ບັນດາກິດຈະກຳພົບປະແລກປ່ຽນລະຫວ່າງທະຫານເຮືອຫວຽດນາມ ແລະຈີນ ດໍາເນີນຢ່າງຟົດຟື້ນ
ກປ.ອອນໄລ - ໃນການຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກິດຈະກຳໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 10, ບັນດານາຍທະຫານ, ລູກເຮືອຂອງກອງກໍາປັ່ນ 015-ເຈິ່ນຮືງດ້າວ ແລະກໍາປັ່ນ 012-ລີ໊ຖາຍໂຕ, ພ້ອມກັບເພື່ອນຮ່ວມກົມກອງຢູ່ຖານທັບ Guangzhou, ທະຫານເຮືອກອງທັບປົດປ່ອຍປະຊາຊົນຈີນ ໄດ້ເຂົ້າຮ່ວມການພົບປະແລກປ່ຽນທີ່ມີຄວາມໝາຍຫຼາຍຢ່າງ ລວມມີ: ການຢ້ຽມຢາມກໍາປັ່ນຂອງກັນ ແລະກັນ, ການແຂ່ງຂັນກິລາ, ການພົບປະແລກປ່ຽນວັດທະນະທຳ...
ຜ່ານກິດຈະກຳພົບປະແລກປ່ຽນຢູ່ທ່າເຮືອ Fangcheng (Guangxi, ຈີນ), ນາຍທະຫານ, ລູກເຮືອຂອງທັງສອງຝ່າຍໄດ້ມີເງື່ອນໄຂ ເພື່ອແລກປ່ຽນ, ຮໍ່າຮຽນບົດຮຽນໃນການປະຕິບັດໜ້າທີ່, ພ້ອມທັງເພີ່ມຄວາມສະໜິດຕິດພັນ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອຂອງສອງປະເທດເວົ້າສະເພາະ, ສອງກອງທັບເວົ້າລວມ ແລະປະກອບສ່ວນຕື່ມອີກໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ.
ການແຂ່ງຂັນກິລາລະຫວ່າງນາຍທະຫານ, ລູກເຮືອຂອງສອງປະເທດໄດ້ຈັດຂຶ້ນໃນບັນຍາກາດທີ່ຟົດຟື້ນບົນຈິດໃຈມິດຕະພາບ. ໃນການແຂ່ງຂັນສ່ວນໃຫຍ່, ແຕ່ລະທີມລ້ວນແຕ່ມີນັກກິລາຈີນ ແລະນັກກິລາຫວຽດນາມ ເພື່ອແນໃສ່ສ້າງກາລະໂອກາດໃນການພົບປະແລກປ່ຽນ ແລະເພີ່ມເຕີມຄວາມສະໜິດຕິດພັນລະຫວ່າງນາຍທະຫານ, ລູກເຮືອຂອງທັງສອງຝ່າຍ.
ດັ່ງລຸ່ມນີ້ແມ່ນຮູບພາບກ່ຽວກັບການເຄື່ອນໄຫວພົບປະແລກປ່ຽນລະຫວ່າງນາຍທະຫານ, ລູກເຮືອທະຫານເຮືອຫວຽດນາມ ແລະຈີນ ທີ່ທ່າເຮືອ Fangcheng.
ໂດຍ: ຈາງຫງວຽນ