*ຕອນບ່າຍວັນດຽວກັນ, ທ່ານພົນໂທ ຈິ້ງວັນກວຽດ ໄດ້ມີການພົບປະເຈລະຈາກັບທ່ານພົນເອກ Álvaro Lopez Miera, ກຳມະການກົມການເມືອງພັກກອມມູນິດກູບາ, ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ. ທີ່ການພົບປະເຈລະຈາ, ທ່ານພົນໂທ Álvaro Lopez Miera ແລະທ່ານພົນໂທ ຈິ້ງວັນກວຽດ ຖືວ່າ ໃນຊຸມປີຕໍ່ໄປ, ສະພາບການໂລກຄາດວ່າຈະສືບຕໍ່ສັບສົນ ແລະຄາດຄະເນໄດ້ຍາກ, ເປັນຕົ້ນແມ່ນບັນຫາກ່ຽວຂ້ອງເຖິງອະທິປະໄຕ, ການປະທະກັນດ້ວຍກໍາລັງອາວຸດ, ການປ່ຽນແປງຂອງດິນຟ້າອາກາດ... ສິ່ງດັ່ງກ່າວໄດ້ວາງອອກວຽກງານຮ່ວມມືດ້ານປ້ອງກັນຊາດສອງປະເທດເວົ້າລວມ, ລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະກົມການເມືອງບັນດາກໍາລັງປະກອບອາວຸດປະຕິວັດກູບາ ເວົ້າສະເພາະແມ່ນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊາບຊຶມຢ່າງເລິກເຊິ່ງ, ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ການນຳຂັ້ນສູງຂອງສອງພັກ, ສອງລັດ, ສອງກອງທັບຢ່າງຕັ້ງໜ້າ, ມີປະສິດທິຜົນ.

leftcenterrightdel
ທ່ານພົນໂທ Álvaro Lopez Miera ຕ້ອນຮັບທ່ານພົນໂທ ຈິ້ງວັນກວຽດ ກ່ອນທີ່ດໍາເນີນການພົບປະເຈລະຈາ. ພາບ: qdnd.vn

ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ເພີ່ມທະວີ ແລະຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງບັນດາອົງການ, ກົມກອງຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ກົມການເມືອງບັນດາກໍາລັງປະກອບອາວຸດປະຕິວັດກູບາ; ແລກປ່ຽນປະສົບການດ້ານວິຊາສະເພາະລະຫວ່າງບັນດາອົງການທີ່ຮັບຜິດຊອບວຽກງານພັກ, ວຽກງານການເມືອງໃນກອງທັບ; ພົບປະ, ແລກປ່ຽນບົດຮຽນປະສົບການລະຫວ່າງນາຍທະຫານໜຸ່ມຂອງສອງປະເທດ; ແລກປ່ຽນວັດທະນະທໍາສິລະປະ...

leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ Álvaro Lopez Miera ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: qdnd.vn

ສອງຝ່າຍສືບຕໍ່ແບ່ງປັນຜົນການຄົ້ນຄວ້າຂອງວຽກງານການເມືອງ, ວຽກງານສຶກສາອົບຮົມດ້ານການເມືອງ, ແນວຄິດ ແລະວຽກງານກໍ່ສ້າງພັກ; ສືບຕໍ່ເອົາໃຈໃສ່ເຖິງການຮ່ວມມືດ້ານການບຳລຸງກໍ່ສ້າງຊັບພະຍາກອນມະນຸດ, ຜັນຂະຫຍາຍວຽກງານໂຄສະນາສຶກສາ ກ່ຽວກັບປະຫວັດສາດ, ຄວາມໝາຍ ແລະສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງສອງປະເທດ, ສອງກອງທັບຢ່າງມີປະສິດທິຜົນ, ກວ້າງຂວາງ ແລະເປັນປະຈໍາ.

