ທີ່ການເຮັດວຽກ, ສອງຝ່າຍໄດ້ຕີລາຄາສູງໝາກຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະລາວ ໃນໄລຍະຜ່ານມາ, ຢັ້ງຢືນວ່າ ບັນດາໝາກຜົນດັ່ງກ່າວໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ, ປັບປຸງ ແລະຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງກອງທັບຫວຽດນາມ ແລະລາວ ກວ່າອີກ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນພ້ອມກັບທ່ານພົນໂທ ວົງຄໍາ ພົມມະກອນ. ພາບ: ກຽນຮ້ຽບ

ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ວົງຄໍາ ພົມມະກອນ ໄດ້ແລກປ່ຽນເນື້ອໃນກ່ຽວກັບວຽກງານກະກຽມຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ຢູ່ແຂວງເຊີນລາ, ຫວຽດນາມ ແລະແຂວງຫົວພັນ, ລາວ ແຕ່ວັນທີ 22-23 ຕຸລາ. ທ່ານພົນໂທ ຮວ່າງຊວນຈ໊ຽນ ແບ່ງປັນວ່າ ແຕ່ວັນທີ 30 ກັນຍາ ຫາວັນທີ 1 ຕຸລາ, ກະຊວງປ້ອງກັນປະເທດຫວຽດນາມ ແລະແຂວງເຊີນລາ ໄດ້ຈັດຕັ້ງການກວດກາວຽກງານກະກຽມຈັດຕັ້ງການພົບປະແລກປ່ຽນ. ຮອງລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງເລື່ອງອົງການທີ່ກ່ຽວຂ້ອງໄດ້ເປັນເຈົ້າການກະກຽມ, ພ້ອມແລ້ວທີ່ຈະຈັດຕັ້ງບັນດາເຫດການ; ເຫັນດີຈະເປັນປະທານຮ່ວມການກວດກາໃນວັນທີ 21 ຕຸລາ ເພື່ອຮັບປະກັນໃຫ້ການເຄື່ອນໄຫວດຳເນີນໄປຕາມແຜນການ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງການພົບປະແລກປ່ຽນ.

leftcenterrightdel
 ບັນຍາກາດທີ່ການເຮັດວຽກ. ພາບ: ກຽນຮ້ຽບ

ຮອງລັດຖະມົນຕີສອງທ່ານ ກໍ່ໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ບັນດາການເຄື່ອນໄຫວສຳຄັນທີ່ຈະຜັນຂະຫຍາຍໃນໄລຍະຈະມາເຖິງ. ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ຝ່າຍລາວ ສືບຕໍ່ໜູນຊ່ວຍບັນດາເນື້ອໃນຮ່ວມມືຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ກັບບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດລາວ ແລະສະໜັບສະໜູນບັນດາຜະລິດຕະພັນອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງ ໂດຍ Viettel ຄົ້ນຄວ້າ ແລະຜະລິດ.

ໂດຍ: ເຈິ່ນຮວ່ຽນ