ແຕ່ວັນທີ 12-14 ຕຸລາ, ທ່ານນາຍົກລັດຖະມົນຕີຈີນ ຫຼີສຽງ ໄດ້ໄປຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 12-14 ຕຸລາ. ບັນດາສຳນັກຂ່າວສານ ແລະ ສື່ມວນຊົນທາງການຂອງຈີນ ພ້ອມກັນໃຫ້ຂ່າວກ່ຽວກັບເຫດການດັ່ງກ່າວ.

ຕາມສຳນັກຂ່າວສານ ຊິນຮວາ, ກ່າວຄຳເຫັນທີ່ສະໜາມບິນສາກົນ ໂນ້ຍບາຍ, ພາຍຫຼັງມາຮອດ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫຼີສຽງ ໃຫ້ຮູ້ວ່າ, ນັບແຕ່ຕົ້ນປີ 2024, ຫວຽດນາມ - ຈີນ ໄດ້ຮັກສາການພົບປະແລກປ່ຽນຂັ້ນສູງຢ່າງສະໜິດແໜ້ນ ແລະ ບັນລຸໄດ້ຫຼາຍໝາກຜົນຮ່ວມມືອັນດີງາມໃນຫຼາຍຂົງເຂດ. ເລື່ອງສ້າງປະຊາຄົມແບ່ງປັນອະນາຄົດ ມີບາດກ້າວເລີ່ມຕົ້ນຢ່າງດີງາມ. ທ່ານຢືນຢັນວ່າ, ຍາມໃດ ຈີນ ກໍ່ຖື ຫວຽດນາມ ແມ່ນທິດບຸລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ.

leftcenterrightdel
ສຳນັກຂ່າວສານຊິນຮວາ. 

ໃນຂະນະນັ້ນ, ຕາມໜັງສືພິມປະຊາຊົນລາຍວັນ, ກ່າວຄຳເຫັນທີ່ການພົບປະກັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ຢືນຢັນວ່າ, ຈີນ ພ້ອມແລ້ວຈະພ້ອມກັບ ຫວຽດນາມ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດໂດຍມີຄຸນນະພາບ ແລະ ລະດັບສູງກວ່າ; ທ່ານປາດຖະໜາວ່າ ສອງຝ່າຍພ້ອມກັນຊຸກຍູ້ການຮ່ວມມື ເພື່ອແນໃສ່ໜູນຊ່ວຍໃຫ້ແກ່ການປັບປຸງລະດັບຄວາມສະດວກດ້ານການຄ້າ ແລະ ການລົງທຶນໃຫ້ແໜ້ນແຟ້ນກວ່າ, ຮັກສາສະຖຽນລະພາບ ແລະ ລຸລ່ວງໃຫ້ແກ່ລະບົບສະໜອງ.

ຂ່າວ: ວິທະຍກະຈາຍສຽງຫວຽດນາມ