* ຕອນບ່າຍວັນທີ 8 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານພົນໂທ ຈິ້ງວັນກວຽດ ແລະ ຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຢ້ຽມຄໍ່ານັບທ່ານ Miguel Diaz-Canel Bermúdez, ເລຂາທິການຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ກູບາ.

leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ແລະຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມເຂົ້າຢ້ຽມຄໍ່ານັບທ່ານ Miguel Diaz-Canel Bermúdez. ພາບ: ກວາງຖັ໊ງ

ທ່ານ Miguel Díaz-Canel Bermúdez ຊົມເຊີນທ່ານພົນໂທ ຈິ້ງວັນກວຽດ ພ້ອມດ້ວຍຄະນະພະນັກງານການເມືອງຂັ້ນສູງ ກອງທັບປະຊາຊົນຫວຽດນາມ; ພ້ອມທັງເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນກູບາ ຖືເປັນສຳຄັນສາຍພົວພັນທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ, ສັດຊື່ບໍລິສຸດກັບ ຫວຽດນາມ; ຈະສືບຕໍ່ສາມັກຄີພ້ອມກັບຫວຽດນາມ ໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ.

* ຕອນຄ່ຳວັນດຽວກັນ, ຢູ່ຫໍຮັບແຂກສະພາແຫ່ງລັດ, ກອງບັນຊາການບັນດາກຳລັງປະກອບອາວຸດປະຕິວັດກູບາ ໄດ້ຈັດພິທີປະດັບໄຊ Playa Giron ຂອງປະທານສະພາແຫ່ງລັດກູບາ ແລະດາບແບບສໍາເນົາຂອງວິລະຊົນແຫ່ງຊາດກູບາ Antonio Maceo ໃຫ້ແກ່ທ່ານພົນໂທ ຈິ້ງວັນກວຽດ ຍ້ອນມີຜົນງານໃນການປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືລະຫວ່າງພັກ, ລັດ, ປະຊາຊົນ ແລະ ກອງທັບສອງປະເທດ ກູບາ-ຫວຽດນາມ.

leftcenterrightdel
ທ່ານພົນໂທ Álvaro Lopez Miera  ປະດັບຫຼຽນໄຊ Playa Giron ຂອງປະທານສະພາແຫ່ງລັດກູບາ ໃຫ້ແກ່ທ່ານພົນໂທ ຈິ້ງວັນກວຽດ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ກ່າວຄໍາເຫັນທີ່ພິທີປະດັບຫຼຽນໄຊ Playa Giron ແລະດາບແບບສໍາເນົາຂອງວິລະຊົນແຫ່ງຊາດກູບາ  Antonio Maceo.

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຈິ້ງວັນກວຽດ ໃຫ້ຮູ້ວ່າ ເລື່ອງໄດ້ຮັບຫຼຽນໄຊ Playa Giron ແລະດາບແບບສໍາເນົາຂອງວິລະຊົນແຫ່ງຊາດກູບາ Antonio Maceo ແມ່ນລາງວັນອັນສູງສົ່ງຂອງພັກ, ລັດ, ປະຊາຊົນ ແລະບັນດາກຳລັງປະກອບອາວຸດປະຕິວັດກູບາ, ກໍຄືອາລົມຈິດອັນສະໜິດສະໜົມ ເຊິ່ງບັນດາສະຫາຍໄດ້ສະຫງວນໃຫ້ຂ້າພະເຈົ້າເອງ ແລະກອງທັບປະຊາຊົນຫວຽດນາມ...

ທ່ານພົນໂທ ຈິ້ງວັນກວຽດ  ເຊື່ອໝັ້ນວ່າ ສາຍພົວພັນ ຫວຽດນາມ-ກູບາ ເວົ້າລວມ, ການພົວພັນດ້ານປ້ອງກັນຊາດ ເວົ້າສະເພາະ ຈະສືບຕໍ່ມີຄວາມສາມາດບົ່ມຊ້ອນຫຼາຍເພື່ອພັດທະນາຢ່າງຮອບດ້ານ, ແຂງແຮງກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ, ກໍຄືປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທູຈາງ