ກອງກຳປັ່ນ 015, 012 ເຂົ້າຮ່ວມການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດ ຢູ່ ຈີນ
ກປ.ອອນໄລ - ຕອນເຊົ້າວັນທີ 16 ມີນາ, ກອງກຳປັ່ນ 015-ເຈິ່ນຮືງດ້າວ, ກໍາປັ່ນ 012-ຫຼີຖາຍໂຕ ຂຶ້ນກັບກອງພົນນ້ອຍ 162, ທະຫານເຮືອເຂດ 4 ພ້ອມກັບຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ເຂົ້າທຽບທ່າກໍາປັ່ນ Fang Cheng (ແຂວງກວາງຊີ, ຈີນ), ເລີ່ມຕົ້ນເຂົ້າຮ່ວມການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10; ຈັດຕັ້ງການລາດຕະເວນປະສົມ ຄັ້ງທີ 40 ແລະການຝຶກແອບປະສົມຢູ່ເຂດທະເລອ່າວພາກເໜືອ ກັບທະຫານເຮືອປົດປ່ອຍປະຊາຊົນຈີນ.
ກ່າວຄຳເຫັນທີ່ພິທີຕ້ອນຮັບ ແລະການພົບປະລະຫວ່າງຜູ້ບັນຊາການກອງກຳປັ່ນທະຫານເຮືອສອງປະເທດ, ທ່ານພັນເອກ Han Feng, ຮອງຫົວໜ້າເສນາທິການຖານທີ່ໝັ້ນ Guangzhou, ທະຫານເຮືອຈີນ ຂໍ່ານັບຮັບຕ້ອນຄະນະປະຕິບັດງານພ້ອມກັບກອງກຳປັ່ນ 015, 012 ໄດ້ມາຢ້ຽມຢາມນະຄອນ Fangchenggang ແລະເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10; ຫວັງວ່າການຢ້ຽມຢາມຈະສ້າງອາລົມຈິດອັນດີງາມ ແລະຄວາມປະທັບໃຈອັນເລິກເຊິ່ງກັບນາຍທະຫານ, ລູກເຮືອຂອງທະຫານເຮືອສອງປະເທດ.
    |
 |
|
ການນຳຖານທີ່ໝັ້ນ Guangzhou ພ້ອມດ້ວຍນາຍທະຫານ, ລູກເຮືອທະຫານເຮືອຈີນ ແລະຜູ້ແທນຕ້ອນຮັບຄະນະປະຕິບັດງານຢູ່ ທ່າກໍາປັ່ນ. |
ທ່ານພັນເອກພິເສດ ໂດ໋ມີງ, ຮອງຜູ້ບັນຊາການທະຫານເຮືອເຂດ 4, ຫົວໜ້າຄະນະປະຕິບັດງານ ໄດ້ຂອບໃຈທະຫານເຮືອຈີນທີ່ໄດ້ສະຫງວນໃຫ້ຄະນະການຕ້ອນຮັບຢ່າງລອບຄອບ; ເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມລວມຂອງສອງຝ່າຍ, ບັນດາການເຄື່ອນໄຫວໃນຂອບເຂດການເດີນທາງຄັ້ງນີ້ຂອງກອງກຳປັ່ນ 015, 012 ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືມິດຕະພາບ, ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງທະຫານເຮືອສອງປະເທດເວົ້າສະເພາະ ແລະກອງທັບສອງປະເທດເວົ້າລວມກວ່າອີກ.
    |
 |
|
ສອງຝ່າຍຖ່າຍຮູບຮ່ວມ ຢູ່ທ່າກໍາປັ່ນ Fang Cheng. |
    |
 |
|
ກອງກຳປັ່ນ 015, 012 ຂອງທະຫານເຮືອປະຊາຊົນຫວຽດນາມ ຢູ່ທ່າກໍາປັ່ນ Fang Cheng. |
ໃນໄລຍະກອງກຳປັ່ນ 015, 012 ຈອດຢູ່ທ່າກໍາປັ່ນ Fang Cheng, ນາຍທະຫານ, ລູກເຮືອທະຫານເຮືອສອງປະເທດຈະໄປຢ້ຽມຢາມກໍາປັ່ນຂອງກັນ ແລະແລກປ່ຽນ, ຖອດຖອນບົດຮຽນ, ພົບປະແລກປ່ຽນວັດທະນະທໍາ; ປະຊຸມເຫັນດີເປັນເອກະພາບແຜນການລາດຕະເວນປະສົມ ແລະການຝຶກແອບປະສົມ. ພິເສດ, ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ຈະມີໜ້າຢູ່ທ່າກໍາປັ່ນ Fang Cheng ໂດຍກົງ ເພື່ອຮັບຟັງຜູ້ບັນຊາການສອງກອງກຳປັ່ນລາຍງານກ່ຽວກັບວຽກງານກະກຽມ ແລະຂໍຄໍາສັ່ງອອກຈາກທ່າກໍາປັ່ນໄປປະຕິບັດໜ້າທີ່ລາດຕະເວນປະສົມ, ການຝຶກແອບປະສົມຢູ່ເຂດທະເລອ່າວພາກເໜືອ.
ໂດຍ: ເຈິ່ນຮວ່ຽນ