ກຳລັງກ່ຽວຂ້ອງຂອງສອງຝ່າຍໄດ້ຈັດຕັ້ງການລາດຕະເວນຮ່ວມເພື່ອຄຸ້ມຄອງ, ປົກປັກຮັກສາຊາຍແດນ; ຮ່ວມມືປ້ອງກັນ ແລະຕ້ານໄພທຳມະຊາດ ແລະໂລກລະບາດຢູ່ເຂດຊາຍແດນ; ຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ-ວັດທະນະທຳ...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະຄະນະລົງກວດກາ, ກວດກາຄືນວຽກງານກະກຽມງານພົບປະແລກປ່ຽນທີ່ຄ້າຍທະຫານຊາຍແດນດ່ານຊາຍແດນລອງເຊີບ. ພາບ: ສຳນັກຂ່າວສານຫວຽດນາມ

ເນື່ອງໃນໂອກາດທີ່ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ຈະດຳເນີນຢູ່ ແຂວງເຊີນລາ ຂອງຫວຽດນາມ ໃນທ້າຍເດືອນຕຸລາ 2024 ນີ້, ນັກຂ່າວໜັງສືພິມຊາຍແດນ ໄດ້ສຳພາດທ່ານພັນເອກພິເສດ ຫງວຽນວັນຮຶງ, ຮອງຫົວໜ້າກອງບັນຊາການ, ຫົວໜ້າເສນາທິການທະຫານແຂວງເຊີນລາ ກ່ຽວກັບວຽກງານການທູດຊາຍແດນ ກໍ່ຄືວຽກງານປະສານສົມທົບຂອງກົມກອງທີ່ກະກຽມໃຫ້ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ- ລາວ ຄັ້ງທີ 2.

- ໃນຊຸມປີຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ເຮັດວຽກງານການທູດຊາຍແດນເປັນຢ່າງດີ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີ, ມິດຕະພາບແບບພິເສດຫວຽດນາມ-ລາວ ແລະຍົກສູງຄຸນນະພາບ, ປະສິດທິຜົນ ວຽກງານ, ປະກອບສ່ວນສ້າງຊາຍແດນໃຫ້ມີຄວາມສະຫງົບ ແລະພັດທະນາ. ສະຫາຍ ຈົ່ງສະເໜີໃຫ້ຮູ້ເນື້ອໃນນີ້ຢ່າງລະອຽດຕື່ມອີກ?

- ຈຸດພົ້ນເດັ່ນໃນວຽກງານການທູດຂອງທະຫານຊາຍແດນແຂວງເຊີນລາ ໃນໄລຍະຜ່ານມາ, ນັ້ນແມ່ນໄດ້ປະກອບສ່ວນສຳເລັດໂຄງການ “ບູລະນະ, ປັກຫຼັກໝາຍຖີ່” ແລະການເຄື່ອນໄຫວປ້ອງກັນຊາຍແດນແຫ່ງຊາດຢູ່ໃນບໍລິເວນແຂວງ. ມາຮອດປະຈຸບັນ, ແຂວງເຊີນລາ ແລະສອງແຂວງຫົວພັນ, ຫຼວງພະບາງ ໄດ້ສຳເລັດລາຍການຕ່າງໆຂອງໂຄງການ 100%; ກໍ່ສ້າງ 125 ຫຼັກໝາຍຊາຍແດນຖືກຕາມຄວາມຄືບໜ້າ; ປະສານສົມທົບກັນໂຄສະນາເຜີຍແຜ່ສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ໃນວຽກງານປະສານສົມທົບກັນຕໍ່ສູ້, ຕ້ານອາດຊະຍາກຳປະເພດຕ່າງໆ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ ແລະອາດຊະຍາກຳຂ້າມຊາດ, ທະຫານຊາຍແດນແຂວງ ໄດ້ປະສານສົມທົບກັບກຳລັງກ່ຽວຂ້ອງຂອງປະເທດເພື່ອນລາວ ຄົ້ນພົບ ແລະແກ້ໄຂໄດ້ຫຼາຍສີບກໍລະນີ, ກົນອຸບາຍແກ່ດຶງພໍ່ແມ່ປະຊາຊົນຢູ່ສອງຟາກຊາຍແດນໄປເຂົ້າຮ່ວມເຄື່ອນໄຫວບໍ່ດີ, ກົນອຸບາຍສ້າງຕັ້ງ “ອານາຈັກ ມົ້ງ” ປົກຄອງເອງ.

ມາຮອດປະຈຸບັນ, ທະຫານຊາຍແດນແຂວງເຊີນລາ ໄດ້ຊີ້ນຳ 10 ຄ້າຍທະຫານຊາຍແດນ ຈັດຕັ້ງການແຮກສ່ຽວກັບ 5 ກອງຮ້ອຍທະຫານຊາຍແດນຂຶ້ນກັບກອງບັນຊາການທະຫານແຂວງຫົວພັນ ແລະຫຼວງພະບາງ; ຜັນຂະຫຍາຍການປະຕິບັດການລົງ ນາມແຮກສ່ຽວບ້ານ-ບ້ານ ທີ່ຢູ່ສອງຟາກຊາຍແດນໄດ້ 7 ຄູ່ບ້ານຂຶ້ນກັບ 2 ເມືອງອຽນເຈົາ ຂອງຫວຽດນາມ ແລະຊຽງຄໍ້ ຂອງປະເທດເພື່ອນລາວ. ຜ່ານການເຄື່ອນໄຫວແຮກສ່ຽວໃນບໍລິເວນ, ມີຫຼາຍຮູບແບບທີ່ດີ, ວິທີເຮັດທີ່ມີປະສິດທິຜົນ, ຄື: ສົມທົບກັນ ລາດຕະເວນລະຫວ່າງທະຫານລາດບ້ານລາວໂຄ 2 (ຫວຽດນາມ) ແລະບ້ານພະລອງ (ລາວ); ຮູບແບບແລກປ່ຽນ ແລະສະໜອງຂໍ້ມູນຂ່າວສານ, ບັນດາບ້ານອາລາ, ນາກາຍ (ຫວຽດນາມ) ສະໜັບສະໜູນປະຊາຊົນບ້ານສົບດຸງ (ລາວ) ເບ້ຍໄມ້ພັດທະນາເສດຖະກິດ..., ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບ, ສາມັກຄີລະຫວ່າງປະຊາຊົນສອງປະເທດ.

- ເພື່ອໃຫ້ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ໄດ້ຈັດຂຶ້ນປະສົບຜົນສໍາເລັດ, ວຽກງານກະກຽມຢ່າງລອບຄອບຖີ່ຖ້ວນແມ່ນປັດໄຈຫຼັກແຫຼ່ງ. ສະເໜີສະຫາຍໃຫ້ຮູ້ຈົນມາຮອດເວລາປະຈຸບັນ, ທະຫານ ຊາຍແດນແຂວງເຊີນລາ ໄດ້ ແລະກຳລັງປະສານສົມທົບວຽກງານກະກຽມຄືແນວໃດ?

- ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ຄາດຄະເນຈະຈັດຕັ້ງແຕ່ວັນທີ 22 ຈົນຮອດວັນທີ 23 ຕຸລາ, ຢູ່ເມືອງມົກເຈົາ (ແຂວງເຊີນລາ, ຫວຽດນາມ) ແລະເມືອງສົບເບົາ (ແຂວງຫົວພັນ, ລາວ). ໃນຂອບເຂດລາຍການມີຫຼາຍກິດຈະກຳ ຈະໄດ້ຈັດຕັ້ງຢູ່ເຂດຊາຍແດນຂອງສອງປະເທດ, ຄື: ການພົບປະແລກປ່ຽນນາຍທະຫານໜຸ່ມກອງທັບສອງປະເທດຫວຽດນາມ-ລາວ; ລາດຕະເວນຮ່ວມ; ການພົບປະລະຫວ່າງຄະນະຜູ້ແທນກະຊວງປ້ອງກັນປະເທດ ສອງປະເທດຫວຽດນາມ-ລາວ; ກວດ ແລະປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເກັບຄ່າໃຫ້ພໍ່ແມ່ປະຊາຊົນ; ມອບທຶນການສຶກສາໃຫ້ແກ່ນັກຮຽນທີ່ປະສົບຄວາມຫຍຸ້ງຍາກທີ່ດຳລົງຊີວິດຢູ່ສອງຟາກຊາຍແດນ; ມອບງົວແມ່ພັນໃຫ້ຄອບຄົວທຸກຍາກ...

ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ຮັບມອບໝາຍໜ້າທີ່ບູລະນະ, ຕົບແຕ່ງບັນດາກິດຈະການໃນລາຍການພົບປະແລກປ່ຽນ, ຄື: ບູລະນະ ແລະຕົບແຕ່ງຄ້າຍທະຫານຊາຍແດນດ່ານຊາຍແດນລອງເຊີບ ແລະສຸກສາລາທະຫານ-ປະຊາຊົນມິດຕະພາບຫວຽດນາມ-ລາວ; ບູລະນະ ແລະຕົບແຕ່ງເຂດຫຼັກໝາຍຊາຍແດນທີ 255, ປ້ອມຄວບຄຸມດ່ານຊາຍແດນລອງເຊີບ ແລະຮັບປະກັນວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພໃຫ້ລາຍການພົບປະແລກປ່ຽນ... ມາຮອດປະຈຸບັນ, ທະຫານຊາຍແດນແຂວງເຊີນລາ ໄດ້ເຮັດສຳເລັດວຽກງານດັ່ງກ່າວໂດຍພື້ນຖານແລ້ວ.

ໃນໄລຍະມໍ່ໆມານີ້, ວັນທີ 30 ກັນຍາ, ຄະນະກວດກາໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ກຳມະການຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ລົງສຳຫຼວດກວດກາວຽກງານ ກະກຽມຢູ່ບ່ອນທີ່ຄາດວ່າຈະຈັດຕັ້ງການເຄື່ອນໄຫວໃນຂອບເຂດງານການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2, ຄື: ດ່ານຊາຍແດນລອງເຊີບ, ຄ້າຍທະຫານຊາຍແດນດ່ານຊາຍແດນລອງເຊີບ, ໂຮງຮຽນສາມັນກິນນອນຊົນເຜົ່າ ລອງເຊີບ, ສຳນັກງານປົກຄອງເມືອງມົກເຈົາ... ຢູ່ແຕ່ລະບ່ອນທີ່ລົງໄປກວດການັ້ນ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ໃຫ້ຄຳເຫັນ, ເຫັນດີຂອບເຂດ, ຂອບຂະໜາດ, ວິທີການຜັນຂະຫຍາຍວຽກງານນັບແຕ່ດ້ານເນື້ອໃນ, ການຕ້ອນ ຮັບ, ພະລາທິການ, ຕົບແຕ່ງຈົນຮອດການຮັບປະກັນການຄົມມະນາຄົມ, ຄວາມສະຫງົບ, ຄວາມປອດໄພ, ຂໍ້ມູນຕິດຕໍ່ສື່ສານ, ການແພດ...

ມາຮອດປະຈຸບັນ, ວຽກງານກະກຽມໃຫ້ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ທີ່ຈະຈັດຕັ້ງຢູ່ ມົກເຈົາ ຕອບສະໜອງໄດ້ຕາມຄວາມຄືບໜ້າວາງອອກ. ໃນນັ້ນ, ກິດຈະກຳເຄື່ອນໄຫວທີ່ເປັນພື້ນຖານດ້ານວັດຖຸ, ພື້ນຖານໂຄງລ່າງ, ບັນດາກຳລັງເຂົ້າຮ່ວມຕົ້ນຕໍ, ກຳລັງປະສານສົມທົບທີ່ເຂົ້າຮ່ວມຢູ່ທ້ອງຖິ່ນ, ການສ້າງວາລະຂອງການເຄື່ອນໄຫວຕ່າງໆ, ງານພົບປະແລກປ່ຽນລ້ວນແຕ່ຮັບປະກັນຕາມຄວາມຄືບໜ້າ. ທະຫານຊາຍແດນແຂວງເຊີນລາ ໄດ້ ແລະກຳ ລັງຄອງຄອຍເຫດການການເມືອງປ້ອງກັນຊາດຂະໜາດໃຫຍ່ທີ່ສຸດທີ່ຈະຈັດຕັ້ງຢູ່ເຊີນລາ ໄດ້ດຳເນີນ ແລະປະສົບຜົນສຳເລັດຢ່າງຈົບງາມ.

