເຖິງ.
ທ່ານພົນຈັດຕະວາ ຫງວຽນວັນແບກ ຮອງຜູ້ບັນຊາການ, ຫົວໜ້າເສນາທິການເຫຼົ່າທັບເຮືອຫວຽດນາມ, ຮອງປະທານຄະນະກໍາມາທິການອຸທົກກະສາດຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ຮັບສໍາເນົາເອກະສານຂອງຜູ້ສະໝັກເລືອກເຂົ້າຕໍາແໜ່ງການນໍາຂອງ IHO ໃນອາຍຸການຕໍ່ໄປ, ລວມມີສໍາເນົາເອກະສານ 4 ຊຸດ ໃຫ້ຕໍາແໜ່ງເລຂາທິການໃຫຍ່ ແລະຜູ້ອໍານວຍການ. ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນຜູ້ສະໝັກທີ່ມີຄວາມສາມາດດ້ານວິຊາສະເພາະທີ່ແທ້ຈິງ, ມີຄວາມສາມາດໃນການນຳພາ, ມີສະຕິຄວາມຮັບຜິດຊອບສາກົນທີ່ເໝາະສົມກັບຕຳແໜ່ງສຳຄັນດັ່ງກ່າວ. ການຄັດເລືອກບຸກຄົນທີ່ມີເງື່ອນໄຂຢ່າງພຽງພໍ ຈະປະກອບສ່ວນຮັກສາອິດທິພົນຊື່ສຽງ ແລະລັກສະນະເປັນກາງ ແລະປະສິດທິຜົນການເຄື່ອນໄຫວຂອງອົງການຈັດຕັ້ງ.
ໂດຍ: ທູຈາງ