- ເພື່ອສືບຕໍ່ນໍາວຽກງານການທູດຂອງທະຫານຊາຍແດນແຂວງເຊີນລາ ກັບກໍາລັງປ້ອງກັນຊາຍແດນປະເທດເພື່ອນລາວ ຂຶ້ນສູ່ລະດັບສູງໃໝ່, ໃນໄລຍະຈະມາເຖິງ, ທະຫານຊາຍແດນແຂວງເຊີນລາ ຈະສຸມໃສ່ເນື້ອໃນໃດແດ່, ຂໍຮຽນສະຫາຍ?

- ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ປະກອບສ່ວນປັບປຸງ, ເຮັດໃຫ້ການພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວເລິກເຊິ່ງຂຶ້ນກວ່າເກົ່າ. ເພື່ອນຳວຽກງານການທູດຂອງທະຫານຊາຍແດນແຂວງເຊີນລາ ກັບກຳລັງປ້ອງກັນຊາຍແດນຂອງປະເທດເພື່ອນລາວ ຂຶ້ນລະດັບສູງໃໝ່, ເຂົ້າສູ່ແທດຈິງ, ສ້າງຄວາມເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈກັນ, ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະເອົາໃຈໃສ່ບັນດາເນື້ອໃນດັ່ງລຸ່ມນີ້:

ກ່ອນອື່ນໝົດ, ຕ້ອງຊາບຊຶມໃຫ້ຖືກຕາມທິດນຳ, ຫຼັກການເຄື່ອນໄຫວການທູດປ້ອງກັນຊາດ, ການທູດຊາຍແດນຂອງພັກ, ລັດ ແລະກະຊວງປ້ອງກັນປະເທດ, ກອງບັນຊາການທະຫານຊາຍແດນ. ໃນນັ້ນຕ້ອງກຳນົດວ່າ ການພົວພັນກັບປະເທດເພື່ອນລາວ ເວົ້າລວມ ແລະກຳລັງປ້ອງກັນຊາຍແດນຂອງລາວ ເວົ້າສະເພາະ ແມ່ນການພົວພັນສາມັກຄີ, ມິດຕະພາບແບບພິເສດໂດຍປະທານ ໂຮ່ຈີມິນ ກັບປະທານ ໄກສອນ ພົມວິຫານ ແລະການນຳພັກ, ລັດ ຮຸ່ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງ, ຕາມເນື້ອໃນຈິດໃຈ “ເຂົ້າເມັດຫັກພັກເສັ້ນດຽວກໍ່ບິແບ່ງປັນກັນ”

ພ້ອມກັນນັ້ນ, ສອງຝ່າຍຈະພ້ອມກັນຈັດຕັ້ງປະຕິບັດສັນຍາ, ອະນຸສັນຍາກ່ຽວກັບຊາຍແດນ, ດ່ານຊາຍແດນທາງບົກຫວຽດນາມ-ລາວ, ຂໍ້ຕົກລົງລະຫວ່າງສອງຝ່າຍກ່ຽວກັບການຄຸ້ມຄອງຊາຍແດນ, ດ່ານຊາຍແດນ, ປ້ອງກັນ ແລະຕ້ານອາດຊະຍາກຳທີ່ກ່ຽວຂ້ອງເຖິງຊາຍແດນໃຫ້ເປັນຢ່າງດີ...

ນອກຈາກນັ້ນ, ທະຫານຊາຍແດນແຂວງເຊີນລາ ຍັງຈະສືບຕໍ່ຍູ້ແຮງວຽກງານການທູດຊາຍແດນ, ປ່ຽນແປງໃໝ່ເນື້ອໃນ, ຫັນຮູບແບບການພົວພັນຮ່ວມມືກັບບັນດາແຂວງຂອງປະເທດເພື່ອນລາວ ໃນທຸກຂົງເຂດໃຫ້ມີຫຼາຍຮູບຫຼາຍແບບ; ຖືເປັນສຳຄັນ, ຍົກສູງທັກສະວິຊາສະເພາະ, ຮັກສາຫຼັກການໃນການເຄື່ອນໄຫວການທູດໃຫ້ຖັນແຖວພະນັກງານສະເພາະກິດ; ເພີ່ມທະວີການພົວພັນມິດຕະພາບຂອງປະຊາຊົນທີ່ຢູ່ສອງຟາກຊາຍແດນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ປະກອບສ່ວນປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດໄວ້ຢ່າງໝັ້ນຄົງ, ຮັກສາຄວາມສະຫງົບຢູ່ເຂດຊາຍແດນຂອງປະເທດ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